bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 John 5
1 John 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
1
ຜູ້ໃດທີ່ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະຄຣິດ ຜູ້ນັ້ນກໍເກີດຈາກພຣະເຈົ້າ ແລະທຸກຄົນທີ່ຮັກພຣະເຈົ້າຜູ້ຊົງໃຫ້ກຳເນີດ ຜູ້ນັ້ນກໍຮັກລູກຂອງພຣະອົງເໝືອນກັນ.
2
ໂດຍຂໍ້ນີ້ແຫຼະ ເຮົາທັງຫລາຍຈຶ່ງຮູ້ວ່າ ພວກເຮົາຮັກລູກທັງຫລາຍຂອງພຣະເຈົ້າ ຄືເມື່ອພວກເຮົາຮັກພຣະເຈົ້າ ແລະຖືຮັກສາບັນດາກົດບັນຍັດຂອງພຣະອົງ.
3
ເພາະນີ້ແຫຼະ ເປັນຄວາມຮັກຕໍ່ພຣະເຈົ້າ ຄືໃຫ້ເຮົາທັງຫລາຍຖືຮັກສາບັນດາກົດບັນຍັດຂອງພຣະອົງ ແລະກົດບັນຍັດຂອງພຣະອົງນັ້ນກໍບໍ່ຍາກໜັກເກີນໄປ,
4
ເພາະທຸກຄົນທີ່ເກີດຈາກພຣະເຈົ້າ ກໍມີໄຊຕໍ່ໂລກ ແລະຄວາມເຊື່ອຂອງພວກເຮົານີ້ແຫຼະ ເປັນໄຊຊະນະທີ່ຊະນະຕໍ່ໂລກ.
5
ຜູ້ໃດໜໍ ທີ່ໄຊຊະນະຕໍ່ໂລກ ຖ້າບໍ່ແມ່ນຜູ້ທີ່ເຊື່ອວ່າ ພຣະເຢຊູເຈົ້າຊົງເປັນພຣະບຸດຂອງພຣະເຈົ້າ.
6
ນີ້ແຫຼະ ຜູ້ທີ່ໄດ້ມາໂດຍນໍ້າແລະພຣະໂລຫິດ ຄືພຣະເຢຊູເຈົ້າ ບໍ່ແມ່ນດ້ວຍນໍ້າສິ່ງດຽວ ແຕ່ດ້ວຍນໍ້າແລະພຣະໂລຫິດ ແລະພຣະວິນຍານຊົງເປັນພະຍານ ເພາະພຣະວິນຍານຊົງເປັນຄວາມຈິງ.
7
ມີພະຍານຢູ່ສາມປະການ
8
ຄື: ພຣະວິນຍານ ນໍ້າ ແລະພຣະໂລຫິດ ແລະພະຍານທັງສາມນີ້ກໍສອດຄ່ອງກັນ.
9
ຖ້າເຮົາທັງຫລາຍຮັບພະຍານຫຼັກຖານຂອງມະນຸດ ພະຍານຫຼັກຖານຂອງພຣະເຈົ້າກໍໃຫຍ່ກວ່າ, ເພາະວ່ານີ້ແຫຼະ ພະຍານຫຼັກຖານຂອງພຣະເຈົ້າ ຄືພຣະອົງໄດ້ຊົງເປັນພະຍານອ້າງເຖິງພຣະບຸດຂອງພຣະອົງ.
10
ຜູ້ທີ່ເຊື່ອໃນພຣະບຸດຂອງພຣະເຈົ້າ ກໍມີພະຍານຢູ່ໃນຕົວເອງ ຜູ້ທີ່ບໍ່ເຊື່ອພຣະເຈົ້າ ກໍໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ເພາະຕົນບໍ່ໄດ້ເຊື່ອຄຳພະຍານ ທີ່ພຣະເຈົ້າໄດ້ຊົງເປັນພະຍານອ້າງເຖິງພຣະບຸດຂອງພຣະອົງ.
11
ນີ້ແຫຼະ ເປັນພະຍານຫຼັກຖານນັ້ນ ຄືວ່າພຣະເຈົ້າໄດ້ຊົງໂຜດປະທານຊີວິດນິຣັນດອນໃຫ້ເຮົາທັງຫລາຍ ແລະຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ.
