Revelation 20:12 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.
Lao Bible (ฉบับอักษรลาว)
ເຢຍ ແອ໋ງ ປວັດ ໄຕ່ ມີ່ງ ເຍີຍ ມ່ຽນ, ໄມ້ ກຸ໊ນ ໂຕສ໋ວ ໂຮລ ໂຕສ໋ວ ໄຝ, ໂຊ້ວ ຈ໊ຽນ ຮູ່ງ ເຫວີ່ຍ ເຍີຍ ດສະຮມຽນ. ໂຊວ ຕສ່ຽວ ຄອຍ ອກອຍ ໝີ່ ອ໊ະ. ແອ໋ງ ກັ້ນ ມ່າຍ ອຈຸ່ນ ໂຊວ ຄອຍ ອກອຍ ເຊ ຕສຢັ້ງ ແໝ່ງ ຕານ. ໄຕ່ ມີ່ງ ເຍີຍ ມ່ຽນ ຕສ່ຽວ ຕສິ໋ວ ນິ່ນ ບົວ ໂຕສ໋ວ ເຍີຍ ສີ່, ເອີຍ ເຟ້ຍ ຈ໊ຽນ ວົ້ວ ເຕີ໋ຍ ໂຊວ, ຕສຸ ຊ້ຽມ.
Lao Bible 2012 (ພຣະຄຳພີສັກສິ)
ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ.