bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Haggai 2
Haggai 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
1
ໃນວັນທີຊາວເອັດ ເດືອນເຈັດ ປີດຽວກັນນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ.
2
ພຣະອົງໄດ້ບອກຮັກກາຍໃຫ້ກ່າວຕໍ່ເຊຣຸບບາເບນລູກຊາຍຂອງເຊອານຕີເອນຜູ້ປົກຄອງຢູດາຍ ຕໍ່ເຢຊູອາລູກຊາຍຂອງໂຢຊາດັກຜູ້ເປັນມະຫາປະໂຣຫິດ ແລະຕໍ່ປະຊາຊົນທີ່ກັບມາຈາກການເປັນຊະເລີຍວ່າ,
3
“ໃນທ່າມກາງພວກເຈົ້າມີຜູ້ໃດແດ່ ທີ່ຍັງລະນຶກຄິດເຖິງຄວາມສະຫງ່າງາມ ຄັ້ງທຳອິດຂອງພຣະວິຫານໄດ້? ມາບັດນີ້ ພວກເຈົ້າເບິ່ງເຫັນເປັນຈັ່ງໃດ? ບໍ່ເຫັນມີຄຸນຄ່າຫຍັງເລີຍແມ່ນບໍ.
4
ແຕ່ບັດນີ້ ເຊຣຸບບາເບນເອີຍ ຈົ່ງເຂັ້ມແຂງເຖີດ ເຢຊູອາລູກຊາຍຂອງໂຢຊາດັກຜູ້ເປັນມະຫາປະໂຣຫິດເອີຍ ພຣະເຈົ້າຢາເວກ່າວວ່າ, ຈົ່ງເຂັ້ມແຂງເຖີດ, ປະຊາຊົນທັງໝົດຂອງດິນແດນເອີຍ ຈົ່ງເຂັ້ມແຂງເຖີດ. ຈົ່ງເຮັດວຽກຕໍ່ໄປເພາະເຮົາຢູ່ກັບພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
5
ເມື່ອພວກເຈົ້າໄດ້ອອກມາຈາກປະເທດເອຢິບ ເຮົາກໍໄດ້ສັນຍາວ່າເຮົາຈະຢູ່ກັບພວກເຈົ້າສະເໝີ. ເຮົາຍັງຢູ່ກັບພວກເຈົ້າ. ດັ່ງນັ້ນ ຢ່າສູ່ຢ້ານກົວເລີຍ.
6
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: ອີກບໍ່ດົນ ເຮົາຈະສັ່ນຈັກກະວານກັບແຜ່ນດິນໂລກ ດິນແດນກັບນໍ້າທະເລ.
7
ເຮົາຈະໂຄ່ນລົ້ມທຸກຊົນຊາດ ແລະຊັບສົມບັດຂອງພວກເຂົາຈະຖືກນຳມາ ແລະເຮົາຈະໃຫ້ວິຫານນີ້ເຕັມໄປດ້ວຍສະຫງ່າຣາສີ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
8
ເງິນແລະຄຳທັງໝົດຢູ່ໃນໂລກນີ້ເປັນຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
9
ພຣະວິຫານຫລັງໃໝ່ນີ້ຈະສະຫງ່າງາມກວ່າຫລັງເກົ່າ; ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: ໃນທີ່ນັ້ນ ເຮົາຈະໃຫ້ປະຊາຊົນຂອງເຮົາຈະເລີນຮຸ່ງເຮືອງແລະມີສັນຕິສຸກ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
10
ໃນວັນທີຊາວສີ່ ເດືອນທີເກົ້າ ອັນກົງກັບປີທີສອງ ທີ່ດາຣິອຸດໄດ້ຂຶ້ນເປັນຈັກກະພັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ.
11
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: “ຈົ່ງຖາມບັນດາປະໂຣຫິດໃຫ້ຕັດສິນໃຈເຖິງບັນຫານີ້:
12
ຖ້າວ່າມີຜູ້ໃດຜູ້ໜຶ່ງເອົາຊີ້ນຕ່ອນໜຶ່ງຈາກແທ່ນບູຊາ ທີ່ໄດ້ຖວາຍບູຊາແລ້ວຍັດໃສ່ພັບເສື້ອໄປ. ແລ້ວຖ້າລາວປ່ອຍໃຫ້ເສື້ອຂອງລາວນັ້ນແຕະຕ້ອງເຂົ້າຈີ່, ອາຫານທີ່ໄດ້ຄົວແລ້ວ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ຫລືອາຫານທຸກຢ່າງ, ມັນຈະເຮັດໃຫ້ອາຫານນັ້ນເປັນເຄື່ອງຖວາຍບູຊາໄດ້ບໍ?” ເມື່ອພວກປະໂຣຫິດໄດ້ຟັງຄຳຖາມນີ້ແລ້ວ ພວກເຂົາຈຶ່ງຕອບວ່າ, “ບໍ່ໄດ້.”
13
ແລ້ວຮັກກາຍກໍໄດ້ຖາມວ່າ, “ຖ້າວ່າຄົນຜູ້ໜຶ່ງເປັນມົນທິນ ຍ້ອນໄດ້ແຕະຕ້ອງຊາກສົບຄົນຕາຍ. ຖ້າລາວໄດ້ແຕະຕ້ອງອາຫານເຫຼົ່ານີ້ຢ່າງໜຶ່ງຢ່າງໃດ ມັນຈະເຮັດໃຫ້ອາຫານເຫຼົ່ານີ້ເປັນມົນທິນຄືກັນບໍ?” ພວກປະໂຣຫິດຈຶ່ງຕອບວ່າ, “ເປັນມົນທິນ.”
