bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
James 1
James 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
1
ຈາກ ຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະຂອງອົງພຣະເຢຊູຄຣິດເຈົ້າ. ເຖິງຄົນສິບສອງຕະກຸນທີ່ກະຈັດກະຈາຍຢູ່ນັ້ນ.
2
ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ
3
ເພາະພວກເຈົ້າຮູ້ຢູ່ວ່າ ເມື່ອຄວາມເຊື່ອຂອງພວກເຈົ້າທົນຕໍ່ການຖືກທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມໝັ້ນໃຈ.
4
ຈົ່ງໃຫ້ຄວາມໝັ້ນໃຈຂອງພວກເຈົ້ານັ້ນ ຍືນຍົງຕະຫລອດໄປ ເພື່ອວ່າພວກເຈົ້າຈະໄດ້ເປັນຄົນສຳເລັດແລະຄົບຖ້ວນ ໂດຍບໍ່ຂາດເຂີນສິ່ງໃດ.
5
ແຕ່ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ບໍ່ຊົງກ່າວຕິ ແລະຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ.
6
ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ ຢ່າໃຫ້ມີໃຈສົງໄສ ເພາະຜູ້ທີ່ສົງໄສນັ້ນ ເປັນເໝືອນຟອງນໍ້າທີ່ຖືກລົມພັດຊັດໄປມາ.
7
ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ
8
ເພາະເປັນຄົນສອງໃຈ ບໍ່ແນ່ນອນໃນທຸກສິ່ງທີ່ຕົນກະທຳ.
9
ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ,
10
ແຕ່ໃຫ້ຄົນຮັ່ງມີ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງໃຫ້ຕົກຕໍ່າລົງ ເພາະວ່າຕົນຈະຕ້ອງລ່ວງລັບໄປເໝືອນດັ່ງດອກຫຍ້າ.
11
ເພາະເມື່ອຕາເວັນຂຶ້ນ ຄວາມຮ້ອນອັນແຮງກ້າ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປ ແລ້ວດອກຫຍ້າກໍຕົກຫລົ່ນລົງ ສີສັນວັນນະຄວາມງາມຂອງມັນກໍສູນສິ້ນໄປ. ໃນທຳນອງດຽວກັນ, ຄົນຮັ່ງມີຈະເສື່ອມສູນໄປ ໃນຂະນະທີ່ດຳເນີນງານຂອງຕົນເໝືອນກັນ.
12
ຄົນທີ່ອົດທົນຕໍ່ການທົດລອງໃຈກໍເປັນສຸກ ເພາະເມື່ອປາກົດວ່າຜູ້ນັ້ນທົນໄດ້ແລ້ວ ກໍຈະໄດ້ຮັບມົງກຸດແຫ່ງຊີວິດ ຊຶ່ງພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.
13
ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າວ່າ, “ພຣະເຈົ້າຊົງລໍ້ລວງຂ້າພະເຈົ້າໃຫ້ຫລົງ” ເພາະວ່າ ຄວາມຊົ່ວຈະມາລໍ້ລວງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະພຣະອົງເອງກໍບໍ່ຊົງລໍ້ລວງຜູ້ໃດໃຫ້ຫລົງຈັກເທື່ອ.
14
ແຕ່ວ່າທຸກຄົນທີ່ຖືກລໍ້ລວງໃຫ້ຫຼົງ ກໍຕໍ່ເມື່ອຄວາມປາຖະໜາຊົ່ວຊັກຈ່ອງ ແລະຍົວະເຍົ້າໃຫ້ປະຕິບັດຕາມ.
15
ເມື່ອຄວາມປາຖະໜາຊົ່ວຂອງລາວຕັ້ງຮາກແລ້ວ ກໍ່ໃຫ້ເກີດມີຄວາມຜິດບາບ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມຂະໜາດແລ້ວ ກໍ່ໃຫ້ເກີດມີຄວາມຕາຍ.
16
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປ.
