bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Titus 3
Titus 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
1
ຈົ່ງເຕືອນສະຕິຄົນທັງຫລາຍໃຫ້ຢູ່ໃນບັງຄັບຂອງຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້ເຊື່ອຟັງ ແລະ ພ້ອມທີ່ຈະເຮັດສິ່ງທີ່ດີ,
2
ບໍ່ໃສ່ຮ້າຍປ້າຍສີຜູ້ໃດ, ມັກຄວາມສະຫງົບ, ເຫັນໃຈຄົນອື່ນ ແລະ ສຸພາບອ່ອນໂຍນຕໍ່ທຸກຄົນ.
3
ຄັ້ງໜຶ່ງພວກເຮົາເອງກໍເປັນຄົນໂງ່ຈ້າ, ບໍ່ເຊື່ອຟັງ, ຫລອກລວງ ແລະ ຕົກເປັນຂ້າທາດຂອງກິເລດຕັນຫາ ແລະ ຄວາມສະໜຸກສະໜານທຸກຊະນິດ. ພວກເຮົາເຄີຍໃຊ້ຊີວິດໃນຄວາມຊົ່ວຮ້າຍ ແລະ ອິດສາ, ຖືກກຽດຊັງ ແລະ ກຽດຊັງເຊິ່ງກັນແລະກັນ.
4
ແຕ່ເມື່ອຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາໄດ້ມາປາກົດ,
5
ພຣະອົງໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ, ບໍ່ແມ່ນເພາະຄວາມຊອບທຳທີ່ພວກເຮົາໄດ້ເຮັດ ແຕ່ເພາະຄວາມເມດຕາຂອງພຣະອົງ. ພຣະອົງໄດ້ຊ່ວຍພວກເຮົາໃຫ້ພົ້ນຜ່ານທາງການຊຳລະແຫ່ງການບັງເກີດໃໝ່ ແລະ ການສ້າງຂຶ້ນໃໝ່ໂດຍພຣະວິນຍານບໍລິສຸດເຈົ້າ
6
ພຣະເຈົ້າໄດ້ຖອກເທພຣະວິນຍານບໍລິສຸດເຈົ້ານີ້ລົງມາເທິງພວກເຮົາຢ່າງລົ້ນເຫລືອຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,
7
ເພື່ອວ່າ ເມື່ອພວກເຮົາຖືກນັບເປັນຜູ້ຊອບທຳດ້ວຍພຣະຄຸນຂອງພຣະອົງແລ້ວ ພວກເຮົາກໍຈະກາຍເປັນຜູ້ຮັບມໍລະດົກ ມີຄວາມຫວັງໃນຊີວິດນິລັນດອນ.
8
ນີ້ເປັນຄຳເວົ້າທີ່ໜ້າເຊື່ອຖື ແລະ ເຮົາຢາກໃຫ້ເຈົ້າເນັ້ນໃສ່ເລື່ອງເຫລົ່ານີ້ ເພື່ອວ່າບັນດາຜູ້ທີ່ໄວ້ໃຈໃນພຣະເຈົ້າຈະໄດ້ເອົາໃຈໃສ່ໃນການອຸທິດຕົນເຮັດສິ່ງທີ່ດີ. ສິ່ງເຫລົ່ານີ້ເປັນສິ່ງດີເລີດ ແລະ ເປັນປະໂຫຍດແກ່ທຸກຄົນ.
9
ແຕ່ຈົ່ງຫລີກເວັ້ນຈາກຄວາມຂັດແຍ້ງອັນໂງ່ຈ້າ, ເລື່ອງລຳດັບວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້ກັນກ່ຽວກັບເລື່ອງກົດບັນຍັດ ເພາະສິ່ງເຫລົ່ານີ້ລ້ວນແຕ່ບໍ່ມີປະໂຫຍດ ແລະ ໃຊ້ການບໍ່ໄດ້.
10
ຈົ່ງຕັກເຕືອນຄົນທີ່ກໍ່ໃຫ້ເກີດຄວາມແຕກແຍກເທື່ອທີໜຶ່ງກ່ອນ ແລ້ວຈຶ່ງຕັກເຕືອນອີກເປັນເທື່ອທີສອງ. ຫລັງຈາກນັ້ນ ກໍຢ່າກ່ຽວຂ້ອງກັບພວກເຂົາ.
11
ເຈົ້າແນ່ໃຈໄດ້ວ່າຄົນແບບນີ້ເປັນຄົນບິດເບືອນ ແລະ ບາບຫລາຍ; ການກະທຳຂອງພວກເຂົາຈະພິພາກສາໂຕພວກເຂົາເອງ.
12
ເມື່ອເຮົາໃຊ້ອາເຕມາ ຫລື ຕີຂີໂກໄປຫາເຈົ້າ ຂໍໃຫ້ເຈົ້າພະຍາຍາມຟ້າວມາຫາເຮົາທີ່ເມືອງນິໂກໂປລີໃຫ້ໄດ້ ເພາະເຮົາໄດ້ຕັດສິນໃຈແລ້ວວ່າຈະພັກຢູ່ທີ່ນັ້ນຈົນໝົດລະດູໜາວ.
13
ຂໍໃຫ້ເຈົ້າພະຍາຍາມຊ່ວຍເຫລືອການເດີນທາງຂອງເຊນັດ ຜູ້ເປັນທະນາຍຄວາມກັບອາໂປໂລ ແລະ ເບິ່ງແຍງພວກເພິ່ນບໍ່ໃຫ້ຂາດເຂີນສິ່ງໃດ.
14
ຄົນຂອງພວກເຮົາຕ້ອງຮຽນຮູ້ທີ່ຈະອຸທິດຕົນເຮັດສິ່ງທີ່ດີ ເພື່ອພວກເຂົາຈະໄດ້ຈັດຫາສິ່ງທີ່ຈໍາເປັນໃນຊີວິດປະຈໍາວັນໃຫ້ຜູ້ອື່ນ ແລະ ເພື່ອຈະບໍ່ດຳເນີນຊີວິດຢ່າງໄຮ້ປະໂຫຍດ.
15
ທຸກຄົນທີ່ຢູ່ກັບເຮົາກໍຝາກຄວາມຄິດເຖິງມາຍັງເຈົ້າ. ເຮົາຂໍຝາກຄວາມຄິດເຖິງມາຍັງບັນດາຄົນທີ່ຮັກພວກເຮົາໃນຄວາມເຊື່ອນັ້ນ. ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
← Chapter 2
Jump to:
Chapter 1
Chapter 2
Chapter 3
All chapters:
1
2
3