bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Philippians 3
Philippians 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
1
ທ້າຍສຸດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າເທີ້ນ. ການທີ່ເຮົາຂຽນຊໍ້າຂໍ້ຄວາມ ຊຶ່ງເຮົາໄດ້ຂຽນກ່ອນໜ້ານັ້ນ ບໍ່ເປັນສິ່ງທີ່ລຳບາກແກ່ເຮົາດອກ ແຕ່ເປັນສິ່ງທີ່ປອດໄພແກ່ພວກເຈົ້າຫລາຍຂຶ້ນ.
2
ຈົ່ງລະວັງພວກໝາ, ຈົ່ງລະວັງພວກທີ່ເຮັດຊົ່ວຮ້າຍ, ຈົ່ງລະວັງພວກຖືການປາດເນື້ອເຖືອໜັງ.
3
ເພາະວ່າເຮົາທັງຫລາຍເປັນພວກທີ່ຖືພິທີຕັດແທ້ ເປັນຜູ້ນະມັດສະການພຣະເຈົ້າດ້ວຍຈິດວິນຍານ ແລະເອົາພຣະເຢຊູຄຣິດເຈົ້າມາອວດ ແລະບໍ່ໄດ້ໄວ້ໃຈໃນຝ່າຍມະນຸດ.
4
ເຖິງແມ່ນວ່າເຮົາມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດກໍຕາມ ຖ້າຄົນອື່ນນຶກວ່າຕົນມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດນັ້ນ ເຮົາກໍມີຫລາຍກວ່າເຂົາອີກ.
5
ຄືເມື່ອເຮົາເກີດມາໄດ້ແປດວັນ ເຮົາກໍໄດ້ຮັບພິທີຕັດ ເຮົາເປັນຄົນອິດສະຣາເອນ ໃນຕະກຸນເບັນຢາມິນ, ເປັນຄົນເຮັບເຣີ ເກີດຈາກຊາວເຮັບເຣີ ໃນດ້ານກົດບັນຍັດ ເຮົາກໍຢູ່ໃນຄະນະຟາຣີຊາຍ.
6
ໃນດ້ານໃຈຮ້ອນຮົນ, ເຮົາກໍໄດ້ຂົ່ມເຫັງຄຣິສຕະຈັກ ໃນດ້ານຄວາມຊອບທຳ ຊຶ່ງມີຢູ່ໂດຍກົດບັນຍັດ ເຮົາກໍບໍ່ມີທີ່ຕິຕຽນໄດ້.
7
ແຕ່ວ່າສິ່ງໃດທີ່ເປັນຄຸນປະໂຫຍດແກ່ເຮົາ ເຮົາຖືສິ່ງນັ້ນວ່າເປັນອັນໄຮ້ປະໂຫຍດແກ່ເຮົາແລ້ວ ເພາະເຫັນແກ່ພຣະຄຣິດ.
8
ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ
9
ແລະຈະໄດ້ປາກົດຢູ່ໃນພຣະອົງ ໂດຍບໍ່ມີຄວາມຊອບທຳໃນເຮົາເອງ ຊຶ່ງໄດ້ມາໂດຍກົດບັນຍັດ ແຕ່ມີມາໂດຍຄວາມເຊື່ອໃນພຣະຄຣິດ ເປັນຄວາມຊອບທຳທີ່ມາຈາກພຣະເຈົ້າ ຊຶ່ງອາໄສຄວາມເຊື່ອ.
10
ເຮົາຕ້ອງການຈະໄດ້ຮູ້ຈັກພຣະອົງ ແລະຮູ້ຈັກຣິດອຳນາດອັນປາກົດ ໃນການທີ່ພຣະອົງຊົງຄືນພຣະຊົນ ແລະຮ່ວມທຸກກັບພຣະອົງ ຄືຍອມຮັບຄວາມຕາຍເໝືອນຢ່າງພຣະອົງ,
11
ເພື່ອຖ້າເປັນໄປໄດ້ ເຮົາກໍຈະໄດ້ເປັນຄືນມາຈາກຕາຍດ້ວຍ.
