bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joel 1
Joel 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 2 →
1
ຕໍ່ໄປນີ້ ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ກ່າວແກ່ໂຢເອນລູກຊາຍຂອງເປທູເອນ.
2
ຈົ່ງຕັ້ງໃຈຟັງເຖີດ ພວກເຈົ້າຜູ້ເຖົ້າແກ່ທັງຫລາຍ ທຸກໆຄົນໃນຢູດາຍເອີຍ ຈົ່ງຟັງເທີ້ນ ສິ່ງເຊັ່ນນີ້ ເຄີຍເກີດຂຶ້ນໃນສະໄໝພວກເຈົ້າຫລືບໍ່? ຫລືໃນສະໄໝບັນພະບຸລຸດຂອງພວກເຈົ້າບໍ່?
3
ຈົ່ງເລົ່າເລື່ອງລາວໃຫ້ລູກໆຂອງພວກເຈົ້າຟັງເດີ ເພື່ອວ່າພວກເຂົາຈະບອກສອນລູກໆຂອງພວກເຂົາຕໍ່ໆໄປ ແລະພໍເມື່ອມາເຖິງຜຽນຂອງພວກເຂົາ ພວກເຂົາກໍຈະເລົ່າໃຫ້ຄົນຊົ່ວອາຍຸຕໍ່ໄປຮູ້.
4
ຕັກແຕນເປັນໝູ່ໆກັດກິນຜົນລະປູກທັງຫລາຍ ສິ່ງເຫຼືອຈາກຕັກແຕນໝູ່ໜຶ່ງກໍມີໝູ່ອື່ນກິນອີກ.
5
ພວກຂີ້ເຫລົ້າເອີຍ ຈົ່ງຕື່ນຂຶ້ນຮ້ອງຄໍ່າຄວນເຖີດ ນັກດື່ມເຫຼົ້າອະງຸ່ນເອີຍ ຈົ່ງຮ້ອງໄຫ້ຮໍ່າໄຮເຖີດ ເພາະພົ້ວໝາກອະງຸ່ນທີ່ຫວັງເຮັດເຫຼົ້າໃໝ່ ກໍໄດ້ຖືກທຳລາຍໄປໝົດກ້ຽງແລ້ວເດ
6
ກອງທັບຕັກແຕນໄດ້ໂຈມຕີດິນແດນເຮົາ ມັນສູ້ຊົນທົນຫລາຍແລະທັງນັບບໍ່ຖ້ວນ; ມັນເປັນນັກຮາວີທີ່ທຳລາຍ ແຂ້ວຄືແຂ້ວໂຕສິງ ຫລືດັ່ງແຂ້ວຄົມໆ ຂອງໂຕສິງແມ່.
7
ມັນໄດ້ທຳລາຍເຄືອພົ້ວອະງຸ່ນຂອງພວກເຮົາ ແລະກັດກິນກົກໝາກເດື່ອເທດພວກເຮົາດ້ວຍ. ມັນໄດ້ກັດໄດ້ແຫ້ນເປືອກໄມ້ອອກໝົດ ຈົນກິ່ງກ້ານເປັນສີຂາວຫລ້ອນ.
8
ຈົ່ງຮ້ອງໄຫ້ດັ່ງຍິງສາວໄວ້ທຸກໃຫ້ຄົນຕາຍ ຄືຜູ້ບ່າວທີ່ນາງຈະແຕ່ງງານນຳນັ້ນ.
9
ໃນວິຫານຂອງພຣະເຈົ້າຢາເວບໍ່ມີເຂົ້າເຫຼົ້າອະງຸ່ນຖວາຍເລີຍ ປະໂຣຫິດໄວ້ທຸກ ບໍ່ມີເຄື່ອງຖວາຍແກ່ພຣະເຈົ້າຢາເວ.
10
ທົ່ງໄຮ່ທົ່ງນາກໍຖືກທຳລາຍຈົນໝົດ ທີ່ດິນກໍຈົມຢູ່ໃນຄວາມງຽບເຫງົາທັງສິ້ນ. ບໍ່ມີຮວງເຂົ້າແລະບໍ່ມີພົ້ວໝາກອະງຸ່ນ ໝາກກອກເທດກໍບໍ່ມີຢູ່ຕົ້ນ ພໍເຮັດນໍ້າມັນໄດ້.
