Ezekiel 41:8 — Compare Translations

2 translations compared side by side

Lao Bible (ฉบับอักษรลาว)
ເຢຍ ຢ່າ ປວັດ ຕສັ່ງ ທິນ-ຮູ່ງ ເຍີຍ ເປຢົ໊າ ຮວີງ ກ໋ອມ ເຍີຍ ຕ໋ອງ ຕິ້ນ ຝາວ. ເວີ່ຍ ກ໋ອມ ວົ້ວ ເຕີ໋ຍ ຖຈົງ ເຍີຍ ກອນ-ໂດ໊ະ ຮລັງ ດົ່ງ ຢຽດ ຕິ້ວ ເດາະ ເຍີຍ ປຢ໊າ, ເຊ ຈຸ໊ ເດາະ.
Lao Bible 2012 (ພຣະຄຳພີສັກສິ)
ຝາ​ດ້ານນອກ​ຂອງ​ຫ້ອງ​ເຫຼົ່ານີ້​ໜາ​ສອງ​ແມັດ​ເຄິ່ງ; ມີ​ປະຕູ​ອັນ​ໜຶ່ງ​ນຳ​ເຂົ້າ​ໄປ​ສູ່​ຫ້ອງ​ຕ່າງໆ​ທາງ​ດ້ານ​ເໜືອ​ພຣະວິຫານ ແລະ​ມີ​ປະຕູ​ອັນ​ໜຶ່ງ​ນຳ​ເຂົ້າ​ໄປ​ສູ່​ຫ້ອງ​ຕ່າງໆ​ທາງດ້ານ​ໃຕ້. ຂ້າພະເຈົ້າ​ຍັງ​ເຫັນ​ວ່າ ມີ​ລະບຽງ​ກວ້າງ​ສອງ​ແມັດ​ເຄິ່ງ​ອ້ອມຮອບ​ພຣະວິຫານ ແລະ​ລະບຽງ​ນັ້ນ​ສູງ​ສາມ​ແມັດ ຈາກ​ລະດັບ​ພື້ນດິນ​ຂອງ​ຫ້ອງ​ຕ່າງໆ​ທີ່​ຕິດ​ກັບ​ຝາ. ລະຫວ່າງ​ລະບຽງ​ກັບ​ອາຄານ​ມີ​ບ່ອນ​ຫວ່າງ​ກວ້າງ​ສິບ​ແມັດ ລຽບ​ຕາມ​ແຄມ​ຂອງ​ພຣະວິຫານ ຊຶ່ງ​ໃຊ້​ເປັນ​ບ່ອນ​ຢູ່​ຂອງ​ພວກ​ປະໂຣຫິດ.