bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jonah 2
Jonah 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
1
ໃນຂະນະທີ່ໂຢນາຢູ່ໃນທ້ອງປານັ້ນ ເພິ່ນກໍໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນວ່າ,
2
“ໃນຄວາມທຸກໃຈຢ່າງນີ້ ຂ້ານ້ອຍຈຶ່ງຮ້ອງຫາພຣະເຈົ້າຢາເວ ພຣະອົງໄດ້ໃຫ້ຄຳຕອບແກ່ຂ້ານ້ອຍແລ້ວ. ແຕ່ບ່ອນເລິກຂອງພິພົບຄົນຕາຍ ຂ້ານ້ອຍຮ້ອງຂໍ ໃຫ້ຊ່ວຍແລະພຣະອົງກໍໄດ້ຍິນສຽງຂອງຂ້ານ້ອຍແລ້ວ.
3
ພຣະອົງໄດ້ໂຍນຂ້ານ້ອຍລົງໄປໃນບ່ອນເລິກ ສູ່ພື້ນທ້ອງຂອງທະເລເລິກນັ້ນເອງ ບ່ອນທີ່ກະແສນໍ້າອ້ອມຂ້ານ້ອຍໄວ້ທຸກແຈ ແລະຄື້ນແຮງໜັກກໍໄດ້ມ້ວນຂ້ານ້ອຍໄວ້.
4
ຂ້ານ້ອຍຄິດວ່າຖືກກຳຈັດຈາກພຣະອົງໄປ ແລະຄົງບໍ່ໄດ້ເຫັນພຣະວິຫານອັນສັກສິດຕໍ່ໄປແລ້ວ.
5
ນໍ້າໄດ້ຖ້ວມຂ້ານ້ອຍເຕັມທົນຫາຍໃຈຝືດຫລາຍ ຈົນນໍ້າທະເລໄດ້ຫຸ້ມຫໍ່ຕົວຂ້ານ້ອຍໄວ້ຢ່າງໝົດສິ້ນ ແລະເທົາທັງຫລາຍໃນທ້ອງທະເລອັນກວ້າງໃຫຍ່ ກໍພັນອ້ອມຫົວຂ້ານ້ອຍໄວ້ໝົດ.
6
ຂ້ານ້ອຍລົງໄປສູ່ຮາກຖານຕີນພູທັງຫລາຍ ໃນດິນແດນບ່ອນທີ່ມີປະຕູລົງໄລໄວ້ຕະຫລອດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ມີແຕ່ພຣະອົງທີ່ໃຫ້ຄືນມີຊີວິດແຕ່ບ່ອນເລິກໄດ້.
7
ເມື່ອຊີວິດຂ້ານ້ອຍກຳລັງເລື່ອນລອຍຫາຍໄປ ຂ້ານ້ອຍກໍຄິດຫາພຣະເຈົ້າຢາເວ; ແລ້ວຂ້ານ້ອຍກໍໄດ້ພາວັນນາອະທິຖານຫາພຣະອົງ ໃນພຣະວິຫານອັນສັກສິດກໍຊົງໄດ້ຍິນຂ້ານ້ອຍ.
8
ພວກທີ່ຂາບໄຫວ້ຮູບເຄົາຣົບອັນບໍ່ມີປະໂຫຍດຫຍັງ ກໍໄດ້ປະຖິ້ມຄວາມສັດຊື່ຕໍ່ພຣະອົງສາແລ້ວ.
9
ແຕ່ຂ້ານ້ອຍຈະຮ້ອງເພງໂມທະນາຂອບພຣະຄຸນ ແລະຈະຖວາຍເຄື່ອງບູຊາແກ່ພຣະອົງ ແລະເຮັດຕາມສິ່ງທີ່ຂ້ານ້ອຍໄດ້ສັນຍາ ຄວາມພົ້ນມີມາໂດຍທາງພຣະເຈົ້າຢາເວ.”
10
ແລ້ວພຣະເຈົ້າຢາເວກໍສັ່ງໃຫ້ປາໃຫຍ່ໂຕນັ້ນ ຂຶ້ນມາຄາຍໂຢນາໄວ້ເທິງດິນແຫ້ງ ແລະມັນກໍໄດ້ເຮັດຕາມ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 3 →
All chapters:
1
2
3
4