14
ແລ້ວຮັກກາຍກໍໄດ້ກ່າວວ່າ, “ພຣະເຈົ້າຢາເວກ່າວວ່າ ໃນສາຍຕາຂອງເຮົາ ຊົນຊາດນີ້ເປັນຢ່າງນັ້ນແລະປະຊາຊົນຊາດນີ້ກໍເປັນຢ່າງນັ້ນ ທຸກສິ່ງທີ່ພວກເຂົາກະທຳກໍເປັນຢ່າງນັ້ນດ້ວຍ; ດັ່ງນັ້ນ ທຸກສິ່ງທີ່ພວກເຂົາໄດ້ຖວາຍທີ່ເທິງແທ່ນບູຊາຈຶ່ງເປັນມົນທິນ.”
15
ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າບໍ່ເຫັນບໍວ່າ ແມ່ນຫຍັງໄດ້ເກີດຂຶ້ນກັບພວກເຈົ້າ? ກ່ອນທີ່ພວກເຈົ້າໄດ້ລົງມືສ້າງພຣະວິຫານຂຶ້ນໃໝ່
16
ພວກເຈົ້າຕ່າງກໍໄປທີ່ກອງເຂົ້າ ໂດຍຫວັງວ່າຈະໄດ້ສອງຮ້ອຍກິໂລກຼາມ; ແຕ່ໃນທີ່ນັ້ນມີເຂົ້າພຽງໜຶ່ງຮ້ອຍກິໂລກຼາມເທົ່ານັ້ນ. ພວກເຈົ້າຄວນຈະໄດ້ເຫຼົ້າອະງຸ່ນຈາກຖັງໜຶ່ງຮ້ອຍລິດ ແຕ່ພວກເຈົ້າໄດ້ພຽງຫ້າສິບລິດເທົ່ານັ້ນ.
17
ເຮົາໄດ້ບັນດານໃຫ້ເກີດລົມພະຍຸແລະໝາກເຫັບ ມາທຳລາຍທຸກສິ່ງທີ່ພວກເຈົ້າໄດ້ປູກ, ແຕ່ພວກເຈົ້າກໍຍັງບໍ່ໄດ້ກັບໃຈໃໝ່. ພຣະເຈົ້າຢາເວກ່າວວ່າ
18
ມື້ນີ້ ແມ່ນວັນທີຊາວສີ່ ເດືອນເກົ້າ ຄືມື້ທີ່ວາງຮາກຖານຂອງພຣະວິຫານຂອງພຣະເຈົ້າຢາເວສຳເລັດລົງ. ຈົ່ງເບິ່ງວ່າຈະມີຫຍັງເກີດຂຶ້ນແຕ່ນີ້ຕໍ່ໄປ.
19
ເຖິງແມ່ນວ່າຈະບໍ່ມີເຂົ້າກິນເຫຼືອຢູ່, ຕົ້ນໝາກອະງຸ່ນ, ຕົ້ນໝາກເດື່ອ, ຕົ້ນໝາກພີລາ ແລະຕົ້ນໝາກກອກເທດ ຍັງບໍ່ເກີດຜົນກໍຕາມ, ແຕ່ບັດນີ້ຕໍ່ໄປ ເຮົາຈະອວຍພອນພວກເຈົ້າ.”
20
ໃນມື້ດຽວກັນນັ້ນ ຄືໃນວັນທີຊາວສີ່ຂອງເດືອນ ພຣະເຈົ້າຢາເວໄດ້ບອກຖ້ອຍຄຳຄັ້ງທີສອງໃຫ້ຮັກກາຍ
21
ເພື່ອໃຫ້ບອກເຊຣຸບບາເບນ ຜູ້ປົກຄອງຢູດາຍວ່າ, “ເຮົາກຳລັງຈະສັ່ນຈັກກະວານກັບແຜ່ນດິນໂລກ
22
ແລະໂຄ່ນລົ້ມຣາຊອານາຈັກຕ່າງໆ ແລະເຮັດໃຫ້ອຳນາດຂອງພວກເຂົາສິ້ນສຸດໄປ. ເຮົາຈະຂວໍ້າລົດຮົບແລະຄົນຂັບທັງຫລາຍຂອງພວກເຂົາຖິ້ມ ຝູງມ້າຂອງພວກເຂົາຈະຕາຍແລະຄົນຂີ່ມ້າຈະຂ້າຟັນກັນແລະກັນ.”
23
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, “ໃນວັນນັ້ນ ເຮົາຈະເອົາເຈົ້າ ເຊຣຸບບາເບນລູກຊາຍຂອງເຊອານຕີເອນຜູ້ເປັນຄົນຮັບໃຊ້ຂອງເຮົາ ແລະພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ເຈົ້າຂຶ້ນເປັນຜູ້ປົກຄອງໃນນາມຂອງເຮົາ. ເຈົ້າແມ່ນຜູ້ທີ່ເຮົາໄດ້ເລືອກໄວ້.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
← Chapter 1
Jump to:
Chapter 1
Chapter 2
All chapters:
1
2