bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
3 John 1
3 John 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
1
ຈາກ ເຮົາ ຜູ້ປົກຄອງ ເຖິງ ໄຄໂຢ ຜູ້ທີ່ເຮົາຮັກຢ່າງແທ້ຈິງ.
2
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາພາວັນນາອະທິຖານຂໍໃຫ້ເຈົ້າຈະເລີນດີຂຶ້ນໃນທຸກສິ່ງ ແລະໃຫ້ມີສຸກຂະພາບເຂັ້ມແຂງ ເໝືອນດັ່ງຈິດວິນຍານຂອງເຈົ້າຈະເລີນດີຢູ່ນັ້ນ.
3
ເຮົາມີຄວາມຍິນດີຫລາຍ ເມື່ອພີ່ນ້ອງຄຣິສຕຽນບາງຄົນໄດ້ມາຮອດ ແລະເປັນພະຍານເຖິງຄວາມສັດຊື່ຂອງເຈົ້າຕໍ່ຄວາມຈິງ ເໝືອນດັ່ງທີ່ເຈົ້າໄດ້ເຄີຍປະຕິບັດຢູ່ໃນຄວາມຈິງນັ້ນ.
4
ບໍ່ມີອັນໃດ ທີ່ເຮັດໃຫ້ເຮົາດີໃຈຫລາຍໄປກວ່າທີ່ໄດ້ຍິນວ່າ, ບັນດາລູກຂອງເຮົາໄດ້ປະຕິບັດຢູ່ໃນຄວາມຈິງ.
5
ເພື່ອນທີ່ຮັກຂອງເຮົາເອີຍ, ເມື່ອເຈົ້າປະຕິບັດພາລະກິດຢ່າງສັດຊື່ສຳລັບພວກພີ່ນ້ອງຄຣິສຕຽນ ແລະຕໍ່ບັນດາແຂກທີ່ມາເຮືອນ ກໍສະແດງເຖິງຄວາມຈົງຮັກພັກດີຂອງເຈົ້າ.
6
ເຂົາເຫຼົ່ານັ້ນໄດ້ເປັນພະຍານຕໍ່ຄຣິສຕະຈັກ ໃນເລື່ອງຄວາມຮັກຂອງເຈົ້າ, ຖ້າເຈົ້າຈະຊ່ວຍສົ່ງເຂົາເຫຼົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ ເຈົ້າກໍເຮັດດີ.
7
ເພາະເຂົາເຫຼົ່ານັ້ນໄດ້ອອກໄປ ເພາະເຫັນແກ່ພຣະນາມຂອງພຣະອົງ ແລະບໍ່ໄດ້ຮັບສິ່ງໃດຈາກຄົນນອກ.
8
ສະນັ້ນ ຝ່າຍເຮົາທັງຫລາຍຈຳເປັນຕ້ອງສະໜັບສະໜູນອູ້ມຊູຄົນຢ່າງນັ້ນ ເພື່ອພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ.
9
ເຮົາໄດ້ຂຽນບາງຢ່າງເຖິງຄຣິສຕະຈັກ ແຕ່ດີໂອເທເຟ ຜູ້ມັກຕັ້ງຕົວເປັນໃຫຍ່ເໜືອໝູ່ ກໍບໍ່ຍອມຮັບເຮົາ.
10
ເຫດສະນັ້ນ ຖ້າເຮົາມາ ເຮົາຈະເປີດເຜີຍການທີ່ລາວເຮັດ ຄືລາວໄດ້ກ່າວໃສ່ຮ້າຍຕໍ່ເຮົາ ດ້ວຍຄວາມບໍ່ມີແກ່ນສານ ແລະເທົ່ານັ້ນຍັງບໍ່ສົມໃຈ ຊໍ້າບໍ່ໜຳ ລາວຍັງປະຕິເສດ ບໍ່ຍອມຮັບຕ້ອນຄຣິສຕຽນເຫຼົ່ານັ້ນ ແລ້ວຍັງກີດກັ້ນຄົນທັງຫລາຍທີ່ຢາກຮັບຕ້ອນພວກເຂົາ ກັບທັງຕັດພວກເຂົາອອກເສຍຈາກຄຣິສຕະຈັກ.
11
ເພື່ອນທີ່ຮັກເອີຍ, ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ ແຕ່ຈົ່ງເອົາການດີງາມ ຜູ້ທີ່ເຮັດການດີກໍເປັນຂອງພຣະເຈົ້າ ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ.
12
ສ່ວນເດເມທິໂອນັ້ນ ທຸກຄົນກໍເປັນພະຍານວ່າ ເພິ່ນເປັນຄົນດີ ແລະຄວາມຈິງເອງກໍເປັນພະຍານ ຝ່າຍເຮົາກໍເປັນພະຍານເໝືອນກັນ ແລະເຈົ້າຮູ້ແລ້ວວ່າ ຄຳພະຍານຂອງເຮົາກໍຈິງ.
13
ເຮົາມີຂໍ້ຄວາມຫລາຍຂໍ້ ທີ່ຈະຂຽນມາເຖິງເຈົ້າ ແຕ່ບໍ່ຢາກຂຽນດ້ວຍປາກກາແລະນໍ້າມຶກ.
14
ເຮົາຫວັງວ່າ ຈະໄດ້ເຫັນເຈົ້າໃນໄວໆນີ້ ແລະຈະໄດ້ເວົ້າກັນປາກຕໍ່ປາກ.
15
ຂໍສັນຕິສຸກຈົ່ງມີແກ່ເຈົ້າ. ບັນດາສະຫາຍທາງນີ້ ກໍຝາກຄວາມຄິດເຖິງມາຫາເຈົ້າ ຂໍໃຫ້ເຈົ້າຝາກຄວາມຄິດເຖິງນີ້ ແກ່ບັນດາສະຫາຍທາງພຸ້ນດ້ວຍອອກນາມຊື່ຂອງທຸກຄົນ.
Jump to:
Chapter 1
All chapters:
1