2 Corinthians 4:13 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ໄດ້​ເຊື່ອ ດ້ວຍເຫດນັ້ນ​ເຮົາ​ຈຶ່ງ​ໄດ້​ກ່າວ”. ເພາະວ່າ ພວກເຮົາ​ມີ​ພຣະວິນຍານ​ແຫ່ງ​ຄວາມເຊື່ອ​ອັນດຽວກັນ, ພວກເຮົາ​ກໍ​ເຊື່ອ​ຢ່າງນັ້ນ​ເໝືອນກັນ ແລະ ດ້ວຍເຫດນັ້ນ​ຈຶ່ງ​ກ່າວ​ອອກ​ມາ,
Lao Bible (ฉบับอักษรลาว)
ເຢຍ ບົວ ມ່າຍ ໂຮຍ້ວ ສຽນ ຮນັ້ງ ເຟ້ຍ ຈ໊ຽນ ກີງ-ໂຊວ ວົ້ວ ເຕົ້າ ກ໊ອງ ນໍ. ນິ່ນ ກ໊ອງ, “ເຫວີ່ຍ ຕສຸ ເຢຍ ສຽນ, ເຢຍ ຖສີງ ຕ້າຍ ກ໊ອງ.” ເຢຍ ບົວ ຢ່າ ສຽນ ຕສ່ຽວ ກ໊ອງ.
Lao Bible 2012 (ພຣະຄຳພີສັກສິ)
ແຕ່​ເຮົາ​ມີ​ວິນຍານ​ແຫ່ງ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ຂໍ້​ພຣະຄຳພີ​ທີ່​ຂຽນ​ໄວ້​ແລ້ວ​ວ່າ, “ຂ້າພະເຈົ້າ​ໄດ້​ເຊື່ອ ເພາະ​ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ກ່າວ​ໄວ້.” ພວກເຮົາ​ກໍ​ເຊື່ອ​ເໝືອນກັນ ເພາະ​ສະນັ້ນ​ພວກເຮົາ​ຈຶ່ງ​ກ່າວ​ໄວ້.