bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 John 1
1 John 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
1
ຊຶ່ງມີຢູ່ແຕ່ປະຖົມມະການ ຊຶ່ງເຮົາໄດ້ຍິນ ຊຶ່ງເຮົາໄດ້ເຫັນກັບຕາ ຊຶ່ງເຮົາໄດ້ພິຈາລະນາເບິ່ງ ແລະມືຂອງເຮົາໄດ້ຈັບຕ້ອງນັ້ນກ່ຽວກັບພຣະທຳອັນຊົງຊີວິດ.
2
ເມື່ອຊີວິດນັ້ນໄດ້ມາປາກົດ ພວກເຮົາກໍໄດ້ເຫັນ. ດັ່ງນັ້ນ ພວກເຮົາຈຶ່ງເປັນພະຍານເຖິງຊີວິດນັ້ນ ແລະປະກາດແກ່ພວກເຈົ້າເຖິງຊີວິດນິຣັນດອນ ຊຶ່ງໄດ້ມີຢູ່ກັບພຣະບິດາເຈົ້າ ແລະໄດ້ປາກົດແກ່ພວກເຮົາ.
3
ສິ່ງທີ່ພວກເຮົາໄດ້ເຫັນແລະໄດ້ຍິນນັ້ນ ພວກເຮົາກໍປະກາດແກ່ພວກເຈົ້າເໝືອນກັນ ເພື່ອວ່າພວກເຈົ້າຈະເຂົ້າຮ່ວມສາມັກຄີທຳກັບພວກເຮົາ ພວກເຮົາກໍຮ່ວມສາມັກຄີທຳກັບພຣະບິດາເຈົ້າ ແລະ ກັບພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ.
4
ພວກເຮົາຂຽນຂໍ້ຄວາມເຫຼົ່ານີ້ ເພື່ອຄວາມຊົມຊື່ນຍິນດີຂອງພວກເຮົາ ຈະໄດ້ຄົບເຕັມບໍລິບູນ.
5
ນີ້ແຫລະ ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະປະກາດແກ່ພວກເຈົ້າວ່າ, ພຣະເຈົ້າຊົງເປັນຄວາມສະຫວ່າງ ໃນພຣະອົງບໍ່ມີຄວາມມືດເລີຍ.
6
ຖ້າພວກເຮົາບອກວ່າ ພວກເຮົາຮ່ວມສາມັກຄີທຳກັບພຣະອົງ, ແຕ່ຍັງດຳເນີນຊີວິດຢູ່ໃນຄວາມມືດ ພວກເຮົາກໍຕົວະທັງຄຳເວົ້າແລະການກະທຳພ້ອມໆກັນ.
7
ແຕ່ຖ້າພວກເຮົາດຳເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງພຣະອົງຊົງຢູ່ໃນຄວາມສະຫວ່າງ ພວກເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍຈາກການຜິດບາບທັງສິ້ນ.
8
ຖ້າພວກເຮົາເວົ້າວ່າ ພວກເຮົາບໍ່ມີບາບ ພວກເຮົາກໍຫລອກລວງຕົນເອງ ແລະພວກເຮົາກໍບໍ່ມີຄວາມຈິງໃນຈິດໃຈ.
9
ຖ້າເຮົາທັງຫລາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫລາຍຈາກການອະທຳໝົດສິ້ນ.
10
ຖ້າພວກເຮົາເວົ້າວ່າ ພວກເຮົາບໍ່ໄດ້ເຮັດບາບກໍເທົ່າກັບວ່າ ພວກເຮົາເຮັດໃຫ້ພຣະເຈົ້າເປັນຜູ້ຕົວະ ແລະພຣະທຳຂອງພຣະອົງກໍບໍ່ຢູ່ໃນພວກເຮົາເລີຍ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
All chapters:
1
2
3
4
5