2 Corinthians 7:11 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.
Lao Bible (ฉบับอักษรลาว)
ຮນ້ຳ ໝັ່ງ ກ໋າ! ທິນ-ຮູ່ງ ຮນັ້ງ ຫາຍ ນໍ ຫລົ່ງ ເມີ່ຍ ບົວ ເຍີຍ ໂຢວ-ເດສົ້າ ເຖງ ເມີ່ຍ ບົວ. ເມີ່ຍ ບົວ ເຍີຍ ໂຢວ-ເດສົ້າ ປຸນ ເມີ່ຍ ບົວ ຈອມ ໂຮຍ້ວ, ຢຽມ ຫຍູ່ງໆ ສີ່ ອ໋ອຍ ປຸນ ທສີງ ເມີ່ຍ ບົວ ໄມ້ ຕ່ອງ. ເມີ່ຍ ບົວ ເຍີຍ ໂຢວ-ເດສົ້າ ຢ່າ ປຸນ ເມີ່ຍ ບົວ ເຖຈຍ ເຈ໌ຍ, ໂຮຍ້ວ ມຸນ, ຢ່າ ໄຮ໌ ກ້ຳ ເດສ໋ຍ ເຍີຍ. ເມີ່ຍ ບົວ ຕສະເກ້ງ ຈັ໋ງ ເຖົາ ເຢຍ, ເມີ່ຍ ບົວ ຢ່າ ຈອມ ໂຮຍ້ວ ຕ້າຍ, ຢ່າ ຕີ່ງ ໂຕສ໋ວ ຕ່ອງ ເຍີຍ ມ່ຽນ ເຍີຍ ຕສຸ໌ຍ. ຢຽມ ວົ້ວ ເຕີ໋ຍ ຢຽດ ຕສູ໊ງ ສີ່ ປຸນ ທສີງ ເມີ່ຍ ບົວ ໄມ້ ຕ່ອງ ຫາຍ ຫຍູ່ງ ອ໊ະ.
Lao Bible 2012 (ພຣະຄຳພີສັກສິ)
ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ການ​ທີ່​ເຈົ້າ​ທັງຫລາຍ​ໄດ້​ທຸກໃຈ ຕາມ​ຢ່າງ​ຊອບພຣະໄທ​ພຣະເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເກີດ​ມີ​ຄວາມ​ຂະຫຍັນ​ຂັນແຂງ​ຫລາຍ​ເທົ່າ​ໃດ ເອົາໃຈໃສ່​ທີ່​ຈະ​ແກ້​ຕົວ​ຫລາຍ​ເທົ່າ​ໃດ ຄວາມ​ເຄືອງໃຈ ຄວາມ​ຕື່ນ​ຕົວ ຄວາມ​ອາໄລ ຄວາມ​ຮ້ອນຮົນ ແລະ​ການ​ລົງໂທດ​ຕອບແທນ​ຫລາຍ​ເທົ່າ​ໃດ ໃນ​ທຸກສິ່ງ​ເຫຼົ່ານີ້ ເຈົ້າ​ທັງຫລາຍ​ໄດ້​ສະແດງ​ຕົວ​ວ່າ ເປັນ​ຄົນ​ບໍ່ມີ​ຜິດ​ໃນ​ການ​ນັ້ນ​ແລ້ວ.