1 Samuel 9:12 — Compare Translations

2 translations compared side by side

Lao Bible (ฉบับอักษรลาว)
ວົ້ວ ເຕີ໋ຍ ເຊັຍ ເຕົາ, “ນິ່ນ ຢຽມ ເຍີຍ. ນິ່ນ ຈັງໆ ເປັຍ ມີ່ງ. ເຊ ກ໊ອງ ເມີ່ຍ ບົວ ມີ່ງ ຊຽບ ເຕີ໋ຍ ຕສູ໊ງ ຕສຸ່ນ ຕສ່າຍ ນິ່ນ. ນິ່ນ ໂທສະ ໂຫະ ເປັຍ ຕສີ້ງ ເຫວີ່ຍ ຕສຸ ອີ້ ຮນອຍ ແປະ ຝີງ ຢຽມ ວົ້ວ ເຈ໋ຍ ເຍີຍ ເຕສ່ຍ-ຕ້ອງ ຝົ່ງ ຫໍ່ ເຕສ່ຍ.
Lao Bible 2012 (ພຣະຄຳພີສັກສິ)
ພວກ​ຍິງສາວ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ ເພິ່ນ​ຢູ່​ທີ່ນີ້; ເພິ່ນ​ຫາ​ກໍ​ຍ່າງ​ອອກ​ໄປ​ກ່ອນ​ພວກເຈົ້າ​ມາ​ນີ້​ເອງ. ຖ້າ​ພວກເຈົ້າ​ຟ້າວ​ຕາມ​ໄປ​ອາດຈະ​ທັນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ກໍ​ຈະ​ເຫັນ​ເພິ່ນ​ດອກ. ເພິ່ນ​ມາ​ໃນ​ເມືອງ​ມື້ນີ້ ກໍ​ເພາະ​ປະຊາຊົນ​ກຳລັງ​ໄປ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນບູຊາ​ເທິງ​ພູ. ພວກ​ທີ່​ຖືກ​ເຊີນ​ໄປ​ຈະ​ບໍ່​ຮັບປະທານ​ອາຫານ ຈົນກວ່າ​ເພິ່ນ​ໄປ​ຮອດ​ທີ່​ນັ້ນ​ສາ​ກ່ອນ ເພາະ​ເພິ່ນ​ຈະ​ຕ້ອງ​ອວຍພອນ​ເຄື່ອງ​ບູຊາ​ນັ້ນ​ກ່ອນ. ຖ້າ​ພວກເຈົ້າ​ໄປ​ດຽວນີ້​ກໍ​ຈະ​ພົບ​ເພິ່ນ ກ່ອນ​ເພິ່ນ​ຈະ​ຂຶ້ນ​ໄປ​ກິນ​ອາຫານ​ທີ່​ເທິງ​ພູ.”