12
ບໍ່ແມ່ນວ່າເຮົາໄດ້ຮັບແລ້ວ ຫລືວ່າເຖິງທີ່ສຳເລັດແລ້ວ, ແຕ່ເຮົາກຳລັງບາກບັ່ນມຸ່ງໜ້າໄປ ເພື່ອຈະໄດ້ຮັບເອົາເປັນຂອງຕົນ ເໝືອນດັ່ງພຣະຄຣິດເຈົ້າເຢຊູໄດ້ຊົງຮັບເຮົາໄວ້ເປັນຂອງພຣະອົງແລ້ວ.
13
ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຖືວ່າເຮົາໄດ້ຮັບແລ້ວ ແຕ່ເຮົາເຮັດຢ່າງໜຶ່ງ ຄືລືມສິ່ງເຫຼົ່ານັ້ນທີ່ຜ່ານພົ້ນໄປແລ້ວເສຍ ແລະໂນ້ມຕົວອອກໄປຫາສິ່ງທັງຫລາຍທີ່ຢູ່ເບື້ອງໜ້າ.
14
ເຮົາກຳລັງບາກບັ່ນມຸ່ງໜ້າໄປສູ່ຫລັກໄຊ ເພື່ອຈະໄດ້ຮັບລາງວັນຄືຊີວິດ ຊຶ່ງພຣະເຈົ້າໄດ້ຊົງເອີ້ນເອົາໃນພຣະຄຣິດເຈົ້າເຢຊູ ໃຫ້ໄປຮັບຢູ່ເບື້ອງເທິງ.
15
ເຮົາທຸກຄົນທີ່ເປັນຜູ້ໃຫຍ່ແລ້ວຝ່າຍຄວາມເຊື່ອ ຄວນຄິດຢ່າງດຽວກັນນີ້ ແຕ່ຖ້າບາງຄົນໃນພວກເຈົ້າຄິດຢ່າງອື່ນ ພຣະເຈົ້າກໍຈະໃຫ້ພວກເຈົ້າເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງ.
16
ຖ້າພວກເຮົາເຖິງຂັ້ນໃດແລ້ວ ກໍໃຫ້ພວກເຮົາດຳເນີນຊື່ໄປຕາມນັ້ນ.
17
ພີ່ນ້ອງທັງຫລາຍເອີຍ ຈົ່ງປະຕິບັດຕາມແບບຢ່າງຂອງເຮົາ ແລະເບິ່ງຄົນເຫຼົ່ານັ້ນທີ່ເຮັດຕາມແບບຢ່າງດຽວກັນ ເໝືອນດັ່ງທີ່ພວກເຈົ້າເອົາໃຈໃສ່ເຮັດຕາມແບບຢ່າງເຮົາແລ້ວນັ້ນ.
18
ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າຫລາຍເທື່ອແລ້ວ ແລະບັດນີ້ ເຮົາກໍຂໍບອກຊໍ້າອີກດ້ວຍນໍ້າຕາໄຫລວ່າ ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕູຕໍ່ໄມ້ກາງແຂນຂອງພຣະຄຣິດ.
19
ປາຍທາງຂອງຄົນເຫຼົ່ານັ້ນຄືຄວາມຈິບຫາຍ ເພາະພຣະຂອງພວກເຂົາແມ່ນທ້ອງຂອງພວກເຂົາເອງ ພວກເຂົາອວດອ້າງໃນສິ່ງທີ່ໜ້າອັບອາຍ ແລະພວກເຂົາສົນໃຈນຳແຕ່ສິ່ງຂອງຝ່າຍໂລກນີ້.
20
ແຕ່ບ້ານເມືອງຂອງເຮົາທັງຫລາຍນັ້ນຢູ່ໃນສະຫວັນ ແລະຄອງຄອຍພຣະຜູ້ໂຜດຊ່ວຍໃຫ້ພົ້ນ ຊຶ່ງຈະສະເດັດມາຈາກສະຫວັນ ຄືອົງພຣະເຢຊູຄຣິດເຈົ້າ.
21
ພຣະອົງຈະປ່ຽນແປງຮ່າງກາຍອັນຕໍ່າຕ້ອຍ ແລະຕາຍເປັນຂອງພວກເຮົາ ໃຫ້ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ ດ້ວຍຣິດທານຸພາບທີ່ສາມາດປາບສັບພະທຸກສິ່ງທັງປວງ ໃຫ້ລົງຢູ່ໃຕ້ການບັງຄັບຂອງພຣະອົງ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
All chapters:
1
2
3
4