Jude 1:4 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.
Lao Bible (ฉบับอักษรลาว)
ເຫວີ່ຍ ຕສຸ ມ່າຍ ເຕີ໋ຍ ມ່ຽນ ໜິ່ມ ເປັຍ ເມີ່ຍ ບົວ ບຸດົ໋ງ, ຕົ້ງ ຕສິ້ນ ດ່າງ ເລົ່າ ອ໊ະ, ກີງ-ໂຊວ ເຟ້ຍ ຈ໊ຽນ ກ໊ອງ ນ້າຍ ເຕີ໋ຍ ມ່ຽນ ຕສູ໊ງ ອ໋ອຍ ຕສຸ ຕີ່ງ ຕສຸ໌ຍ. ນິ່ນ ບົວ ໄມ້ ກັນ ຫລົງ ທິນ-ຮູ່ງ. ນິ່ນ ບົວ ເຕສ໊າະ ທິນ-ຮູ່ງ ເຍີຍ ເອນ ອ໋າວ ຕ້າຍ ໂຕສ໋ວ ກອນ ຫລົ່ງ ໂຕສ໋ວ ໄມ້ ຫລວນ ຫ່ອງ ເຍີຍ ສີ່. ນິ່ນ ບົວ ຢ່າ ໄມ້ ຫຍ່ຽມ ບົວ ເຍີຍ ດຸ ເຕົ້າ ຮູ່ງ ເຖສົາ ຕສ໊ຽວ, ເຢ​ຊູ ກີ​ຕູ່.
Lao Bible 2012 (ພຣະຄຳພີສັກສິ)
ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.