bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jonah 3
Jonah 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
1
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງໂຢນາຄັ້ງທີສອງ
2
ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະປະກາດຖ້ອຍຄຳທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນແກ່ປະຊາຊົນ.”
3
ດັ່ງນັ້ນ ໂຢນາຈຶ່ງເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະໄດ້ໄປນີເນເວ ເມືອງໃຫຍ່ທີ່ສຸດ ຊຶ່ງຕ້ອງໃຊ້ເວລາຍ່າງເຖິງສາມວັນ ຈຶ່ງຈະພົ້ນຕົວເມືອງ.
4
ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນເມືອງ ແລະຫລັງຈາກຍ່າງໄດ້ສາມວັນເຕັມ ເພິ່ນຈຶ່ງປະກາດວ່າ, “ໃນສີ່ສິບວັນ ເມືອງນີເນເວຈະຖືກທຳລາຍ.”
5
ປະຊາຊົນໃນເມືອງນີເນເວເຊື່ອຟັງຖ້ອຍຄຳຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງຕັດສິນໃຈໃຫ້ທຸກຄົນ ບໍ່ວ່າຄົນຊັ້ນສູງຫລືຄົນຊັ້ນຕໍ່າ ຕ້ອງອົດອາຫານ ແລະນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ເພື່ອສະແດງວ່າພວກເຂົາສຳນຶກຜິດແລ້ວ.
6
ເມື່ອກະສັດນີເນເວໄດ້ຍິນເຖິງເລື່ອງນີ້ ເພິ່ນຈຶ່ງລຸກຂຶ້ນຈາກບັນລັງແກ້ເຄື່ອງກະສັດອອກ ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າແລະນັ່ງເທິງຂີ້ເຖົ່າ.
7
ເພິ່ນໄດ້ປະກາດໃຫ້ປະຊາຊົນຢູ່ໃນເມືອງນີເນເວຮູ້ທົ່ວເຖິງກັນວ່າ, “ຕໍ່ໄປນີ້ ແມ່ນຄຳສັ່ງຈາກກະສັດແລະບັນດາຂ້າຣາຊການຂອງເພິ່ນ: ຢ່າໃຫ້ຜູ້ໃດກິນຫຍັງເລີຍ; ຊາວເມືອງທຸກຄົນ ຝູງງົວ ແລະຝູງແກະທຸກໂຕ ຫ້າມກິນຫລືດື່ມສິ່ງໃດໆທັງນັ້ນ.
8
ປະຊາຊົນທຸກຄົນ ແລະສັດທຸກໂຕ ຕ້ອງໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ. ທຸກຄົນຕ້ອງຕັ້ງໃຈພາວັນນາອະທິຖານຫາພຣະເຈົ້າ ແລະຕ້ອງເລີກປະພຶດການຊົ່ວແລະເຊົາເຮັດການໂຫດຮ້າຍຂອງຕົນສາ.
9
ບາງທີພຣະເຈົ້າອາດຈະປ່ຽນໃຈ; ບາງທີພຣະອົງອາດຈະເຊົາໂກດຮ້າຍ; ແລະພວກເຮົາຈະບໍ່ຕາຍ.”
10
ເມື່ອພຣະເຈົ້າເຫັນສິ່ງທີ່ພວກເຂົາໄດ້ເຮັດນັ້ນ; ພຣະອົງເຫັນວ່າພວກເຂົາເຊົາປະພຶດຊົ່ວ. ສະນັ້ນ ພຣະອົງຈຶ່ງປ່ຽນໃຈແລະບໍ່ລົງໂທດພວກເຂົາ ຕາມທີ່ພຣະອົງໄດ້ກ່າວຂູ່ໄວ້.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
All chapters:
1
2
3
4