bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 John 1
2 John 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
1
ຈາກ ຜູ້ອາວຸໂສ, ເຖິງທ່ານສຸພາບສະຕີທີ່ພຣະເຈົ້າໄດ້ເລືອກໄວ້ກັບລູກທັງຫລາຍຂອງນາງ ຜູ້ທີ່ເຮົາຮັກໃນຄວາມຈິງ ແລະ ບໍ່ແມ່ນພຽງແຕ່ເຮົາເທົ່ານັ້ນ ແຕ່ລວມທັງຄົນທັງປວງທີ່ຮູ້ຈັກຄວາມຈິງດ້ວຍ.
2
ເພາະວ່າຄວາມຈິງທີ່ຢູ່ໃນພວກເຮົາ ແລະ ຈະຢູ່ກັບພວກເຮົາຕະຫລອດໄປ:
3
ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາເຈົ້າ ແລະ ຈາກພຣະເຢຊູຄຣິດເຈົ້າຜູ້ເປັນພຣະບຸດຂອງພຣະບິດາເຈົ້າ ຢູ່ກັບພວກເຮົາທັງຫລາຍໃນຄວາມຈິງ ແລະ ໃນຄວາມຮັກ.
4
ເຮົາມີຄວາມຊື່ນຊົມຍິນດີຫລາຍທີ່ເຫັນວ່າບັນດາລູກຂອງພວກເຈົ້າບາງຄົນດຳເນີນຊີວິດໃນຄວາມຈິງ ເໝືອນທີ່ພຣະບິດາເຈົ້າໄດ້ສັ່ງພວກເຮົາ.
5
ແລະ ບັດນີ້, ທ່ານສຸພາບສະຕຼີທີ່ຮັກ, ເຮົາບໍ່ໄດ້ຂຽນເຖິງພວກເຈົ້າກ່ຽວກັບກົດບັນຍັດໃໝ່ ແຕ່ເປັນກົດບັນຍັດທີ່ພວກເຮົາມີມາຕັ້ງແຕ່ຕົ້ນເດີມພຸ້ນ. ເຮົາຂໍໃຫ້ພວກເຮົາຮັກເຊິ່ງກັນແລະກັນ.
6
ແລະ ຄວາມຮັກນີ້ຄື: ການທີ່ພວກເຮົາດຳເນີນຊີວິດໃນການເຊື່ອຟັງກົດບັນຍັດຂອງພຣະອົງ. ຕາມທີ່ພວກເຈົ້າໄດ້ຍິນມາແລ້ວຕັ້ງແຕ່ຕົ້ນ, ກົດບັນຍັດຂອງພຣະອົງນັ້ນຄື ໃຫ້ພວກເຈົ້າດຳເນີນຊີວິດໃນຄວາມຮັກ.
7
ເຮົາກ່າວຢ່າງນີ້ກໍເພາະວ່າມີຜູ້ຫລອກລວງຫລາຍຄົນອອກໄປໃນໂລກ ພວກເຂົາບໍ່ຍອມຮັບວ່າພຣະເຢຊູຄຣິດເຈົ້າໄດ້ມາເກີດເປັນມະນຸດ. ຄົນຢ່າງນີ້ເປັນຜູ້ຫລອກລວງ ແລະ ເປັນສັດຕູຂອງພຣະຄຣິດເຈົ້າ.
8
ຈົ່ງລະວັງໃຫ້ດີເພື່ອວ່າພວກເຈົ້າຈະບໍ່ສູນເສຍສິ່ງທີ່ພວກເຮົາ ໄດ້ເຮັດໄວ້ ແລະ ເພື່ອພວກເຈົ້າຈະໄດ້ຮັບບຳເໜັດຢ່າງເຕັມສ່ວນ.
9
ຜູ້ໃດທີ່ແລ່ນອອກໜ້າກ່ອນ ແລະ ບໍ່ສືບຕໍ່ເຮັດຕາມຄຳສັ່ງສອນຂອງພຣະຄຣິດເຈົ້າ ຜູ້ນັ້ນກໍບໍ່ມີພຣະເຈົ້າ, ສ່ວນຜູ້ທີ່ສືບຕໍ່ເຮັດຕາມຄຳສັ່ງສອນ ຜູ້ນັ້ນກໍມີທັງພຣະບິດາເຈົ້າ ແລະ ພຣະບຸດ.
10
ຖ້າຜູ້ໃດມາຫາພວກເຈົ້າ ແລະ ບໍ່ໄດ້ນຳເອົາຄຳສັ່ງສອນນີ້ມານຳ ກໍຢ່າຮັບພວກເຂົາເຂົ້າໃນເຮືອນຂອງພວກເຈົ້າ ຫລື ຕ້ອນຮັບພວກເຂົາ.
11
ຜູ້ທີ່ຕ້ອນຮັບພວກເຂົາ ຜູ້ນັ້ນກໍມີສ່ວນຮ່ວມໃນກິດຈະການຊົ່ວຂອງພວກເຂົາ.
12
ເຮົາມີຫລາຍເລື່ອງຈະຂຽນເຖິງພວກເຈົ້າແຕ່ບໍ່ຢາກໃຊ້ເຈ້ຍ ແລະ ນ້ຳມຶກ. ແຕ່ເຮົາຫວັງຈະມາຢ້ຽມຢາມ ແລະ ເວົ້າກັບພວກເຈົ້າແບບໜ້າຕໍ່ໜ້າເພື່ອຄວາມຊື່ນຊົມຍິນດີຂອງພວກເຮົາຈະເຕັມບໍລິບູນ.
13
ບັນດາລູກຂອງນ້ອງສາວຂອງພວກເຈົ້າ ຜູ້ທີ່ໄດ້ເລືອກໄວ້ນັ້ນກໍຝາກຄວາມຄິດເຖິງມາຍັງພວກເຈົ້າ.
Jump to:
Chapter 1
All chapters:
1