bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Thessalonians 2
2 Thessalonians 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
1
ພວກພີ່ນ້ອງເອີຍ, ເລື່ອງການສະເດັດມາປາກົດຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ແລະການທີ່ພຣະອົງຈະເຕົ້າໂຮມພວກເຮົາໄປເປັນຂອງພຣະອົງນັ້ນ ເຮົາຂໍຮ້ອງພວກເຈົ້າວ່າ,
2
ຢ່າໃຫ້ໃຈຂອງພວກເຈົ້າທັງຫລາຍປັ່ນປ່ວນໂດຍງ່າຍ ຫລືສະທ້ານຕົກໃຈ ບໍ່ວ່າຈະມາດ້ວຍທາງວິນຍານ ຫລືມາທາງຄຳເວົ້າ ຫລືທາງຈົດໝາຍທີ່ອ້າງວ່າມາຈາກເຮົາ ໂດຍອ້າງວ່າວັນຂອງອົງພຣະຜູ້ເປັນເຈົ້າມາເຖິງແລ້ວ.
3
ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃນທາງໃດທາງໜຶ່ງເລີຍ. ດ້ວຍວ່າ, ວັນນັ້ນຈະບໍ່ມາເຖິງ ຈົນກວ່າການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນກ່ອນ ແລະຜູ້ຊົ່ວຮ້າຍຈະປາກົດຕົວຂຶ້ນ ຄືຜູ້ທີ່ຖືກໝາຍໄວ້ສຳລັບນະຣົກ.
4
ມັນຈະຂັດຂວາງທຸກສິ່ງທີ່ມະນຸດຂາບໄຫວ້ ແລະທຸກສິ່ງທີ່ມະນຸດຖືເປັນພຣະເຈົ້າ ແລະຈະຍົກຕົວຂຶ້ນເໜືອສິ່ງເຫຼົ່ານັ້ນທັງໝົດ. ມັນຈະເຂົ້າໄປນັ່ງຢູ່ໃນວິຫານຂອງພຣະເຈົ້າ ແລະອ້າງຕົນເອງວ່າເປັນພຣະເຈົ້າ.
5
ພວກເຈົ້າຈື່ໄດ້ບໍ? ເມື່ອເຮົາຍັງຢູ່ກັບພວກເຈົ້ານັ້ນ ເຮົາກໍເຄີຍບອກສິ່ງເຫຼົ່ານີ້ທັງໝົດແກ່ພວກເຈົ້າແລ້ວ.
6
ແຕ່ໃນເວລານີ້ ຍັງມີສິ່ງທີ່ກີດກັ້ນມັນໄວ້ບໍ່ໃຫ້ປາກົດຕົວ ແລະພວກເຈົ້າກໍຮູ້ວ່າສິ່ງນັ້ນແມ່ນຫຍັງ ເມື່ອເຖິງເວລາກຳນົດແລ້ວ ມັນກໍຈະປາກົດຕົວ.
7
ອຳນາດອັນເລິກລັບແຫ່ງຄວາມຊົ່ວຮ້າຍກໍດຳເນີນການຢູ່ແລ້ວ ແຕ່ສິ່ງທີ່ຕ້ອງເກີດຂຶ້ນນັ້ນຈະເກີດຂຶ້ນໄດ້ ກໍຕໍ່ເມື່ອຜູ້ທີ່ກີດກັ້ນມັນໄວ້ນັ້ນຖືກຍົກໄປເສຍ.
8
ໃນຂະນະນັ້ນ ຜູ້ຊົ່ວຮ້າຍຈຶ່ງຈະປາກົດຕົວ ແລະອົງພຣະເຢຊູເຈົ້າກໍຈະປະຫານມັນເສຍດ້ວຍລົມຈາກປາກຂອງພຣະອົງ ແລະຈະລ້າງຜານໃຫ້ມັນດັບສູນໄປດ້ວຍແສງອັນຮຸ່ງເຮືອງ ໃນເວລາທີ່ພຣະອົງສະເດັດມານັ້ນ.
