Revelation 20:4 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຕ່າງໆ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ຄື​ບັນດາ​ຜູ້​ໄດ້ຮັບ​ສິດອຳນາດ​ໃຫ້​ພິພາກສາ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ຖືກ​ຕັດຫົວ​ເພາະ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ ແລະ ເພາະ​ພຣະທຳ​ຂອງ​ພຣະເຈົ້າ. ພວກເຂົາ ​ບໍ່​ໄດ້​ຂາບໄຫວ້​ສັດຮ້າຍ ຫລື ຮູບຈຳລອງ​ຂອງ​ມັນ ແລະ ບໍ່​ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື. ພວກເຂົາ​ໄດ້​ກັບ​ຄືນ​ມາ​ມີຊີວິດ ແລະ ຄອບຄອງ​ຮ່ວມ​ກັບ​ພຣະຄຣິດເຈົ້າ​ໜຶ່ງພັນ​ປີ.
Lao Bible (ฉบับอักษรลาว)
ເຢຍ ແອ໋ງ ປວັດ ເຕສ໋ຍ ນອມ ເຫວີ່ຍ. ເຕສວີ໌ຍ ຈ໊ຽນ ເຫວີ່ຍ ວົ້ວ ເຕີ໋ຍ ຕຸ໊ ຫລີ່ງ ຊ້ຽມ ຕສຸ໌ຍ. ເຢຍ ຢ່າ ປວັດ ເຫວີ່ຍ ເຖງ ເຢ​ຊູ ໂຕສ໋ວ ຕສອງ-ເຕສ໋ງ ຢ່າ ຕສຸ້ນ ທິນ-ຮູ່ງ ເຍີຍ ໂຕ໌ ຕສຸ ຮງະ ຈາງ ດຸ໊ດ ວົ້ວ ເຕີ໋ຍ ມ່ຽນ ເຍີຍ ວ່ວນ. ນິ່ນ ບົວ ໄມ້ ຕສັ່ງ ເຈ໋ຍ ເຮ່ຍ ກະນ້າຍ ໄຟ ເຮ່ຍ ກະນ້າຍ ເຍີຍ ຝັງ ຢ່າ ໄມ້ ອກ໊າບ ເຮ່ຍ ກະນ້າຍ ເຍີຍ ຢ໋ຽນ ຢຽມ ນິ່ນ ບົວ ເຍີຍ ປຢ້ອງ ໄຟ ປົ໌ວ. ນິ່ນ ບົວ ນັ່ງ ຕ້າຍ ຕຸ໊ ເຖສົາ ກີ​ຕູ່ ໂຕສ໋ວ ຮູ່ງ ກຸ໊ນ ຢຽດ ທສິນ ຫຮຍັງ.
Lao Bible 2012 (ພຣະຄຳພີສັກສິ)
ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. (