bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Philemon 1
Philemon 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
1
ຈາກ ໂປໂລ ຜູ້ຖືກຄຸກຢູ່ ເພື່ອເຫັນແກ່ພຣະຄຣິດເຈົ້າເຢຊູ ແລະຈາກຕີໂມທຽວນ້ອງຊາຍຂອງພວກເຮົາ. ເຖິງ ຟີເລໂມນ ເພື່ອນຮ່ວມງານທີ່ຮັກຂອງພວກເຮົາ
2
ແລະຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ ແລະ ອັບເຟຍ ນ້ອງສາວ, ກັບອາຂີໂປ ຜູ້ເປັນເພື່ອນທະຫານດ້ວຍກັນກັບເຮົາ.
3
ຂໍພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາແລະອົງພຣະເຢຊູຄຣິດເຈົ້າ ຊົງໂຜດປະທານພຣະຄຸນແລະສັນຕິສຸກແກ່ພວກເຈົ້າເທີ້ນ.
4
ຟີເລໂມນເອີຍ ທຸກເທື່ອທີ່ເຮົາພາວັນນາອະທິຖານ ເຮົາກໍລະນຶກເຖິງເຈົ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າຂອງເຮົາຢູ່ສະເໝີ.
5
ເພາະເຮົາໄດ້ຮັບຂ່າວເລື່ອງຄວາມຮັກແລະຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ອົງພຣະເຢຊູເຈົ້າ ແລະຕໍ່ບັນດາໄພ່ພົນທັງປວງຂອງພຣະເຈົ້າ.
6
ເຮົາໄດ້ພາວັນນາອະທິຖານ ຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນ ຄືເພີ່ມພູນຄວາມສັງເກດຮູ້ໃນການດີທຸກຢ່າງ ທີ່ພວກເຮົາມີໃນພຣະຄຣິດ.
7
ເຮົາມີຄວາມຍິນດີຫລາຍ ແລະໄດ້ຮັບຄວາມໜູນໃຈ ເພາະຄວາມຮັກຂອງເຈົ້າ ຈິດໃຈໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າກໍໄດ້ຮັບຄວາມສົດຊື່ນຂຶ້ນເພາະເຈົ້າ.
8
ເພາະເຫດທີ່ເປັນພີ່ນ້ອງກັນໃນພຣະຄຣິດ ເຮົາຈຶ່ງມີໃຈກ້າພໍທີ່ຈະສັ່ງເຈົ້າໃຫ້ເຮັດໃນສິ່ງທີ່ສົມຄວນເຮັດ.
9
ແຕ່ເພາະເຮົາຮັກເຈົ້າ ເຮົາຈຶ່ງຂໍຮ້ອງເຈົ້າດີກວ່າ ເຮົາຄືໂປໂລ ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ແລະຖືກຄຸກຢູ່ໃນປະຈຸບັນນີ້ ກໍເພື່ອເຫັນແກ່ພຣະອົງດ້ວຍ.
10
ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງເຈົ້າເພື່ອໂອເນຊີໂມ ຜູ້ທີ່ເປັນລູກຂອງເຮົາໃນພຣະຄຣິດ. ດ້ວຍວ່າ, ເມື່ອເຮົາຖືກຄຸກຢູ່ນັ້ນ ເຮົາໄດ້ກາຍເປັນພໍ່ຂອງລາວຝ່າຍຄວາມເຊື່ອ.
11
ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ ແຕ່ບັດນີ້ລາວເປັນປະໂຫຍດແກ່ເຈົ້າ ແລະແກ່ເຮົາເໝືອນກັນ.
12
ບັດນີ້ ເຮົາໄດ້ໃຊ້ລາວຄືນມາຫາເຈົ້າ ໂອເນຊີໂມຜູ້ນີ້ ເປັນໝາກຫົວໃຈຂອງເຮົາ.
13
ເຮົາຢາກໃຫ້ລາວຢູ່ກັບເຮົາ ເພື່ອວ່າລາວຈະໄດ້ບົວລະບັດຮັບໃຊ້ເຮົາແທນເຈົ້າ ໃນລະຫວ່າງທີ່ເຮົາຖືກຄຸກຢູ່ເພື່ອເຫັນແກ່ຂ່າວປະເສີດນັ້ນ.
