Revelation 9:20 — Compare Translations

3 translations compared side by side

Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
ມະນຸດ​ທີ່​ເຫລືອ​ທີ່​ບໍ່​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫລົ່ານີ້​ຍັງ​ບໍ່​ຍອມ​ກັບໃຈ​ຈາກ​ການກະທຳ​ຂອງ​ຕົນ, ພວກເຂົາ​ບໍ່​ຢຸດ​ຂາບໄຫວ້​ພວກ​ຜີມານຮ້າຍ ແລະ ຮູບເຄົາລົບ​ທີ່​ເຮັດ​ດ້ວຍ​ຄຳ, ເງິນ, ທອງສຳລິດ, ຫີນ ແລະ ໄມ້. ຮູບເຄົາລົບ​ເຫລົ່ານັ້ນ​ບໍ່​ສາມາດ​ເບິ່ງເຫັນ, ໄດ້​ຍິນ ຫລື ຍ່າງ​ໄປ​ມາ​ໄດ້.
Lao Bible (ฉบับอักษรลาว)
ເຕສ່ງ ເອຈ່ຍ ເຍີຍ ປ້າມ ມ່ຽນ, ຕົ້ງ ໄມ້ ຕສຸ ວົ້ວ ເຕີ໋ຍ ເຕສະ ໜ່ານ ໄຕ໋ ເຍີຍ ມ່ຽນ, ໄມ້ ກ໊ອຍ ໂຮຍ້ວ ກວັ່ງ ກັ້ນ ເຍີຍ ປົ໌ວ ໂຕສ໋ວ ຕ້າຍ ເຍີຍ ກະນ້າຍ. ນິ່ນ ບົວ ຖສໍ່ ຕສັ່ງ ມ້ຽນ ໄຟ ປ໋າຍ ຫລົ່ງ ຈຽມ, ຫລົ່ງ ຍ່ານ, ຫລົ່ງ ຕົ້ງ, ຫລົ່ງ ຫລະເປຢີ໊ຍ, ຫລົ່ງ ດຢັ໋ງ ໂຕສ໋ວ ຕ້າຍ ເຍີຍ ໝິ່ວ-ຝັງ, ຕົ້ງ ໄມ້ ໄຮ່ ໝັ່ງ ຕຸ໊ ປວັດ, ໄມ້ ໄຮ່ ໝວັງ ຕຸ໊ ໄຮ໌ ຢ່າ ໄມ້ ໄຮ່ ຢັ້ງ ເຈົ໊າ ເຍີຍ ໝິ່ວ-ຝັງ.
Lao Bible 2012 (ພຣະຄຳພີສັກສິ)
ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.