bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Habakkuk 2
Habakkuk 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
1
ຂ້ອຍຈະປີນຂຶ້ນໄປເທິງຫໍຄອຍຂອງຂ້ອຍ ແລະຊອມເບິ່ງວ່າ ພຣະອົງຈະບອກຫຍັງໃຫ້ແກ່ຂ້ອຍຮູ້ແດ່ ແລະແມ່ນຄຳຕອບຢ່າງໃດທີ່ພຣະອົງ ຈະໃຫ້ກ່ຽວກັບຄຳຮ້ອງທຸກຂອງຂ້ອຍ.
2
ພຣະເຈົ້າຢາເວໄດ້ໃຫ້ຄຳຕອບນີ້ແກ່ຂ້ອຍ: “ຈົ່ງຂຽນຢ່າງແຈ່ມແຈ້ງ ເລື່ອງທີ່ເຮົາບອກເຈົ້າທາງນິມິດນີ້ໃສ່ແຜ່ນປ້າຍ ເພື່ອໃຫ້ຄົນອ່ານອອກໄດ້ງ່າຍ.
3
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.
4
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງເຮົາ: ‘ຄົນທີ່ເຮັດຊົ່ວຈະບໍ່ລອດຊີວິດຢູ່ໄດ້ເລີຍ. ແຕ່ຄົນທີ່ຊອບທຳຈະມີຊີວິດຢູ່ ດ້ວຍວ່າພວກເຂົາສັດຊື່ຕໍ່ພຣະເຈົ້າ.”’
5
ຄວາມຮັ່ງມີເປັນສິ່ງຫລອກລວງ. ຄົນໂລພາກໍຈອງຫອງ ແລະຢູ່ບໍ່ເປັນສຸກດັ່ງມັດຈຸຣາດທີ່ບໍ່ຮູ້ຈັກອີ່ມ. ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຄອບຄອງຊົນຊາດທັງຫລາຍເພື່ອພວກເຂົາເອງ.
6
ປະຊາຊົນທີ່ຖືກຄອບຄອງນັ້ນ ພວກເຂົາຈະປ້ອຍດ່າແລະດູຖູກຢຽບຫຍາມພວກທີ່ຄອບຄອງພວກຕົນ ແລະສະແດງທ່າທີຫຍໍ້ຫຍັນໃສ່ພວກເຂົາໂດຍຈະເວົ້າວ່າ, “ພວກສູໄດ້ເອົາຂອງຜູ້ອື່ນມາເປັນຂອງຕົນ ແຕ່ເຄາະກຳຈະເປັນຂອງພວກສູ ພວກສູຈະສ້າງຮັ່ງຄູນມີອີກດົນນານປານໃດ ໂດຍບັງຄັບລູກໜີ້ໃຫ້ຊຳລະໜີ້ສິນໝົດ?”
7
ແຕ່ກ່ອນພວກເຈົ້າຈະຮູ້ສຶກຕົວ ພວກເຈົ້າຜູ້ຄອບຄອງຄົນອື່ນກໍຈະເປັນໜີ້ເສຍເອງ ແລະຖືກບັງຄັບໃຫ້ຈ່າຍດອກເບ້ຍຄືນ. ເຫຼົ່າສັດຕູຈະບຸກລຸກເຂົ້າມາ ແລະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວ. ພວກເຂົາຈະປຸ້ນຈີ້ພວກເຈົ້າ.
8
ພວກເຈົ້າໄດ້ປຸ້ນຈີ້ປະຊາຊົນຫລາຍໆຊົນຊາດ; ແຕ່ບັດນີ້ ຜູ້ທີ່ລອດຕາຍມາໄດ້ນັ້ນ ຈະປຸ້ນຈີ້ພວກເຈົ້າຄືນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ.
9
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ເຮັດໃຫ້ຄອບຄົວຂອງພວກຕົນຮັ່ງມີເປັນດີ ດ້ວຍສິ່ງທີ່ພວກເຈົ້າຢຶດມາໄດ້ດ້ວຍການຂ້າທາລຸນຄົນອື່ນ ແລະດ້ວຍການພະຍາຍາມເຮັດໃຫ້ຄອບຄົວຂອງຕົນເອງຢູ່ຢ່າງປອດໄພຈາກການທຳຮ້າຍ ແລະຈາກອັນຕະລາຍ
10
ແຕ່ເລ້ກົນຂອງພວກເຈົ້ານັ້ນ ໄດ້ນຳຄວາມອັບອາຍຂາຍໜ້າມາສູ່ຄອບຄົວ; ການທີ່ພວກເຈົ້າໄດ້ທຳລາຍຊົນຊາດຕ່າງໆ ກໍເທົ່າກັບການນຳເອົາຄວາມຈິບຫາຍມາສູ່ພວກເຈົ້າເອງເທົ່ານັ້ນ.
