Jeremiah 42:13 — Compare Translations

2 translations compared side by side

Lao Bible (ฉบับอักษรลาว)
“ມປ່າ ເຊ ກ໊ອງ ເມີ່ຍ ບົວ ກ໊ອງ, ‘ເຢຍ ບົວ ໄມ້ ຢຽມ ນ້າຍ ນອມ ເຕີ່ຍ-ປູງ ອ໊ະ,’ ຕສ່ຽວ ໄມ້ ໝວັງ ຕສ໊ຽວ, ເມີ່ຍ ບົວ ເຍີຍ ທິນ-ຮູ່ງ, ເຍີຍ ຫວ່າ,
Lao Bible 2012 (ພຣະຄຳພີສັກສິ)
ແຕ່​ພວກເຈົ້າ​ຜູ້​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ຢູດາຍ​ນີ້ ຈະ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຈະ​ຕ້ອງ​ຍອມ​ຮັບ​ວ່າ​ຈະ​ບໍ່​ໜີໄປ​ຈາກ​ດິນແດນ​ນີ້. ພວກເຈົ້າ​ຈະ​ບໍ່​ຕ້ອງ​ເວົ້າ​ວ່າ, ‘ບໍ່ ພວກເຮົາ​ຈະ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ຈະ​ບໍ່​ຕ້ອງ​ປະເຊີນ​ໜ້າ​ກັບ​ສົງຄາມ ຫລື​ໄດ້ຍິນ​ສຽງ​ເອີ້ນ​ໃຫ້​ເຂົ້າ​ໄປ​ເຮັດ​ເສິກ ຫລື​ຕ້ອງ​ອຶດຢາກ​ອີກ​ຕໍ່ໄປ.’ ຖ້າ​ພວກເຈົ້າ​ເວົ້າ​ເຊັ່ນນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ພວກເຈົ້າ​ຕັ້ງໃຈ​ທີ່​ຈະ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