Revelation 17:8 — Compare Translations
3 translations compared side by side
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.
Lao Bible (ฉบับอักษรลาว)
ເມີ່ຍ ປວັດ ວົ້ວ ເຕົ້າ ເຮ່ຍ ກະນ້າຍ ຕສິ້ນ ດ່າງ ຕສຢັ້ງ ຈ໊ຽນ ເຍີຍ, ມປ່າ ອີ້ ຕສັ່ນ ໄມ້ ຕສຢັ້ງ ອ໊ະ. ໄມ້ ເລົ່າ ນິ່ນ ຢຽມ ວົ້ວ ນອມ ໂດ ໄຫ່ ເຍີຍ ຄວດ ທສວດ ຕ້າຍ ຕສ່ຽວ ມີ່ງ ຕສຸ ໝຽດ. ປ້າມ ເກນ ເຍີຍ ມ່ຽນ, ຕົ້ງ ຢຽມ ໄມ້ ແກ້ງ ເຕສີ໋ຍ ລູ່ງ ເຕສີ໋ຍ ເດົາ ວົ້ວ ຕສັ່ນ ໄມ້ ມ່າຍ ບົ໋ວ ເຟ້ຍ ຈ໊ຽນ ຕສຢັ້ງ ແໝ່ງ ຕານ ວົ້ວ ເຕີ໋ຍ, ປວັດ ວົ້ວ ເຕົ້າ ເຮ່ຍ ກະນ້າຍ ຕສ່ຽວ ຕສະເກ້ງ ບົວະ ຮ່ອງ ໄຫ່, ເຫວີ່ຍ ຕສຸ ຕສິ້ນ ດ່າງ ວົ້ວ ເຕົ້າ ເຮ່ຍ ກະນ້າຍ ຕສຢັ້ງ ເຍີຍ, ອີ້ ຕສັ່ນ ໄມ້ ຕສຢັ້ງ ມປ່າ ແອ໋ງ ອ໋ອຍ ຕ້າຍ.
Lao Bible 2012 (ພຣະຄຳພີສັກສິ)
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”