bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Colossians 4
Colossians 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
1
ຝ່າຍນາຍທັງຫລາຍ ຈົ່ງປະຕິບັດຕໍ່ຂ້າທາດຂອງຕົນຢ່າງຖືກຕ້ອງ ແລະ ຍຸຕິທຳ ເພາະພວກເຈົ້າຮູ້ຢູ່ວ່າພວກເຈົ້າກໍມີນາຍອົງໜຶ່ງຢູ່ໃນສະຫວັນເໝືອນກັນ.
2
ຈົ່ງອຸທິດຕົນໃນການອະທິຖານ, ຈົ່ງເຝົ້າລະວັງ ແລະ ໂມທະນາຂອບພຣະຄຸນ.
3
ແລະ ຈົ່ງອະທິຖານເພື່ອພວກເຮົາດ້ວຍ ຂໍໃຫ້ພຣະເຈົ້າເປີດປະຕູສຳລັບຂໍ້ຄວາມຂອງພວກເຮົາ ເພື່ອພວກເຮົາຈະໄດ້ປະກາດຂໍ້ເລິກລັບຂອງພຣະຄຣິດເຈົ້າ, ການທີ່ເຮົາຖືກຈໍາຈອງຢູ່ກໍເພາະເລື່ອງນີ້ແຫລະ.
4
ຈົ່ງອະທິຖານເພື່ອວ່າເຮົາຈະໄດ້ປະກາດຂໍ້ເລິກລັບນັ້ນຢ່າງຈະແຈ້ງຕາມທີ່ເຮົາຄວນຈະກ່າວ.
5
ຈົ່ງສະຫລາດໃນການປະຕິບັດຕໍ່ຄົນພາຍນອກ ຈົ່ງໃຊ້ທຸກໂອກາດໃຫ້ເປັນປະໂຫຍດທີ່ສຸດ.
6
ຈົ່ງໃຫ້ວາຈາຂອງພວກເຈົ້າເຕັມດ້ວຍພຣະຄຸນຢູ່ສະເໝີ, ປະສົມດ້ວຍເກືອ ເພື່ອວ່າພວກເຈົ້າຈະໄດ້ຮູ້ວ່າຄວນຕອບທຸກຄົນຢ່າງໃດ.
7
ຕີຂີໂກ ຈະແຈ້ງຂ່າວທັງໝົດກ່ຽວກັບເຮົາໃຫ້ພວກເຈົ້າຮູ້. ລາວເປັນນ້ອງຮັກ, ເປັນຜູ້ຮັບໃຊ້ທີ່ສັດຊື່ ແລະ ເປັນເພື່ອນຮ່ວມຮັບໃຊ້ໃນອົງພຣະຜູ້ເປັນເຈົ້າ.
8
ເຮົາກຳລັງສົ່ງລາວມາຫາພວກເຈົ້າກໍເພື່ອຈຸດປະສົງທີ່ຊັດເຈນທີ່ພວກເຈົ້າຈະໄດ້ຮູ້ກ່ຽວກັບສະພາບການຂອງພວກເຮົາ ແລະ ເພື່ອລາວຈະໄດ້ໜູນໃຈພວກເຈົ້າ.
9
ລາວຈະມາພ້ອມກັບໂອເນຊີໂມ ນ້ອງຮັກ ແລະ ສັດຊື່ຂອງພວກເຮົາ, ລາວເປັນຄົນໜຶ່ງໃນພວກເຈົ້າ. ພວກເຂົາຈະບອກທຸກຢ່າງທີ່ເກີດຂຶ້ນຢູ່ທີ່ນີ້ໃຫ້ພວກເຈົ້າຟັງ.
10
ອາຣິດຕາໂຂ ເພື່ອນນັກໂທດຂອງເຮົາ ແລະ ມາຣະໂກ ຍາດພີ່ນ້ອງຂອງບາຣະນາບາ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າເໝືອນກັນ. (ພວກເຈົ້າຄົງໄດ້ຮັບຄຳແນະນໍາແລ້ວວ່າໃຫ້ຕ້ອນຮັບມາຣະໂກຖ້າລາວມາຫາພວກເຈົ້າ.)
11
ແລະ ເຢຊູ ຜູ້ທີ່ຄົນເອີ້ນກັນວ່າຢູສະໂຕ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າເໝືອນກັນ. ມີພຽງແຕ່ຄົນເຫລົ່ານີ້ເທົ່ານັ້ນທີ່ເປັນຄົນຢິວໃນທ່າມກາງເພື່ອນຮ່ວມງານຂອງເຮົາເພື່ອອານາຈັກຂອງພຣະເຈົ້າ ແລະ ພວກເຂົາໄດ້ໜູນໃຈເຮົາຫລາຍ.
12
ເອປາຟາ ຜູ້ເປັນຄົນໜຶ່ງໃນພວກເຈົ້າ ແລະ ເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູກໍຝາກຄວາມຄິດເຖິງມາຍັງພວກເຈົ້າເໝືອນກັນ. ເພິ່ນໄດ້ປ້ຳສູ້ອະທິຖານເພື່ອພວກເຈົ້າຢູ່ສະເໝີ ເພື່ອໃຫ້ພວກເຈົ້າຕັ້ງໝັ້ນຄົງຢູ່ໃນຄວາມປະສົງຂອງພຣະເຈົ້າ, ເປັນຜູ້ໃຫຍ່ ແລະ ມີຄວາມໝັ້ນໃຈຢ່າງເຕັມສ່ວນ.
13
ເຮົາເປັນພະຍານຝ່າຍເພິ່ນໄດ້ວ່າເພິ່ນທຳງານໜັກໜ່ວງເພື່ອພວກເຈົ້າ ແລະ ເພື່ອຄົນທັງຫລາຍທີ່ຢູ່ເມືອງລາວດີເກອາ ແລະ ທັງຄົນທີ່ຢູ່ເມືອງເຮຍຣາໂປລີ.
14
ລູກາ ເພື່ອນທີ່ຮັກຂອງພວກເຮົາຜູ້ເປັນໝໍ ແລະ ເດມາ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ.
15
ເຮົາຂໍຝາກຄວາມຄິດເຖິງໄປຍັງພີ່ນ້ອງທັງຫລາຍທີ່ຢູ່ເມືອງລາວດີເກອາ ແລະ ເຖິງນາງນິມຟາ ແລະ ຄຣິສຕະຈັກທີ່ຢູ່ໃນເຮືອນຂອງນາງເໝືອນກັນ.
16
ຫລັງຈາກໄດ້ອ່ານຈົດໝາຍສະບັບນີ້ແລ້ວ ໃຫ້ສັງເກດວ່າມີການອ່ານຈົດໝາຍນີ້ໃນຄຣິສຕະຈັກທີ່ຢູ່ເມືອງລາວດີເກອາເໝືອນກັນ ແລະ ຂະນະດຽວກັນກໍຂໍໃຫ້ພວກເຈົ້າຮັບຈົດໝາຍຈາກເມືອງລາວດີເກອາມາອ່ານເໝືອນກັນ.
17
ຈົ່ງບອກອາຂີໂປວ່າ: “ຈົ່ງເຮັດພັນທະກິດທີ່ເຈົ້າໄດ້ຮັບມອບໝາຍໃນອົງພຣະຜູ້ເປັນເຈົ້າໃຫ້ສຳເລັດ”.
18
ເຮົາໂປໂລ ຂຽນຄຳທັກທາຍດ້ວຍມືຂອງເຮົາເອງ. ຂໍໃຫ້ລະນຶກເຖິງໂສ້ຂອງເຮົາດ້ວຍ. ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
All chapters:
1
2
3
4