Ezekiel 45:13 — Compare Translations
2 translations compared side by side
Lao Bible (ฉบับอักษรลาว)
“‘“ນ້າຍ ເຊ ເມີ່ຍ ບົວ ອ໋ອຍ ຕສຸ ຝົ່ງ ຫໍ່ ເຍີຍ ກະນ້າຍ. ຢຽດ ໂຮເມ ເບຢົ້າ ວີດ ອ໋ອຍ ຕສຸ ຝົ່ງ ຫໍ່ ຢຽດ ເອຟາ ຈຸ໊ ໂກ໊ວ ເຍີຍ ຢຽດ ໂກ໊ວ. ຢຽດ ໂຮເມ ເບຢົ້າ ບາລີ ອ໋ອຍ ຕສຸ ຝົ່ງ ຫໍ່ ຢຽດ ເອຟາ ຈຸ໊ ໂກ໊ວ ເຍີຍ ຢຽດ ໂກ໊ວ.
Lao Bible 2012 (ພຣະຄຳພີສັກສິ)
ຕໍ່ໄປນີ້ແມ່ນອັດຕາທີ່ພວກເຈົ້າຕ້ອງຖວາຍບູຊາ ມີດັ່ງນີ້: ເຂົ້າບາເລ: 1 ສ່ວນ 60 ຂອງຜົນລະປູກຂອງພວກເຈົ້າ ເຂົ້າເດືອຍ: 1 ສ່ວນ 60 ຂອງຜົນລະປູກຂອງພວກເຈົ້າ ນໍ້າມັນໝາກກອກເທດ: 1 ສ່ວນ 100 ຂອງຜົນຜະລິດຂອງພວກເຈົ້າ (ສ່ວນອັດຕາຊັ່ງຕວງນັ້ນໃຫ້ໃຊ້ ບາດ: 10 ບາດເທົ່າກັບ 1 ໂຮເມ ແລະ 1 ໂຮເມ ເທົ່າກັນກັບ 1 ໂກເຣ.) ແກະ 1 ໃນ 200 ໂຕ ຈາກຝູງທີ່ທົ່ງຫຍ້າຂອງຊາດອິດສະຣາເອນ. ພວກເຈົ້າຕ້ອງນຳພືດຜົນເປັນເມັດມາຖວາຍ, ນຳສັດທັງຫລາຍມາເຜົາຖວາຍທັງໂຕ ແລະນຳສັດທັງຫລາຍມາຖວາຍເພື່ອຄວາມສາມັກຄີທຳ ສຳລັບການບາບຂອງພວກເຈົ້າຈະໄດ້ຮັບການອະໄພ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.