bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Ephesians 1
Ephesians 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 2 →
1
ໂປໂລ ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ຕາມນໍ້າພຣະໄທຂອງພຣະເຈົ້າ. ເຖິງພວກໄພ່ພົນຂອງພຣະເຈົ້າ ຜູ້ທີ່ເຫຼື້ອມໃສສັດທາໃນພຣະຄຣິດເຈົ້າເຢຊູ.
2
ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບເຈົ້າທັງຫລາຍເທີ້ນ.
3
ສາທຸການແດ່ພຣະເຈົ້າ ຄືພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສະຫວັນສະຖານໂດຍພຣະຄຣິດ.
4
ໃນພຣະຄຣິດນັ້ນ ພຣະອົງໄດ້ຊົງເລືອກພວກເຮົາໄວ້ ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ.
5
ພຣະອົງໄດ້ຊົງຄາດໝາຍພວກເຮົາໄວ້ກ່ອນ ດ້ວຍຄວາມຮັກ ໃຫ້ເປັນບຸດຂອງພຣະອົງ ໂດຍພຣະເຢຊູຄຣິດເຈົ້າຕາມທີ່ຊອບພຣະໄທພຣະອົງ.
6
ເພື່ອຈະໃຫ້ເປັນທີ່ສັນລະເສີນພຣະຄຸນອັນຮຸ່ງເຮືອງຂອງພຣະອົງ ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູເຈົ້າ ຜູ້ຊົງເປັນທີ່ຮັກຂອງພຣະເຈົ້າ.
7
ໃນພຣະອົງນັ້ນ ພວກເຮົາໄດ້ຮັບການໄຖ່ໃຫ້ພົ້ນດ້ວຍພຣະໂລຫິດຂອງພຣະອົງ ຄືໄດ້ຮັບການອະໄພການຫລົງຜິດຂອງເຮົາ ໂດຍພຣະກະລຸນາອັນອຸດົມຂອງພຣະອົງ ຊຶ່ງໄດ້ຊົງປະທານແກ່ພວກເຮົາຢ່າງລົ້ນເຫລືອ.
8
ເປັນພຣະຄຸນຊຶ່ງພວກເຮົາໄດ້ຮັບຢ່າງລົ້ນເຫລືອຫາທີ່ປຽບບໍ່ໄດ້. ໃນພຣະປັນຍາແລະຄວາມຮູ້ແຈ້ງເຫັນຈິງທຸກຢ່າງຂອງພຣະອົງນັ້ນ.
9
ພຣະເຈົ້າໄດ້ຕັ້ງໃຈໄວ້ກ່ອນແລ້ວ ໃນການເຮັດໃຫ້ພວກເຮົາຮູ້ຈັກແຜນການອັນເລິກລັບ ໃນນໍ້າພຣະໄທຂອງພຣະອົງ ເພື່ອໃຫ້ສຳເລັດໂດຍທາງພຣະອົງ.
10
ປະສົງວ່າ ເມື່ອເວລາກຳນົດຄົບບໍຣິບູນແລ້ວ ພຣະອົງຈະຊົງຮວບຮວມສິ່ງສາລະພັດ ທັງມີຢູ່ໃນສະຫວັນແລະເທິງແຜ່ນດິນໂລກໄວ້ໃນພຣະຄຣິດ ຜູ້ຊົງເປັນພຣະປະມຸກ.
11
ໃນພຣະອົງນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາລະພັດດຳເນີນໄປ ໃຫ້ສົມກັບນໍ້າພຣະໄທຂອງພຣະອົງ.
12
ພວກເຮົາເປັນຄົນຜູ້ທຳອິດ ທີ່ມີຄວາມຫວັງໃນພຣະຄຣິດ ໄດ້ຮັບການກຳນົດແລະແຕ່ງຕັ້ງ ໃຫ້ຖວາຍສັນລະເສີນຄວາມຍິ່ງໃຫຍ່ຂອງພຣະອົງ.
13
ພວກເຈົ້າກໍເໝືອນກັນ ເມື່ອໄດ້ຟັງຂ່າວຄວາມຈິງ ຄືຂ່າວປະເສີດເລື່ອງຄວາມພົ້ນຂອງພວກເຈົ້ານັ້ນ ແລະວາງໃຈເຊື່ອໃນພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງໄດ້ປະທັບຕາໝາຍພວກເຈົ້າໄວ້ ໂດຍພຣະວິນຍານບໍຣິສຸດເຈົ້າ ຕາມທີ່ພຣະອົງໄດ້ຊົງສັນຍາໄວ້.
