bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Peter 5
1 Peter 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
1
ເຫດສະນັ້ນ ຂ້າພະເຈົ້າໃນຖານະທີ່ເປັນເຖົ້າແກ່ຄົນໜຶ່ງ ຜູ້ເປັນພະຍານເຖິງຄວາມທົນທຸກຂອງພຣະຄຣິດ ແລະມີສ່ວນໃນສະຫງ່າຣາສີ ທີ່ຈະມາປາກົດພາຍຫຼັງ ຈຶ່ງຂໍເຕືອນພວກເຖົ້າແກ່ໃນທ່າມກາງພວກເຈົ້າວ່າ,
2
“ຈົ່ງລ້ຽງຝູງແກະ ທີ່ພຣະເຈົ້າໄດ້ຝາກໄວ້ກັບພວກເຈົ້າ ຈົ່ງລ້ຽງຮັກສາດ້ວຍຄວາມເຕັມໃຈ ຕາມນໍ້າພຣະໄທຂອງພຣະເຈົ້າ ບໍ່ແມ່ນດ້ວຍໃຈຂົມຂື່ນ, ຈົ່ງເຮັດວຽກຂອງພວກເຈົ້າດ້ວຍຄວາມເສຍສະຫລະ ບໍ່ແມ່ນເພື່ອເຫັນແກ່ຄ່າຈ້າງລາງວັນ ແຕ່ດ້ວຍໃຈເຫຼື້ອມໃສ.”
3
ບໍ່ແມ່ນເໝືອນເປັນເຈົ້ານາຍ ເໜືອພວກທີ່ຊົງຝາກໄວ້ກັບພວກເຈົ້າ ແຕ່ໃຫ້ເປັນແບບຢ່າງອັນດີແກ່ຝູງແກະນັ້ນ.
4
ແລະເມື່ອພຣະຜູ້ລ້ຽງອົງຍິ່ງໃຫຍ່ຈະສະເດັດມາປາກົດ ພວກເຈົ້າຈະໄດ້ຮັບມົງກຸດອັນຊົງສະຫງ່າຣາສີທີ່ບໍ່ມີວັນເສົ້າໝອງ.
5
ໃນທຳນອງດຽວກັນ ພວກເຈົ້າຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງຕໍ່ພວກອາວຸໂສ. ພວກເຈົ້າທຸກຄົນ ຈົ່ງສວມຄວາມຖ່ອມໃຈ ເພື່ອຮັບໃຊ້ຊຶ່ງກັນແລະກັນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຜູ້ທີ່ຖ່ອມໃຈລົງ.”
6
ດ້ວຍເຫດນັ້ນ ພວກເຈົ້າຈົ່ງຖ່ອມໃຈລົງ ຢູ່ໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າ ເພື່ອພຣະອົງຈະຊົງຍົກພວກເຈົ້າຂຶ້ນ ເມື່ອເຖິງເວລາອັນຄວນ.
7
ຈົ່ງປະຄວາມກະວົນກະວາຍຂອງພວກເຈົ້າໄວ້ກັບພຣະອົງ ເພາະວ່າພຣະອົງຊົງຫ່ວງໃຍພວກເຈົ້າຢູ່.
8
ເຈົ້າທັງຫລາຍຈົ່ງຄອຍລະວັງຕົວແລະເຝົ້າຢູ່. ດ້ວຍວ່າ, ສັດຕູຂອງພວກເຈົ້າຄືມານທຽວວົນວຽນໄປມາເໝືອນໂຕສິງ ທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້.
9
ຈົ່ງຕໍ່ສູ້ກັບສັດຕູນັ້ນດ້ວຍໃຈໝັ້ນຄົງໃນຄວາມເຊື່ອ ໂດຍຮູ້ແລ້ວວ່າພີ່ນ້ອງຂອງພວກເຈົ້າທົ່ວໂລກ ກໍປະສົບກັບຄວາມທຸກລຳບາກຢ່າງດຽວກັນນີ້.
10
ແລະເມື່ອເຈົ້າທັງຫລາຍໄດ້ທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າຜູ້ຊົງພຣະຄຸນທັງໝົດ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ເຂົ້າໃນສະຫງ່າຣາສີອັນຕະຫລອດໄປໃນພຣະຄຣິດ ພຣະອົງເອງຈະຊົງໂຜດແປງໃຈພວກເຈົ້າ ໃຫ້ຕັ້ງຂຶ້ນໃໝ່ແລະຕັ້ງໝັ້ນຄົງຢູ່ ໃຫ້ມີກຳລັງຂຶ້ນແລະຊົງບັນດານໃຫ້ມີຮາກອັນແໜ້ນໜາ.
11
ຣິດທານຸພາບ ຈົ່ງເປັນຂອງພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ.
12
ເຮົາໄດ້ຂຽນຈົດໝາຍສັ້ນໆສະບັບນີ້ ດ້ວຍຄວາມຊ່ວຍເຫລືອຂອງຊີລາ ຜູ້ທີ່ເຮົາຖືວ່າເປັນພີ່ນ້ອງຜູ້ສັດຊື່ຄົນໜຶ່ງ ເຮົາຢາກໜູນນໍ້າໃຈພວກເຈົ້າ ແລະເປັນພະຍານແກ່ພວກເຈົ້າວ່າ ພຣະຄຸນນີ້ເປັນພຣະຄຸນອັນແທ້ຈິງຂອງພຣະເຈົ້າ, ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນັ້ນ.
13
ນາງ ທີ່ຢູ່ເມືອງບາບີໂລນ ຊຶ່ງຊົງເລືອກໄວ້ຢ່າງດຽວກັບພວກເຈົ້າ ແລະ ມາຣະໂກ ລູກຂອງເຮົາກໍຝາກຄວາມຄິດເຖິງມາເໝືອນກັນ.
14
ຈົ່ງທັກທາຍກັນດ້ວຍການຈູບທີ່ສະແດງເຖິງຄວາມຮັກ. ຂໍສັນຕິສຸກ ຈົ່ງມີແກ່ເຈົ້າທັງຫລາຍທີ່ຢູ່ໃນພຣະຄຣິດເທີ້ນ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
All chapters:
1
2
3
4
5