11
ແມ່ນແຕ່ກ້ອນຫີນຕາມກຳແພງກໍຈະຮ້ອງຕໍ່ສູ້ພວກເຈົ້າ ແລະໄມ້ກອນຂອງເຮືອນກໍຈະສົ່ງສຽງກ້ອງດັງສະໜັ່ນອອກມາ.
12
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ວາງຮາກຖານຂອງເມືອງດ້ວຍອາຊະຍາກຳ ແລະສ້າງເມືອງຂຶ້ນມາດ້ວຍຄາດຕະກຳ.
13
ບັນດາຊົນຊາດທີ່ພວກເຈົ້າໄດ້ເຂົ້າຄອບຄອງນັ້ນ ເຮັດວຽກອິດອ່ອນໝົດກຳລັງໂດຍບໍ່ມີປະໂຫຍດ ແລະສິ່ງທັງໝົດທີ່ພວກເຂົາໄດ້ສ້າງຂຶ້ນມານັ້ນກໍຖືກໄຟເຜົາຜານກ້ຽງ. ອົງພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກະທຳການນີ້.
14
ທະເລມີນໍ້າເຕັມຢູ່ສັນໃດ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມຮອບຮູ້ ແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ.
15
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ດູຖູກ ແລະເຮັດໃຫ້ເພື່ອນບ້ານຂອງພວກເຈົ້າເສື່ອມເສຍ ຍ້ອນຄວາມໂກດຮ້າຍຂອງພວກເຈົ້າ; ພວກເຈົ້າເຮັດໃຫ້ພວກເຂົາຍ່າງໂຊເຊເໝືອນຄົນເມົາເຫຼົ້າ.
16
ພວກເຈົ້າຈະໄດ້ຮັບຄວາມອັບອາຍຂາຍໜ້າ ແທນທີ່ຈະໄດ້ຮັບກຽດຕິຍົດ. ພວກເຈົ້າເອງຈະດື່ມເຫຼົ້າ ແລະຈະຍ່າງໂຊເຊ. ພຣະເຈົ້າຢາເວເອງຈະມອບຈອກແຫ່ງການລົງໂທດນີ້ໃຫ້ພວກເຈົ້າດື່ມ ແລະກຽດຕິຍົດຂອງພວກເຈົ້າກໍຈະເສື່ອມເສຍໄປ.
17
ພວກເຈົ້າໄດ້ປໍ້າຕົ້ນໄມ້ໃນປ່າເລບານອນລົງສັນໃດ ບັດນີ້ ພວກເຈົ້າກໍຈະຖືກປໍ້າລົງສັນນັ້ນ. ພວກເຈົ້າໄດ້ຂ້າສັດໃນປ່າສັນໃດ; ບັດນີ້ ສັດທັງຫລາຍກໍຈະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວສັນນັ້ນ. ເຫດການນີ້ຈະເກີດຂຶ້ນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ.
18
ຮູບເຄົາຣົບໃຫ້ຜົນປະໂຫຍດຫຍັງແດ່? ມັນເປັນພຽງແຕ່ຮູບທີ່ມະນຸດໄດ້ສ້າງຂຶ້ນເທົ່ານັ້ນ ແລະມັນກໍບໍ່ບອກຫຍັງໃຫ້ພວກເຈົ້າຮູ້ໄດ້ ເວັ້ນແຕ່ຄຳຕົວະເທົ່ານັ້ນ. ມີດີຫຍັງແດ່ທີ່ຜູ້ສ້າງຮູບເຄົາຣົບນັ້ນປົງໃຈໃນມັນ ຄືຮູບພະທີ່ປາກບໍ່ໄດ້
19
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເວົ້າກັບຮູບໄມ້ວ່າ, “ລຸກຂຶ້ນແມ” ຫລືເວົ້າຕໍ່ກ້ອນຫີນວ່າ, “ຢືນຂຶ້ນແມ” ຮູບເຄົາຣົບສະແດງນິມິດຢ່າງໃດຢ່າງໜຶ່ງໃຫ້ພວກເຈົ້າຮູ້ໄດ້ບໍ? ມັນອາດຈະໂອບດ້ວຍເງິນແລະຄຳ ແຕ່ມັນບໍ່ມີຊີວິດຈິດໃຈເລີຍ.
20
ແຕ່ພຣະເຈົ້າຢາເວສະຖິດຢູ່ໃນພຣະວິຫານອັນສັກສິດ; ຈົ່ງໃຫ້ມະນຸດທຸກໆຄົນຢູ່ທີ່ເທິງແຜ່ນດິນໂລກນີ້ ມິດງຽບຢູ່ຊ້ອງໜ້າພຣະອົງເທີ້ນ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
All chapters:
1
2
3