bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Luke 2
Luke 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
1
ໃນເວລານັ້ນ ກາຍຊາໂອຄຸໂຕໄດ້ອອກຄຳສັ່ງໃຫ້ຈົດທະບຽນສຳມະໂນຄົວໃນທົ່ວຈັກກະພົບໂຣມ.
2
ເມື່ອດຳເນີນການຈົດທະບຽນຄັ້ງທຳອິດນີ້ ແມ່ນກີຣີນີໂອເປັນຜູ້ປົກຄອງປະເທດຊີເຣຍ.
3
ດັ່ງນັ້ນ ປະຊາຊົນທຸກຄົນຈຶ່ງໄປຈົດທະບຽນສຳມະໂນຄົວ ຕາມບ້ານເກີດເມືອງນອນຂອງໃຜລາວ.
4
ຝ່າຍໂຢເຊັບກໍອອກເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລ ເພື່ອໄປທີ່ເມືອງເບັດເລເຮັມແຂວງຢູດາຍເມືອງຂອງກະສັດດາວິດ, ເພາະວ່າເພິ່ນເປັນເຊື້ອສາຍຂອງກະສັດດາວິດ.
5
ເພິ່ນໄດ້ໄປຈົດທະບຽນກັບນາງມາຣີ ຄູ່ໝັ້ນຂອງເພິ່ນ ສ່ວນນາງມາຣີນັ້ນກຳລັງຖືພາຢູ່.
6
ແລະ ຂະນະທີ່ພວກເພິ່ນຢູ່ໃນເມືອງເບັດເລເຮັມນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ.
7
ນາງໄດ້ເກີດລູກຊາຍກົກ, ເອົາຜ້າອ້ອມພັນ ແລະວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມນັ້ນ ບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ.
8
ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ.
9
ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ມາປາກົດແກ່ພວກເຂົາ ແລະພຣະຣັດສະໝີຂອງອົງພຣະຜູ້ເປັນເຈົ້າ ກໍສ່ອງແຈ້ງອ້ອມຮອບພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ.
10
ແຕ່ເທວະດາຕົນນັ້ນໄດ້ກ່າວແກ່ພວກເຂົາວ່າ, “ຢ່າຢ້ານເລີຍ ເຮົານຳຂ່າວດີມາບອກໃຫ້ພວກເຈົ້າຮູ້ ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ.
11
ເພາະວ່າໃນວັນນີ້ ອົງພຣະຜູ້ໂຜດຊ່ວຍໃຫ້ພົ້ນອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງຂອງດາວິດ ສຳລັບເຈົ້າທັງຫລາຍ
12
ນີ້ແຫຼະ ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືພວກເຈົ້າຈະໄດ້ພົບພຣະກຸມມານອົງໜຶ່ງ ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.”
13
ໃນທັນໃດນັ້ນ ກໍມີກອງທັບເທວະດາແຫ່ງສະຫວັນໝູ່ໃຫຍ່ ມາປາກົດກັບເທວະດາຕົນນັ້ນ ຮ່ວມກັນຮ້ອງສັນລະເສີນພຣະເຈົ້າວ່າ,
14
“ພຣະຣັດສະໝີ ຈົ່ງມີແດ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງຜູ້ທີ່ພຣະອົງ ຊົງພໍພຣະໄທນັ້ນ.”
15
ເມື່ອຝູງເທວະດາເຫຼົ່ານັ້ນ ຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ ພວກຜູ້ລ້ຽງແກະໄດ້ເວົ້າກັນວ່າ, “ໃຫ້ພວກເຮົາພາກັນໄປເມືອງເບັດເລເຮັມເທາະ ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໃຫ້ພວກເຮົາຮູ້ນັ້ນ.”
16
ພວກເຂົາຈຶ່ງຮີບໄປ ແລະພົບມາຣີກັບໂຢເຊັບ ແລະເຫັນພຣະກຸມມານນອນຢູ່ໃນຮາງຫຍ້າ.
17
ເມື່ອພວກຜູ້ລ້ຽງແກະພົບພຣະກຸມມານແລ້ວ ພວກເຂົາກໍເລົ່າເລື່ອງຕາມທີ່ພວກເຂົາ ