Mark 2:18 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ໃນຂະນະ​ນັ້ນ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ ກຳລັງ​ຖືສິນອົດອາຫານ​ຢູ່. ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ດ້ວຍເຫດໃດ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ​ຈຶ່ງ​ຖືສິນອົດອາຫານ, ແຕ່​ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”
Lao Bible (ฉบับอักษรลาว)
ມ່າຍ ດສຸ່ນ ເຖງ ມ່ຽນ ເຈ໋ຍ ວວມ ເຍີຍ ເລີ໌ຍ ວົ້ວ ເຕົ້າ ໂຢ​ຮັນ ເຍີຍ ໄຊ-ກໍ໋ ເຖສົາ ຟາ​ລິ​ສີ ມ່ຽນ ເຕສີຍ ໄມ້ ຫຍັ່ນ ຫາຍ ຫຍູ່ງ. ມ່າຍ ເຕີ໋ຍ ມ່ຽນ ຕ້າຍ ໜ່າຍ ເຢ​ຊູ, “ເຖງ ມ່ຽນ ເຈ໋ຍ ວວມ ເຍີຍ ເລີ໌ຍ ວົ້ວ ເຕົ້າ ໂຢ​ຮັນ ເຖສົາ ຟາ​ລິ​ສີ ມ່ຽນ ເຍີຍ ໄຊ-ກໍ໋ ເຕສີຍ ໄມ້ ຫຍັ່ນ ຫາຍ ຫຍູ່ງ. ເມີ່ຍ ເຍີຍ ໄຊ-ກໍ໋ ເຫວີ່ຍ ຫາຍ ຕິ່ວ ໄມ້ ເຕສີຍ?”
Lao Bible 2012 (ພຣະຄຳພີສັກສິ)
ພວກ​ທີ່​ຕິດຕາມ​ໂຢຮັນ​ບັບຕິສະໂຕ​ແລະ​ພວກ​ຟາຣີຊາຍ ກຳລັງ​ຖືສິນ​ອົດອາຫານ ແລ້ວ​ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ຕິດຕາມ​ໂຢຮັນ​ບັບຕິສະໂຕ ແລະ​ພວກ​ຕິດຕາມ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ ສ່ວນ​ສາວົກ​ຂອງທ່ານ​ບໍ່​ຖື?”