14
ເປັນເຄື່ອງມັດຈຳຂອງການຮັບມໍຣະດົກຂອງພວກເຮົາ ຈົນກວ່າເຮົາຈະໄດ້ຮັບເປັນກຳມະສິດ ເປັນທີ່ຖວາຍສັນລະເສີນແດ່ພຣະກຽດຕິຍົດຂອງພຣະອົງ.
15
ເຫດສະນັ້ນ ເມື່ອເຮົາໄດ້ຍິນວ່າ ພວກເຈົ້າວາງໃຈເຊື່ອໃນອົງພຣະເຢຊູເຈົ້າ ແລະຮັກໄພ່ພົນຂອງພຣະເຈົ້າທຸກຄົນ,
16
ເຮົາຈຶ່ງໂມທະນາຂອບພຣະຄຸນພຣະເຈົ້າຢູ່ສະເໝີບໍ່ຂາດສຳລັບພວກເຈົ້າ ແລະລະນຶກເຖິງພວກເຈົ້າເມື່ອເຮົາພາວັນນາອະທິຖານ.
17
ເຮົາພາວັນນາອະທິຖານ ຂໍພຣະເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະບິດາເຈົ້າຜູ້ຊົງພຣະສະຫງ່າຣາສີ ຊົງໂຜດປະທານໃຫ້ເຈົ້າທັງຫລາຍມີວິນຍານແຫ່ງສະຕິປັນຍາ ແລະຄວາມຮູ້ແຈ້ງເຫັນຈິງເຖິງເລື່ອງພຣະອົງ.
18
ແລະຂໍຊົງໂຜດໃຫ້ຕາພາຍໃນຂອງເຈົ້າທັງຫລາຍສະຫວ່າງຂຶ້ນ ເພື່ອພວກເຈົ້າຈະໄດ້ຮູ້ວ່າ ໃນການທີ່ພຣະອົງຊົງເອີ້ນພວກເຈົ້ານັ້ນ ພຣະອົງໄດ້ຊົງປະທານຄວາມຫວັງອັນໃດແກ່ພວກເຈົ້າ ແລະຮູ້ວ່າມໍຣະດົກຂອງພຣະອົງສຳລັບພວກໄພ່ພົນຂອງພຣະອົງນັ້ນ ມີສະຫງ່າຣາສີອັນອຸດົມສົມບູນພຽງໃດ.
19
ແລະຮູ້ວ່າຣິດອຳນາດອັນໃຫຍ່ເຫຼືອປະມານຂອງພຣະອົງ ມີຫລາຍພຽງໃດສຳລັບພວກເຮົາຜູ້ທີ່ເຊື່ອ ຕາມອຳນາດພຣະກຳລັງ ແລະຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ
20
ຊຶ່ງພຣະອົງໄດ້ຊົງກະທຳໃນພຣະຄຣິດ ເມື່ອຊົງບັນດານໃຫ້ພຣະອົງຄືນພຣະຊົນ ແລະຊົງໃຫ້ປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າໃນສະຫວັນສະຖານ.
21
ສູງກວ່າບັນດາວິນຍານທີ່ຄອບຄອງ, ຜູ້ມີອຳນາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະເໜືອກວ່ານາມຊື່ທັງປວງທີ່ເຂົາເອີ່ຍຂຶ້ນ ບໍ່ແມ່ນໃນສະໄໝນີ້ເທົ່ານັ້ນ ແຕ່ວ່າໃນສະໄໝທີ່ຈະມາເຖິງດ້ວຍ.
22
ແລະໄດ້ຊົງປາບສິ່ງສາລະພັດທັງປວງລົງໃຕ້ພຣະບາດຂອງພຣະອົງ ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະປະມຸກ ເໜືອສິ່ງສາລະພັດແກ່ຄຣິສຕະຈັກ.
23
ຊຶ່ງເປັນພຣະກາຍຂອງພຣະອົງ ຊຶ່ງເຕັມບໍຣິບູນດ້ວຍພຣະອົງ ຜູ້ຊົງເຕັມໃນທຸກຫົນທຸກແຫ່ງທົ່ວສັບພະທຸກສິ່ງ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 2 →
All chapters:
1
2
3
4
5
6