bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Thessalonians 4
1 Thessalonians 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 5 →
1
ພີ່ນ້ອງທັງຫລາຍເອີຍ, ທ້າຍສຸດນີ້ ພວກເຮົາວອນຂໍ ແລະເຕືອນສະຕິພວກເຈົ້າໃນພຣະນາມຂອງອົງພຣະເຢຊູເຈົ້າວ່າ ພວກເຈົ້າໄດ້ຮຽນຮູ້ຈາກເຮົາແລ້ວວ່າ ຈຳເປັນຕ້ອງດຳເນີນຊີວິດຢ່າງໃດ ຈຶ່ງຈະເປັນທີ່ພໍພຣະໄທພຣະເຈົ້າ ເໝືອນດັ່ງພວກເຈົ້າກຳລັງປະຕິບັດຢູ່ແລ້ວ ກໍຈົ່ງປະຕິບັດດັ່ງນັ້ນໃຫ້ຫລາຍກວ່າເກົ່າອີກ.
2
ດ້ວຍວ່າ, ພວກເຈົ້າຮູ້ຈັກຄຳແນະນຳ ຊຶ່ງພວກເຮົາໄດ້ມອບໃຫ້ພວກເຈົ້າ ໂດຍສິດອຳນາດຂອງອົງພຣະເຢຊູເຈົ້າ.
3
ສິ່ງນີ້ແຫຼະ ແມ່ນນໍ້າພຣະໄທຂອງພຣະເຈົ້າ ຄືໃຫ້ພວກເຈົ້າເປັນຄົນບໍຣິສຸດ ແລະເວັ້ນຈາກການຜິດສິນທຳທາງເພດທຸກຮູບແບບ.
4
ໃຫ້ພວກເຈົ້າແຕ່ລະຄົນ ຮູ້ຈັກເອົາເມຍໃນທາງບໍຣິສຸດ ແລະໃນທາງທີ່ໜ້ານັບຖື
5
ບໍ່ແມ່ນດ້ວຍຣາຄະຕັນຫາຊົ່ວຕາມຄວາມຕ້ອງການ ເໝືອນດັ່ງຄົນທີ່ບໍ່ນັບຖືພຣະເຈົ້າ.
6
ໃນເລື່ອງນີ້ ຢ່າໃຫ້ຄົນໃດລ່ວງເຮັດຜິດຕໍ່ພີ່ນ້ອງຄຣິສຕຽນຂອງຕົນ ຕາມທີ່ພວກເຮົາໄດ້ບອກພວກເຈົ້າໄວ້ກ່ອນແລ້ວ ແລະພວກເຮົາກໍໄດ້ເຕືອນພວກເຈົ້າຢ່າງໜັກແໜ້ນວ່າ ອົງພຣະຜູ້ເປັນເຈົ້າຈະລົງໂທດຄົນທີ່ເຮັດຜິດໃນເລື່ອງນີ້.
7
ເພາະວ່າ ພຣະເຈົ້າບໍ່ໄດ້ເອີ້ນເອົາພວກເຮົາໃຫ້ໃຊ້ຊີວິດໃນທາງຜິດສິນທຳ ແຕ່ໃຫ້ໃຊ້ຊີວິດໃນທາງບໍຣິສຸດ.
8
ດ້ວຍເຫດນີ້ ຜູ້ທີ່ຝ່າຝືນນັ້ນກໍບໍ່ໄດ້ຝ່າຝືນຕໍ່ມະນຸດ ແຕ່ຝ່າຝືນຕໍ່ພຣະເຈົ້າ ຜູ້ຊົງໂຜດປະທານພຣະວິນຍານບໍຣິສຸດເຈົ້າຂອງພຣະອົງໃຫ້ແກ່ເຈົ້າທັງຫລາຍ.
9
ສ່ວນເລື່ອງການຮັກພີ່ນ້ອງທັງຫລາຍນັ້ນ ເຮົາບໍ່ຈຳເປັນຈະຂຽນຝາກມາໃຫ້ພວກເຈົ້າ ເພາະເຈົ້າເອງກໍໄດ້ຮັບການຊົງສັ່ງສອນຈາກພຣະເຈົ້າແລ້ວວ່າ ໃຫ້ຮັກກັນແລະກັນ.
