Acts 24:1 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ຫ້າ​ວັນ​ຕໍ່ມາ ມະຫາ​ປະໂລຫິດ​ອານາເນຍ​ກໍ​ໄດ້​ເດີນທາງ​ລົງ​ໄປ​ກາຍຊາເຣຍ​ພ້ອມ​ກັບ​ພວກ​ຜູ້ອາວຸໂສ​ບາງຄົນ ແລະ ທະນາຍຄວາມ​ຊື່​ວ່າ​ເຕຕູໂລ ແລະ ພວກເຂົາ​ນຳ​ເອົາ​ຂໍ້​ກ່າວຫາ​ໄປ​ຟ້ອງ​ໂປໂລ​ຢູ່​ຕໍ່ໜ້າ​ຜູ້ປົກຄອງ.
Lao Bible (ฉบับอักษรลาว)
ອກະຮ້າ ປຢາ ຮນອຍ, ອາ​ນາ​ເນຍ ຕົ້ມ ໄຊ ມ່ຽນ ເຖສົາ ເຕີ໋ຍ ມ່ຽນ ໂກ໋ ເຖສົາ ເຕົ້າ ແຖສງ ສີ່ ມ່ຽນ, ບົ໋ວ ເຫ່ວ ເທ​ທູ​ລັດ, ມີ່ງ ຊີ​ຊາ​ລີ​ຢາ ຕສີ້ງ ຢຽມ ຕສູ໋ງ ເຍີຍ ດສະຮມຽນ ໂກ໋ ເປົາ​ໂລ.
Lao Bible 2012 (ພຣະຄຳພີສັກສິ)
ເມື່ອ​ຜ່ານ​ໄປ​ໄດ້​ຫ້າ​ວັນ​ແລ້ວ ອານາເນຍ​ມະຫາ​ປະໂຣຫິດ​ກໍໄດ້​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ກັບ​ພວກ​ເຖົ້າແກ່​ບາງຄົນ ແລະ​ທະນາຍຄວາມ​ຄົນ​ໜຶ່ງ​ຊື່​ວ່າ ເຕຕູໂລ, ພວກເຂົາ​ໄດ້​ມາ​ສະເໜີ​ຕົວ​ເພື່ອ​ຍື່ນ​ຄະດີ​ຟ້ອງ​ໂປໂລ​ຕໍ່ໜ້າ​ຜູ້​ປົກຄອງ​ເຟລິກ.