14
ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດ ກ່ອນໄດ້ຮັບຄວາມເຫັນຈາກເຈົ້າ ເພື່ອຄຸນຄວາມດີທີ່ເຈົ້າເຮັດນັ້ນຈະບໍ່ເປັນການຂົ່ມໃຈ ແຕ່ໃຫ້ເປັນຕາມຄວາມສະໝັກໃຈຂອງເຈົ້າດ້ວຍ.
15
ບາງທີ ໂອເນຊີໂມໄດ້ຈາກເຈົ້າໄປຊົ່ວໄລຍະໜຶ່ງ ເພື່ອວ່າເຈົ້າຈະໄດ້ຮັບລາວກັບຄືນມາຕະຫລອດໄປ,
16
ເພາະບັດນີ້ ລາວບໍ່ແມ່ນເປັນພຽງຄົນຮັບໃຊ້ຄົນໜຶ່ງເທົ່ານັ້ນ ແຕ່ດີກວ່າຄົນຮັບໃຊ້ອີກ ຄືເປັນອ້າຍນ້ອງທີ່ຮັກຄົນໜຶ່ງ, ລາວເປັນທີ່ຮັກແກ່ເຮົາຫລາຍ ແລະກໍຄົງເປັນທີ່ຮັກແກ່ເຈົ້າຫລາຍກວ່ານັ້ນອີກ ທັງໃນຖານະທີ່ເປັນເພື່ອນມະນຸດ ແລະໃນຖານະທີ່ເປັນພີ່ນ້ອງກັນໃນອົງພຣະຜູ້ເປັນເຈົ້າດ້ວຍ.
17
ເຫດສະນັ້ນ ຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າແລ້ວ ຈົ່ງຕ້ອນຮັບລາວໄວ້ເໝືອນກັບເຈົ້າຕ້ອນຮັບຕົວເຮົາເອງ.
18
ຖ້າລາວໄດ້ເຮັດຜິດພາດປະການໃດ ຫລືເປັນໜີ້ເຈົ້າຫຍັງແດ່ ກໍໃຫ້ເຈົ້າຄິດເອົານຳເຮົາ.
19
ຝ່າຍເຮົາ ໄດ້ລົງມືຂຽນໄວ້ວ່າ, “ເຮົາຈະໃຊ້ແທນຄືນໃຫ້ ແຕ່ສ່ວນເຈົ້າເປັນໜີ້ເຮົານັ້ນ ຄືຊີວິດຂອງເຈົ້າເອງ ເຮົາຈະບໍ່ອ້າງເຖິງ.”
20
ດັ່ງນັ້ນ ນ້ອງເອີຍ ຂໍໃຫ້ເຮົາໄດ້ຮັບປະໂຫຍດຈາກເຈົ້າໃນອົງພຣະຜູ້ເປັນເຈົ້າ; ຈົ່ງເຮັດໃຫ້ຈິດໃຈຂອງເຮົາສົດຊື່ນຂຶ້ນໃນພຣະຄຣິດ.
21
ເຮົາມີຄວາມໝັ້ນໃຈວ່າ ເຈົ້າຈະເຊື່ອຟັງເຮົາ ຈຶ່ງໄດ້ຂຽນຈົດໝາຍມາເຖິງເຈົ້າ ເພາະຮູ້ວ່າ ເຈົ້າຈະເຮັດລື່ນກວ່າທີ່ເຮົາເວົ້ານັ້ນອີກ.
22
ນອກນັ້ນ ຈົ່ງຈັດຕຽມຫ້ອງພັກໄວ້ສຳລັບເຮົາ ເພາະເຮົາຫວັງວ່າ ພຣະເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າ ຕາມຄຳພາວັນນາອະທິຖານຂອງພວກເຈົ້າ.
23
ເອປາຟາ ຜູ້ຖືກຄຸກຢູ່ກັບເຮົາ ເພາະເຫັນແກ່ພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງມາຫາເຈົ້າ
24
ເຊັ່ນດຽວກັນກັບມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມຄິດເຖິງມາຫາພວກເຈົ້າດ້ວຍ.
25
ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ.
Jump to:
Chapter 1
All chapters:
1