10
ທີ່ຈິງແລ້ວ ພວກເຈົ້າກໍໄດ້ເຮັດດັ່ງນັ້ນຢູ່ແລ້ວ ຕໍ່ພີ່ນ້ອງທັງໝົດໃນທົ່ວແຂວງມາເກໂດເນຍ. ພີ່ນ້ອງທັງຫລາຍເອີຍ ພວກເຮົາຂໍເຕືອນສະຕິພວກເຈົ້າໃຫ້ເຮັດດັ່ງນັ້ນຫລາຍກວ່າເກົ່າ.
11
ຈົ່ງຕັ້ງເປົ້າໝາຍທີ່ຈະໃຊ້ຊີວິດຢູ່ຢ່າງສະຫງົບສຸກ ທີ່ຈະເອົາໃຈໃສ່ຕໍ່ກິດທຸລະຂອງຕົນເອງ ແລະທີ່ຈະທຳມາຫາກິນລ້ຽງຊີບດ້ວຍມືຂອງຕົນເອງ ຕາມທີ່ພວກເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ.
12
ເພື່ອການດຳເນີນຊີວິດຂອງພວກເຈົ້າຈະເປັນທີ່ນັບຖືແກ່ຄົນພາຍນອກ ແລ້ວພວກເຈົ້າຈະບໍ່ຕ້ອງເອື່ອຍອີງຄົນອື່ນ.
13
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ພວກເຈົ້າຮູ້ຄວາມຈິງ ເຖິງພວກທີ່ຫລັບໄປແລ້ວນັ້ນ ເພື່ອວ່າພວກເຈົ້າຈະບໍ່ໄດ້ເສົ້າໂສກ ເໝືອນດັ່ງຄົນອື່ນທີ່ບໍ່ມີຄວາມຫວັງ.
14
ເພາະໃນເມື່ອພວກເຮົາເຊື່ອວ່າ ພຣະເຢຊູເຈົ້າໄດ້ສິ້ນພຣະຊົນ ແລະໄດ້ຄືນພຣະຊົນແລ້ວ ໂດຍພຣະເຢຊູເຈົ້ານັ້ນແຫຼະ ພຣະເຈົ້າຈະນຳຄົນຜູ້ທີ່ຫລັບໄປແລ້ວນັ້ນຄືນມາກັບພຣະອົງ.
15
ໃນຂໍ້ນີ້ ເຮົາບອກເຈົ້າທັງຫລາຍຕາມພຣະທຳຂອງອົງພຣະຜູ້ເປັນເຈົ້າວ່າ ພວກເຮົາຜູ້ຍັງມີຊີວິດຢູ່ ແລະຄອຍຖ້າການສະເດັດມາຂອງອົງພຣະຜູ້ເປັນເຈົ້າ ເຮົາຈະລ່ວງໜ້າໄປກ່ອນພວກຄົນທີ່ຫລັບໄປແລ້ວນັ້ນກໍບໍ່ໄດ້ແທ້.
16
ດ້ວຍວ່າ, ຈະມີສຽງຮ້ອງບັນຊາອັນດັງ, ສຽງຂອງອັກຄະເທວະດາ ສຽງແກຂອງພຣະເຈົ້າ ແລະອົງພຣະຜູ້ເປັນເຈົ້າເອງຈະສະເດັດລົງມາຈາກສະຫວັນ ພວກທີ່ເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວ ກໍຈະເປັນຄືນມາສູ່ຊີວິດກ່ອນ.
17
ແລ້ວພວກເຮົາຜູ້ທີ່ຍັງມີຊີວິດຢູ່ໃນເວລານັ້ນ ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນພວກນັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ. ຢ່າງນັ້ນແຫຼະ ພວກເຮົາຈຶ່ງຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫລອດໄປເປັນນິດ.
18
ດ້ວຍເຫດນີ້ ຈົ່ງເລົ້າໂລມອອຍໃຈຊຶ່ງກັນແລະກັນ ດ້ວຍຂໍ້ຄວາມເຫຼົ່ານີ້ເທີ້ນ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 5 →
All chapters:
1
2
3
4
5