Luke 18:31 — Compare Translations
3 translations compared side by side
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ພຣະເຢຊູເຈົ້າໄດ້ພາພວກສາວົກທັງສິບສອງຄົນແຍກອອກໄປຕ່າງຫາກ ແລະ ກ່າວກັບພວກເພິ່ນວ່າ, “ພວກເຮົາກຳລັງຂຶ້ນໄປເຢຣູຊາເລັມ ແລະ ທຸກສິ່ງທີ່ບັນດາຜູ້ທຳນວາຍໄດ້ຂຽນໄວ້ກ່ຽວກັບບຸດມະນຸດນັ້ນຈະສຳເລັດ.
Lao Bible (ฉบับอักษรลาว)
ເຢຊູ ຕໍ້ ຈ໊ຽນ ວົ້ວ ເຕີ໋ຍ ຕສຽບ ເຫຍີ່ຍ ເຕົ້າ ໄຊ-ກໍ໋ ມີ່ງ ພຽນ ເຕີ໋ຍ ບົ໋ວ ນິ່ນ ບົວ, “ບົວ ອີ້ ຕສັ່ນ ມີ່ງ ເຢລູຊາເລມ ຕສີ້ງ. ໂຕ່ວ ຫວ່າ ມ່ຽນ ເຟ້ຍ ຈ໊ຽນ ກ໊ອງ ເຢຍ, ປ້າມ ມ່ຽນ ເຍີຍ ຕອນ, ເຍີຍ ຢຽດ ຕສູ໊ງ ສີ່ ຕສ່ຽວ ທສວດ ຕ້າຍ ຕ໋ອຍ-ຕິ່ວ ເດສ່ງ.
Lao Bible 2012 (ພຣະຄຳພີສັກສິ)
ແລ້ວພຣະເຢຊູເຈົ້າໄດ້ພາສາວົກສິບສອງຄົນ ຍ່າງຫລີກອອກໄປຂ້າງທາງ ແລະໄດ້ກ່າວແກ່ພວກເພິ່ນວ່າ, “ເບິ່ງແມ! ພວກເຮົາກຳລັງຂຶ້ນໄປທີ່ນະຄອນເຢຣູຊາເລັມ ແລະສິ່ງສາລະພັດ ຊຶ່ງບັນດາຜູ້ທຳນວາຍໄດ້ຂຽນໄວ້ ເຖິງບຸດມະນຸດນັ້ນຈະສຳເລັດ.