bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Timothy 4
2 Timothy 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
1
ເຮົາສັ່ງເຈົ້າຢູ່ຊ້ອງພຣະພັກພຣະເຈົ້າ ແລະຢູ່ຊ້ອງພຣະພັກພຣະຄຣິດເຈົ້າເຢຊູ ຜູ້ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ ໂດຍອ້າງເຖິງການທີ່ພຣະອົງຈະຊົງສ່ອງສະຫວ່າງມາປາກົດ ແລະອ້າງເຖິງຣາຊອານາຈັກຂອງພຣະອົງວ່າ,
2
ຈົ່ງເອົາໃຈໃສ່ເທດສະໜາສັ່ງສອນພຣະທຳຂອງພຣະເຈົ້າ ທັງໃນເວລາມີໂອກາດແລະບໍ່ມີໂອກາດ, ຈົ່ງຊັກຊວນດ້ວຍເຫດຜົນ, ຈົ່ງເຕືອນສະຕິແລະໜູນໃຈ ດ້ວຍຄວາມພຽນອົດທົນທຸກຢ່າງແລະໃນການສິດສອນ.
3
ເພາະຈະເຖິງເວລາທີ່ຄົນຈະບໍ່ຍອມຟັງຫລັກຄຳສອນອັນແທ້ຈິງ ແຕ່ຈະປະຕິບັດຕາມຄວາມປາຖະໜາຂອງເຂົາເອງ ແລະຈະຮວບຮວມຄຳສອນໄວ້ເພື່ອຕອບສະໜອງຄວາມຕ້ອງການຂອງເຂົາ.
4
ຄົນເຫຼົ່ານັ້ນ ຈະບໍ່ຟັງຄວາມຈິງອີກຕໍ່ໄປ ເຂົາຈະຫັນໄປສົນໃຈນິຍາຍເລື່ອງຕ່າງໆ.
5
ແຕ່ເຈົ້າຈົ່ງລະວັງຕົນເອງໃຫ້ດີໃນທຸກສະພາບການ, ຈົ່ງອົດທົນຕໍ່ຄວາມຍາກລຳບາກ ແລະຈົ່ງເຮັດໜ້າທີ່ຂອງຜູ້ປະກາດຂ່າວປະເສີດ ຈົ່ງປະຕິບັດໜ້າທີ່ການຂອງເຈົ້ານັ້ນໃຫ້ສຳເລັດ.
6
ສຳລັບເຮົານັ້ນ ເຖິງເວລາແລ້ວທີ່ຈະຕົກເປັນເຄື່ອງບູຊາ ແລະເຖິງເວລາແລ້ວທີ່ເຮົາຕ້ອງຈາກໂລກນີ້ໄປ.
7
ເຮົາໄດ້ຕໍ່ສູ້ຢ່າງສຸດກຳລັງ ເຮົາໄດ້ແລ່ນແຂ່ງຂັນຈົນເຖິງທີ່ສຸດ ແລະເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ.
8
ແຕ່ນີ້ຕໍ່ໄປ ມົງກຸດຄືລາງວັນແຫ່ງຄວາມຊອບທຳ ຊົງຈັດໄວ້ຖ້າເຮົາແລ້ວ ຊຶ່ງອົງພຣະຜູ້ເປັນເຈົ້າ ຜູ້ພິພາກສາທີ່ຍຸດຕິທຳ ຈະຊົງປະທານແກ່ເຮົາໃນວັນນັ້ນ ແລະບໍ່ແມ່ນແກ່ເຮົາພຽງຜູ້ດຽວ ແຕ່ຈະຊົງປະທານແກ່ຄົນທັງປວງ ທີ່ມີໃຈຍິນດີໃນການຊົງສ່ອງສະຫວ່າງມາປາກົດຂອງພຣະອົງ.
9
ຈົ່ງຮີບຮ້ອນໃຈມາຫາເຮົາໄວໆ.
10
ເພາະວ່າເດມາໄດ້ຫລົງຮັກສິ່ງຂອງຝ່າຍໂລກເສຍແລ້ວ ແລະໄດ້ປະຖິ້ມເຮົາ ໜີໄປເມືອງເທສະໂລນິກ. ເກເຊັນໄດ້ໄປແຂວງຄາລາເຕຍ ແລະ ຕີໂຕໄດ້ໄປທີ່ເມືອງດັນມາເຕຍ.
