bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zephaniah 2
Zephaniah 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
1
ຊົນຊາດທີ່ບໍ່ມີຢ່າງອາຍເອີຍ ຈົ່ງຮູ້ສຶກຕື່ນຕົວສາເຖີດ ກ່ອນພວກເຈົ້າຈະຖືກພັດໃຫ້ປິວໄປ ເໝືອນດັ່ງແກບຖືກລົມພັດ
2
ກ່ອນຄວາມໂກດຮ້າຍເປັນໄຟເຜົາຜານຂອງພຣະເຈົ້າຢາເວ ຈະມາເຖິງພວກເຈົ້າ ຄືກ່ອນວັນທີ່ພຣະອົງຈະລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະເຈົ້າຢາເວ.
3
ຈົ່ງສະແຫວງຫາພຣະເຈົ້າຢາເວສາເຖີດ ພວກເຈົ້າທຸກຄົນທີ່ເປັນປະຊາຊົນ ຜູ້ຖ່ອມໃຈໃນດິນແດນ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ. ຈົ່ງຊອກຫາຄວາມຊອບທຳ ແລະຈົ່ງຊອກຫາຄວາມຖ່ອມໃຈລົງ. ບາງທີພວກເຈົ້າອາດຈະຫລົບໜີຈາກການລົງໂທດກໍໄດ້ ໃນວັນທີ່ພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງນັ້ນ.
4
ຈະບໍ່ມີຜູ້ໃດເຫຼືອຢູ່ໃນເມືອງກາຊາ. ອາຊະເກໂລນຈະກາຍເປັນເມືອງຮົກຮ້າງ. ປະຊາຊົນຂອງເມືອງອາຊະໂດດຈະຖືກຂັບໄລ່ໃຫ້ອອກໄປໃນເຄິ່ງມື້ ແລະຊາວເອັກໂຣນຈະຖືກຂັບໄລ່ໃຫ້ອອກໄປຈາກເມືອງຂອງພວກເຂົາ.
5
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊາວເກເຣັດເອີຍ ຄືປະຊາຊົນທີ່ຢູ່ຕາມແຄມຝັ່ງທະເລ. ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໂທດພວກເຈົ້າ ໂອ ການາອານດິນແດນແຫ່ງຊາວຟີລິດສະຕິນເອີຍ ພຣະອົງຈະທຳລາຍພວກເຈົ້າ ແລະຈະບໍ່ມີຜູ້ໃດໃນພວກເຈົ້າລອດຊີວິດ.
6
ດິນແດນຂອງພວກເຈົ້າຕາມຊາຍທະເລຈະກາຍເປັນທົ່ງເປີດແປນ ທີ່ມີທັງຕູບຂອງພວກລ້ຽງແກະແລະຄອກແກະໃນທີ່ນັ້ນ.
7
ຊາວຢູດາຜູ້ທີ່ລອດຊີວິດຈະຄຸ້ມຄອງດິນແດນຂອງພວກເຈົ້າ. ພວກເຂົາຈະລ້ຽງຝູງແກະຢູ່ທີ່ນັ້ນ ແລະນອນຢູ່ຕາມເຮືອນ ໃນເມືອງອາຊະເກໂລນ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຈະສະຖິດຢູ່ນຳພວກເຂົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ.
8
“ເຮົາໄດ້ຍິນປະຊາຊົນຊາວໂມອາບແລະອຳໂມນ ດູໝິ່ນປະໝາດ ແລະເຍາະເຍີ້ຍປະຊາຊົນຂອງເຮົາ ແລະຄຸຍໂມ້ວ່າ ພວກຕົນໄດ້ຢຶດເອົາດິນແດນຂອງພວກເຂົາແລ້ວ.
9
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”
10
ດ້ວຍວິທີນີ້ແຫຼະ ປະຊາຊົນໂມອາບແລະອຳໂມນຈະໄດ້ຮັບໂທດ ຍ້ອນຄວາມອວດດີແລະຄວາມຈອງຫອງຂອງພວກເຂົາ ແລະຍ້ອນການດູໝິ່ນປະໝາດປະຊາຊົນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
11
ພຣະເຈົ້າຢາເວຈະເຮັດໃຫ້ພວກເຂົາສະທ້ານຢ້ານກົວ. ພຣະອົງຈະທຳລາຍບັນດາພະໃນແຜ່ນດິນໂລກ ລົງສູ່ການບໍ່ມີປະໂຫຍດ ແລະຕໍ່ໄປ ທຸກໆຊົນຊາດກໍຈະນະມັດສະການພຣະອົງໃນດິນແດນຂອງຕົນເອງ.
12
ພຣະອົງຍັງຈະສັງຫານປະຊາຊົນຊາວເອທິໂອເປຍ ຄືກັນ.
13
ພຣະອົງຈະໃຊ້ອຳນາດຂອງພຣະອົງເພື່ອທຳລາຍເມືອງທາງທິດເໜືອຄືອັດຊີເຣຍ. ພຣະອົງຈະເຮັດໃຫ້ນີເນເວເປັນເມືອງຮົກຮ້າງເພພັງ ຄືເປັນຖິ່ນແຫ້ງແລ້ງກັນດານທີ່ແຫ້ງແລ້ງ.
14
ມັນຈະກາຍເປັນບ່ອນຢູ່ຂອງຝູງແກະ, ຝູງສັດລ້ຽງ ແລະສັດນາໆຊະນິດ. ນົກເຄົ້າຈະຢູ່ໃນທີ່ນັ້ນທ່າມກາງສິ່ງຮົກຮ້າງເພພັງ ແລະສົ່ງສຽງຮ້ອງຈາກປ່ອງຢ້ຽມ. ນົກກາທັງຫລາຍຈະຮ້ອງຢູ່ຕາມຂັ້ນໄດທາງປະຕູເຂົ້າເຮືອນ. ຂື່ຂາງໄມ້ແປກທີ່ໃຊ້ໃນການກໍ່ສ້າງເຮືອນຈະເພພັງລົງ.
15
ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
All chapters:
1
2
3