17
ຂອງປະທານອັນດີທຸກຢ່າງ ແລະຂອງຂວັນອັນດີເລີດທຸກຢ່າງ ຍ່ອມມາຈາກທາງເທິງ ແລະລົງມາຈາກພຣະບິດາເຈົ້າແຫ່ງບັນດາດວງສະຫວ່າງ. ໃນພຣະບິດາເຈົ້ານັ້ນ ບໍ່ມີການປ່ຽນແປງ ແລະບໍ່ມີເງົາເນື່ອງຈາກການຊົງໝູນວຽນ.
18
ໂດຍນໍ້າພຣະໄທຂອງພຣະອົງເອງນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທຳອັນສັດຈິງ ເພື່ອພວກເຮົາຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ພຣະອົງຊົງສ້າງ.
19
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ ຄືໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຄຽດຮ້າຍ,
20
ເພາະຄວາມຮ້າຍຂອງມະນຸດ ບໍ່ໄດ້ເຮັດໃຫ້ຄວາມຍຸດຕິທຳຂອງພຣະເຈົ້າເກີດມາ.
21
ເຫດສະນັ້ນ ຈົ່ງເລີກຈາກຄວາມຊົ່ວມົວໝອງທຸກຢ່າງ ແລະຄວາມຊົ່ວຮ້າຍອັນເຫຼືອຫລາຍ. ຈົ່ງນ້ອມໃຈຮັບເອົາພຣະທຳ ທີ່ປູກຝັງໄວ້ແລ້ວນັ້ນ ຊຶ່ງສາມາດຊ່ວຍຈິດວິນຍານຂອງພວກເຈົ້າໃຫ້ພົ້ນໄດ້.
22
ຢ່າຫລອກລວງຕົນເອງ ໂດຍພຽງແຕ່ຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະທຳນັ້ນຢ່າງແທ້ຈິງ.
23
ຜູ້ໃດທີ່ຟັງພຣະທຳແລ້ວ ບໍ່ເຮັດຕາມ ກໍເປັນດັ່ງຄົນທີ່ແຍງແວ່ນ ແລະເບິ່ງເຫັນໜ້າຂອງຕົນເອງຕາມທີ່ເປັນຢູ່.
24
ພໍເມື່ອແຍງເບິ່ງຕົນເອງແລ້ວກໍອອກໄປ ແລ້ວກໍລືມໃນທັນທີນັ້ນໂລດວ່າ ຕົນເອງເປັນຢ່າງໃດ.
25
ແຕ່ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດລະວັງ ໃນກົດບັນຍັດອັນຄົບຖ້ວນ ຊຶ່ງເຮັດໃຫ້ມີອິດສະຫລະພາບ ແລະຕັ້ງໝັ້ນຢູ່ໃນກົດບັນຍັດນັ້ນ ຜູ້ນັ້ນກໍບໍ່ແມ່ນຜູ້ທີ່ໄດ້ຍິນແລ້ວລືມໄປ, ແຕ່ເປັນຜູ້ປະຕິບັດຕາມ ຄົນນັ້ນແຫຼະ ຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ຕົນກະທຳ.
26
ຖ້າຜູ້ໃດຄິດວ່າຕົນເປັນຄົນມີທຳມະ ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນແລ້ວ ທຳມະຂອງຜູ້ນັ້ນກໍບໍ່ມີປະໂຫຍດ ແລະເປັນການຫລອກລວງຕົນເອງເທົ່ານັ້ນ.
27
ທຳມະທີ່ບໍຣິສຸດ ແລະບໍ່ມີການຊົ່ວມົວໝອງ ຕໍ່ພຣະພັກພຣະເຈົ້າ ຜູ້ຊົງເປັນພຣະບິດາເຈົ້າ ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າແລະຍິງໝ້າຍ ທີ່ມີຄວາມທຸກຮ້ອນ ແລະການຮັກສາຕົວໃຫ້ພົ້ນຈາກການດ່າງພອຍຂອງໂລກ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
All chapters:
1
2
3
4
5