bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Thessalonians 1
1 Thessalonians 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
1
ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ຄຣິສຕະຈັກຊາວເທສະໂລນິກ ທີ່ເປັນຂອງພຣະເຈົ້າ ພຣະບິດາເຈົ້າ ແລະຂອງອົງພຣະເຢຊູຄຣິດເຈົ້າ: ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງມີຢູ່ກັບພີ່ນ້ອງທັງຫລາຍເທີ້ນ.
2
ພວກເຮົາໂມທະນາຂອບພຣະຄຸນພຣະເຈົ້າຢູ່ສະເໝີ ສຳລັບພວກເຈົ້າທຸກຄົນ ແລະພວກເຮົາກໍລະນຶກເຖິງພວກເຈົ້າທຸກເທື່ອ ເມື່ອພວກເຮົາພາວັນນາອະທິຖານ.
3
ໂດຍບໍ່ໄດ້ຢຸດຢັ້ງໃນການລະນຶກເຖິງກິດຈະການຂອງເຈົ້າທັງຫລາຍ ອັນເກີດມາຈາກຄວາມເຊື່ອກັບທັງການງານອັນໜັກໜ່ວງ ທີ່ພວກເຈົ້າຍອມເຮັດຍ້ອນຄວາມຮັກ ແລະຄວາມໝັ່ນພຽນ ອັນມີມາຈາກຄວາມໄວ້ວາງໃຈໃນອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
4
ພີ່ນ້ອງທັງຫລາຍເອີຍ ພວກເຮົາຮູ້ວ່າພຣະເຈົ້າຮັກພວກເຈົ້າ ແລະໄດ້ເລືອກເອົາພວກເຈົ້າໃຫ້ເປັນໄພ່ພົນຂອງພຣະອົງ.
5
ເພາະພວກເຮົາໄດ້ນຳເອົາຂ່າວປະເສີດມາເຖິງພວກເຈົ້າ ບໍ່ແມ່ນເປັນພຽງແຕ່ຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຄວາມໝັ້ນໃຈອັນຄົບຖ້ວນວ່າ ຂ່າວປະເສີດນັ້ນເປັນຄວາມຈິງ ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດ ເມື່ອພວກເຮົາຢູ່ກັບພວກເຈົ້າ ເພາະເຫັນແກ່ເຈົ້າທັງຫລາຍ.
6
ພວກເຈົ້າໄດ້ເອົາແບບຢ່າງຂອງພວກເຮົາ ພ້ອມທັງຂອງອົງພຣະຜູ້ເປັນເຈົ້າ ເຖິງແມ່ນວ່າພວກເຈົ້າໄດ້ຮັບຄວາມທົນທຸກຢ່າງໜັກໜ່ວງກໍຕາມ ພວກເຈົ້າກໍຮັບເອົາພຣະຄຳນັ້ນ ດ້ວຍຄວາມຊົມຊື່ນຍິນດີທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ.
7
ດັ່ງນັ້ນ ພວກເຈົ້າຈຶ່ງກາຍເປັນແບບຢ່າງ ໃຫ້ແກ່ຄົນທີ່ເຊື່ອທັງໝົດໃນແຂວງມາເກໂດເນຍ ແລະ ໃນແຂວງອະຂາຢາ.
8
ເພາະວ່າພຣະຄຳຂອງອົງພຣະຜູ້ເປັນເຈົ້າ ໄດ້ອອກຈາກພວກເຈົ້າຊ່າລືກ້ອງໄປ ບໍ່ແມ່ນແຕ່ໃນແຂວງມາເກໂດເນຍ ແລະ ແຂວງອະຂາຢາເທົ່ານັ້ນ ແຕ່ຂ່າວແຫ່ງຄວາມເຊື່ອພຣະເຈົ້າຂອງພວກເຈົ້ານັ້ນ ໄດ້ຊ່າລືໄປທົ່ວທຸກແຫ່ງຫົນ ຈົນພວກເຮົາບໍ່ຈຳເປັນຈະຕ້ອງເວົ້າອັນໃດອີກ.
9
ຄົນທັງໝົດເຫຼົ່ານັ້ນ ຕ່າງກໍເວົ້າເຖິງພວກເຈົ້າວ່າ ພວກເຈົ້າໄດ້ຕ້ອນຮັບພວກເຮົາຢ່າງໃດ ເມື່ອພວກເຮົາມາຢ້ຽມຢາມພວກເຈົ້າ ແລະພວກເຂົາເວົ້າວ່າ, ພວກເຈົ້າໄດ້ຫັນໜີຈາກຮູບເຄົາຣົບມາຫາພຣະເຈົ້າຢ່າງໃດ ເພື່ອບົວລະບັດຮັບໃຊ້ພຣະເຈົ້າອົງທ່ຽງແທ້ແລະຊົງຊີວິດຢູ່,
10
ແລະຄອງຄອຍຖ້າພຣະບຸດຂອງພຣະອົງ ທີ່ຈະສະເດັດມາຈາກສະຫວັນ ຄືພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ຊ່ວຍກູ້ເອົາພວກເຮົາ ໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າ ທີ່ກຳລັງຈະມາເຖິງ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
All chapters:
1
2
3
4
5