11
ມີແຕ່ລູກາເທົ່ານັ້ນ ທີ່ຢູ່ກັບເຮົາ ຈົ່ງເອົາມາຣະໂກມານຳເຈົ້າດ້ວຍ ເພາະວ່າເພິ່ນຊ່ວຍເຮົາຫລາຍໃນພາລະກິດການຮັບໃຊ້.
12
ເຮົາໄດ້ໃຊ້ຕີຂີໂກໄປທີ່ເມືອງເອເຟໂຊ.
13
ເມື່ອເຈົ້າມາ ຈົ່ງເອົາເສື້ອຄຸມທີ່ເຮົາໄດ້ປະໄວ້ກັບກາລະໂປ ທີ່ເມືອງໂທອາດນັ້ນມານຳດ້ວຍ ຈົ່ງເອົາໜັງສືຕ່າງໆມາເໝືອນກັນ ເປັນຕົ້ນໜັງສືທີ່ຂຽນໃສ່ແຜ່ນໜັງນັ້ນ.
14
ອາເລັກຊັນເດີຊ່າງທອງແດງນັ້ນ ໄດ້ເຮັດຮ້າຍຕໍ່ເຮົາຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຊົງຕອບແທນໃຫ້ສົມກັບການທີ່ລາວເຮັດນັ້ນ.
15
ເຈົ້າເອງ ກໍຈົ່ງລະວັງຕົວລາວໃຫ້ດີ ເພາະລາວເວົ້າຂັດຂວາງຕໍ່ສູ້ຖ້ອຍຄຳຂອງພວກເຮົາຢ່າງຮຸນແຮງ.
16
ບໍ່ມີຜູ້ໃດເຂົ້າຂ້າງເຮົາຈັກຄົນ ເມື່ອເຮົາກ່າວແກ້ຄະດີເທື່ອທຳອິດນັ້ນ ທຸກຄົນໄດ້ປະຖິ້ມເຮົາໝົດ ຂໍພຣະເຈົ້າຢ່າຖືໂທດພວກເຂົາເລີຍ
17
ແຕ່ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ ແລະຊູກຳລັງເຮົາຂຶ້ນ ເພື່ອໃຫ້ເຮົາສາມາດປະກາດຂ່າວປະເສີດອັນຄົບຖ້ວນ ແກ່ຄົນຕ່າງຊາດທຸກຄົນ ແລະເຮົາກໍໄດ້ຖືກຊ່ວຍກູ້ເອົາໃຫ້ພົ້ນຈາກປາກຂອງສິງໂຕ.
18
ອົງພຣະຜູ້ເປັນເຈົ້າຊົງຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທຸກຢ່າງ ແລະນຳເຮົາເຂົ້າໄປສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ ຂໍໃຫ້ສະຫງ່າຣາສີ ຈົ່ງມີແກ່ພຣະອົງ ສືບໆໄປເປັນນິດເທີ້ນ ອາແມນ.
19
ເຮົາຂໍຝາກຄວາມຄິດເຖິງ ມາຍັງປີຊະກີລາກັບອາກີລາ ແລະຄອບຄົວໂອເນຊີໂຟໂຣ.
20
ເອຣາຊະໂຕ ໄດ້ຄ້າງຢູ່ທີ່ເມືອງໂກຣິນໂທ ແລະເຮົາໄດ້ປະໂທຟີໂມໄວ້ທີ່ເມືອງມີເລໂຕ ເພາະວ່າລາວປ່ວຍ.
21
ຈົ່ງພະຍາຍາມມາຫາເຮົາ ກ່ອນລະດູໜາວໃຫ້ໄດ້. ຢູບູໂລ, ປູເດັນ, ລີໂນ ແລະ ກະໂລເດຍກັບພີ່ນ້ອງຄຣິສຕຽນທັງໝົດ ກໍຝາກຄວາມຄິດເຖິງມາຫາເຈົ້າເໝືອນກັນ.
22
ຂໍອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບວິນຍານຂອງເຈົ້າເທີ້ນ. ຂໍໃຫ້ພຣະຄຸນ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
All chapters:
1
2
3
4