9
ຜູ້ຊົ່ວຮ້າຍນັ້ນຈະມາດ້ວຍອຳນາດຂອງມານຊາຕານ ແລະຈະເຮັດການອິດທິຣິດທຸກຢ່າງກັບໝາຍສຳຄັນແລະການອັດສະຈັນຫຼາຍຢ່າງທີ່ຈອມປອມ
10
ແລະໃຊ້ກົນອຸບາຍອັນຊົ່ວຊ້າທຸກຢ່າງຫລອກລວງຜູ້ທີ່ກຳລັງຈະຈິບຫາຍໄປ. ຄົນເຫຼົ່ານີ້ຈະຈິບຫາຍໄປເພາະພວກເຂົາບໍ່ໄດ້ຍອມຮັບຄວາມຈິງ ຊຶ່ງຈະຊ່ວຍພວກເຂົາໃຫ້ພົ້ນ.
11
ດັ່ງນັ້ນ ພຣະເຈົ້າຈຶ່ງໃຫ້ອິດທິພົນອັນຫລອກລວງນັ້ນ ເຮັດການຢູ່ພາຍໃນ ເພື່ອໃຫ້ພວກເຂົາເຊື່ອຟັງຄວາມບໍ່ຈິງ.
12
ໃນທີ່ສຸດ ທຸກຄົນທີ່ບໍ່ໄດ້ເຊື່ອຄວາມຈິງ ຄືຜູ້ທີ່ເພີດເພີນຢູ່ໃນການຊົ່ວຮ້າຍ ກໍຈະຖືກພິພາກສາລົງໂທດ.
13
ພວກພີ່ນ້ອງ ຜູ້ທີ່ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ທຸກເວລາ ເພາະວ່າພຣະເຈົ້າຊົງເລືອກພວກເຈົ້າໄວ້ຕັ້ງແຕ່ຕົ້ນເດີມ ເພື່ອໂຜດໃຫ້ພົ້ນໂດຍຣິດອຳນາດຂອງພຣະວິນຍານ ອົງທີ່ເຮັດໃຫ້ພວກເຈົ້າເປັນໄພ່ພົນຜູ້ບໍຣິສຸດຂອງພຣະອົງ ແລະໂດຍພວກເຈົ້າເຊື່ອໃນຄວາມຈິງ.
14
ພຣະເຈົ້າຊົງເອີ້ນເອົາພວກເຈົ້າໃຫ້ມາເຖິງຊີວິດໃໝ່ນີ້ ກໍໂດຍຂ່າວປະເສີດທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າ ພຣະອົງໄດ້ຊົງເອີ້ນເອົາພວກເຈົ້າ ໃຫ້ມີສ່ວນໃນສະຫງ່າຣາສີຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
15
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ ແລະຢຶດຖືເອົາຄຳສອນທີ່ສືບມາ ຊຶ່ງພວກເຮົາໄດ້ສອນພວກເຈົ້ານັ້ນ ບໍ່ວ່າຈະເປັນທາງວາຈາ ຫລືທາງຈົດໝາຍຂອງພວກເຮົາກໍດີ.
16
ຂໍໃຫ້ອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ຜູ້ຊົງຮັກເຮົາທັງຫລາຍ ແລະຊົງໂຜດປະທານໃຫ້ພວກເຮົາ ມີຄວາມຊູໃຈເປັນນິດແລະຄວາມຫວັງໃຈອັນດີ ໂດຍພຣະຄຸນນັ້ນ,
17
ຊົງຊູໃຈແລະຕັ້ງເຈົ້າໄວ້ໃຫ້ໝັ້ນຄົງ ໃນການງານແລະໃນວາຈາອັນດີທຸກຢ່າງ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
All chapters:
1
2
3