12
ຜູ້ທີ່ມີພຣະບຸດກໍມີຊີວິດ ຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າ ກໍບໍ່ມີຊີວິດ.
13
ຂໍ້ຄວາມເຫຼົ່ານີ້ ເຮົາຂຽນມາເຖິງເຈົ້າທັງຫລາຍ ທີ່ເຊື່ອໃນພຣະນາມພຣະບຸດຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວ່າ ພວກເຈົ້າມີຊີວິດນິຣັນດອນ.
14
ນີ້ແຫລະ ເປັນຄວາມແນ່ໃຈທີ່ເຮົາທັງຫລາຍມີຢູ່ຕໍ່ພຣະອົງ ຄືຖ້າພວກເຮົາທູນຂໍສິ່ງໃດທີ່ເປັນຕາມນໍ້າພຣະໄທຂອງພຣະອົງ ພຣະອົງກໍຊົງໂຜດຟັງພວກເຮົາ.
15
ແລະຖ້າເຮົາທັງຫລາຍຮູ້ວ່າພຣະອົງຊົງໂຜດຟັງແລ້ວ ເມື່ອພວກເຮົາທູນຂໍສິ່ງໃດ ພວກເຮົາຈຶ່ງຮູ້ວ່າ ພວກເຮົາໄດ້ຮັບສິ່ງທີ່ພວກເຮົາຂໍຈາກພຣະອົງນັ້ນ.
16
ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ ຜູ້ນັ້ນຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າ ແລ້ວພຣະອົງຈະຊົງໂຜດປະທານຊີວິດໃຫ້ແກ່ຜູ້ທີ່ເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍນັ້ນ, ແຕ່ຜິດບາບທີ່ນຳໄປສູ່ຄວາມຕາຍກໍມີຢູ່ ເຮົາບໍ່ໄດ້ເວົ້າວ່າໃຫ້ພາວັນນາອະທິຖານໃນເລື່ອງຜິດບາບຢ່າງນັ້ນ.
17
ການອະທຳທຸກຢ່າງກໍເປັນຜິດບາບ ແຕ່ການບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີຢູ່.
18
ເຮົາທັງຫລາຍຮູ້ແລ້ວວ່າ ຄົນທີ່ເກີດຈາກພຣະເຈົ້າ ກໍບໍ່ເຮັດບາບຕາມເຄີຍ, ແຕ່ພຣະອົງຜູ້ຊົງບັງເກີດແຕ່ພຣະເຈົ້າ ກໍຊົງຮັກສາຄົນນັ້ນ ແລະມານຊົ່ວຮ້າຍບໍ່ສາມາດຈັບຕ້ອງຄົນນັ້ນໄດ້.
19
ເຮົາທັງຫລາຍຮູ້ແລ້ວວ່າ ພວກເຮົາເກີດຈາກພຣະເຈົ້າ ມະນຸດສະໂລກທັງໝົດຈົມຢູ່ໃຕ້ອຳນາດຂອງມານຊົ່ວຮ້າຍ.
20
ເຮົາທັງຫລາຍຮູ້ວ່າ ພຣະບຸດຂອງພຣະເຈົ້າສະເດັດມາ ແລະໄດ້ຊົງໂຜດປະທານສະຕິປັນຍາໃຫ້ແກ່ພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກພຣະຜູ້ຊົງທ່ຽງແທ້ ແລະເຮົາທັງຫລາຍຢູ່ໃນພຣະຜູ້ຊົງທ່ຽງແທ້ນັ້ນ ຄືໃນພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ, ນີ້ແຫລະ ເປັນພຣະເຈົ້າອົງທ່ຽງແທ້ແລະເປັນຊີວິດນິຣັນດອນ.
21
ລູກນ້ອຍທັງຫລາຍຂອງເຮົາເອີຍ ຈົ່ງລະວັງຮັກສາຕົນຈາກບັນດາຮູບເຄົາຣົບ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
All chapters:
1
2
3
4
5