11
ພໍ່ນາທັງຫລາຍເອີຍ ຈົ່ງໂສກເສົ້າກັນເຖີດ ຜູ້ເຝົ້າສວນອະງຸ່ນເອີຍ ຈົ່ງຮ້ອງໄຫ້ສາເຖີດ ເພາະເຂົ້າບາເລແລະເຂົ້າເດືອຍກໍດີ ແລະຜົນລະປູກທັງໝົດກໍຖືກທຳລາຍກ້ຽງ.
12
ເຄືອອະງຸ່ນແລະກົກໝາກເດື່ອກໍຮ່ວງໂຮຍ ຕົ້ນໝາກພີລາ ກົກຕານແລະຕົ້ນໝາກຈອງດ້ວຍ. ຄືຕົ້ນໝາກໄມ້ທຸກໆຕົ້ນກໍຫ່ຽວແຫ້ງຕາຍໄປ ຄວາມຊົມຊື່ນຂອງປະຊາຊົນກໍສູນຫາຍໄປສິ້ນ.
13
ພວກເຈົ້າປະໂຣຫິດ ຈົ່ງນຸ່ງຜ້າກະສອບເຂົ້າແລະຮ້ອງໄຫ້ສາເຖີດ ຜູ້ຮັບໃຊ້ທີ່ແທ່ນບູຊາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນ, ພວກເຈົ້າຜູ້ຮັບໃຊ້ພຣະເຈົ້າຂອງເຮົາທີ່ວິຫານ ຈົ່ງມານອນໃນຜ້າກະສອບເຂົ້າທັງຄືນ, ເພາະບໍ່ມີເຂົ້າ, ເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຂອງພວກເຈົ້າ.
14
ຈົ່ງອອກຄຳສັ່ງໃຫ້ປະຊາຊົນອົດອາຫານ ຈົ່ງເອີ້ນກັນມາປະຊຸມເປັນການນັດພິເສດ ຈົ່ງເຕົ້າໂຮມພວກຜູ້ປົກຄອງທັງຊາວຢູດາໃນວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພາກັນຮ້ອງໄຫ້ຫາພຣະເຈົ້າຢາເວ.
15
ວັນຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ທຸກທີ ຄືວັນທີ່ອົງຊົງຣິດຍິ່ງໃຫຍ່ຈະນຳການທຳລາຍມາໃຫ້ ເປັນການທຳລາຍໃຫຍ່ທີ່ໜ້າຢ້ານກົວຫລາຍ ວັນນັ້ນ ຈະໜ້າຢ້ານກົວແທ້ໆ.
16
ພວກເຮົາໝົດທີ່ເພິ່ງ ເມື່ອເບິ່ງພືດຜົນຖືກທຳລາຍ ຄວາມມ່ວນຊື່ນໃນວິຫານຂອງພຣະເຈົ້າຂອງພວກເຮົາ ກໍຫັບຫາຍໄປສິ້ນ.
17
ເມັດພືດຕາຍໃນດິນແຫ້ງ ບໍ່ມີເຂົ້າໃນສາງ ເລົ້າເຂົ້າຖືກມ້າງລົງໃຫ້ເພພັງໝົດສິ້ນ.
18
ຍ້ອນບໍ່ມີຫຍ້າ ຝູງສັດລ້ຽງກໍສັບສົນວຸ້ນວາຍ ຝູງແກະທັງຫລາຍຕ່າງກໍທົນທຸກດ້ວຍ.
19
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ ທົ່ງຫຍ້າຕົ້ນໄມ້ແຫ້ງຕາຍ ແລະຖືກໄຟໄໝ້.
20
ແມ່ນແຕ່ຝູງສັດປ່າຍັງຮ້ອງຫາໃຫ້ຊ່ວຍເຫລືອ ເພາະນໍ້າໃນຫ້ວຍຮ່ອງເຫືອດແຫ້ງລົງໝົດສິ້ນ.
Jump to:
Chapter 1
Chapter 2
Chapter 3
Chapter 2 →
All chapters:
1
2
3