bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 John 1
2 John 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
1
ຈາກ ຜູ້ປົກຄອງ ເຖິງ ທ່ານສຸພາບສະຕຼີທີ່ຊົງເລືອກໄວ້ ແລະ ພວກລູກຂອງນາງ ຜູ້ທີ່ເຮົາຮັກຢ່າງແທ້ຈິງ ບໍ່ແມ່ນເຮົາພຽງຄົນດຽວ ແຕ່ທຸກຄົນທີ່ຮູ້ຄວາມຈິງກໍຮັກເໝືອນກັນ,
2
ເພາະຄວາມຈິງດຳລົງຢູ່ໃນພວກເຮົາ ແລະມີຢູ່ກັບພວກເຮົາຊົ່ວນິຣັນດອນ.
3
ພຣະຄຸນ ພຣະເມດຕາ ແລະສັນຕິສຸກທີ່ມາຈາກພຣະເຈົ້າ ພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະບິດານັ້ນ ຈະສະຖິດຢູ່ກັບເຮົາທັງຫລາຍ ໃນຄວາມຈິງແລະໃນຄວາມຮັກ.
4
ເຮົາດີໃຈຫລາຍທີ່ຮູ້ວ່າ ພວກລູກຂອງເຈົ້າບາງຄົນໄດ້ດຳເນີນຊີວິດໃນຄວາມຈິງ ຕາມທີ່ພຣະບິດາເຈົ້າໄດ້ສັ່ງພວກເຮົານັ້ນ.
5
ແຕ່ບັດນີ້ ທ່ານສຸພາບສະຕຼີທີ່ຮັກເອີຍ, ເຮົາຂໍຮ້ອງເຈົ້າທັງຫຼາຍ ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ນີ້ບໍ່ແມ່ນກົດບັນຍັດຂໍ້ໃໝ່ທີ່ເຮົາໄດ້ຂຽນມາເຖິງພວກເຈົ້າ, ແຕ່ເປັນກົດບັນຍັດທີ່ພວກເຮົາເຄີຍມີມາແລ້ວຕັ້ງແຕ່ຕົ້ນເດີມ.
6
ແລະຄວາມຮັກທີ່ເຮົາກ່າວເຖິງນີ້ ຄືໃຫ້ພວກເຮົາປະຕິບັດຕາມກົດບັນຍັດຂອງພຣະເຈົ້າ ເປັນກົດບັນຍັດທີ່ພວກເຈົ້າເຄີຍໄດ້ມີມາແລ້ວຕັ້ງແຕ່ຕົ້ນເດີມນັ້ນ ເພື່ອໃຫ້ພວກເຈົ້າທຸກຄົນໄດ້ປະຕິບັດຕາມ.
7
ຜູ້ຫລອກລວງຫລາຍຄົນໄດ້ອອກໄປທົ່ວໂລກແລ້ວ ເປັນພວກທີ່ບໍ່ຍອມຮັບວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດລົງມາຮັບຊາດເປັນມະນຸດ. ຄົນຢ່າງນັ້ນແຫຼະ ເປັນຜູ້ຫລອກລວງ ແລະເປັນສັດຕູຂອງພຣະຄຣິດ.
8
ເຫດສະນັ້ນ ພວກເຈົ້າຈົ່ງລະວັງຕົວໃຫ້ດີ ເພື່ອວ່າພວກເຈົ້າຈະບໍ່ເສຍປະໂຫຍດໃນສິ່ງທີ່ພວກເຈົ້າໄດ້ກະທຳນັ້ນ ແຕ່ຈະໄດ້ຮັບບຳເໜັດເຕັມສ່ວນ.
9
ຜູ້ໃດທີ່ລ່ວງເກີນ ບໍ່ດຳລົງຢູ່ໃນຄຳສອນຂອງພຣະຄຣິດ ຜູ້ນັ້ນກໍບໍ່ມີພຣະເຈົ້າ ຜູ້ໃດທີ່ດຳລົງຢູ່ໃນຄຳສັ່ງສອນນີ້ ກໍມີທັງພຣະບິດາເຈົ້າແລະພຣະບຸດ.
10
ຖ້າຜູ້ໃດມາຫາເຈົ້າ ແລະບໍ່ເອົາຄຳສອນນີ້ມານຳ ກໍຢ່າຮັບຄົນນັ້ນເຂົ້າໃນເຮືອນ ແລະທັງຢ່າສະແດງຄວາມຄຳນັບຕໍ່ຜູ້ນັ້ນ.
11
ດ້ວຍວ່າ, ຜູ້ໃດທີ່ສະແດງຄວາມຄຳນັບຕໍ່ເຂົາ ຜູ້ນັ້ນກໍເຂົ້າສ່ວນໃນການກະທຳຊົ່ວຂອງເຂົາແລ້ວ.
12
ເຮົາຍັງມີຫລາຍຢ່າງ ທີ່ຈະຂຽນມາເຖິງເຈົ້າທັງຫຼາຍ ແຕ່ເຮົາບໍ່ຢາກໃຊ້ເຈ້ຍແລະນໍ້າມຶກ ເຮົາຫວັງວ່າຈະມາຫາພວກເຈົ້າ ແລະເວົ້າກັນປາກຕໍ່ປາກ ເພື່ອຄວາມຍິນດີຈະໄດ້ມີຢ່າງເຕັມປ່ຽມ.
13
ບັນດາລູກຂອງນ້ອງສາວຂອງເຈົ້າທີ່ຊົງເລືອກໄວ້ ນັ້ນ ກໍຝາກຄວາມຄິດເຖິງ ມາຫາພວກເຈົ້າດ້ວຍ.
Jump to:
Chapter 1
All chapters:
1