2 Corinthians 1:14 — Compare Translations
2 translations compared side by side
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ໃນເມື່ອພວກເຈົ້າເຂົ້າໃຈພວກເຮົາໃນບາງສ່ວນແລ້ວ, ພວກເຈົ້າຈະເຂົ້າໃຈຢ່າງຄົບຖ້ວນວ່າ ພວກເຈົ້າກໍສາມາດອວດອ້າງເຖິງພວກເຮົາເໝືອນດັ່ງພວກເຮົາຈະອວດອ້າງເຖິງພວກເຈົ້າໃນວັນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.
Lao Bible 2012 (ພຣະຄຳພີສັກສິ)
ຊຶ່ງໃນເວລານີ້ ພວກເຈົ້າກໍເຂົ້າໃຈບາງສ່ວນແລ້ວ ເພື່ອວ່າໃນວັນຂອງອົງພຣະເຢຊູເຈົ້ານັ້ນ ພວກເຈົ້າຈະມີຄວາມພາກພູມໃຈໃນພວກເຮົາ ເໝືອນດັ່ງທີ່ພວກເຮົາຈະມີຄວາມເອກອ້າງທະນົງໃຈໃນພວກເຈົ້າເໝືອນກັນ.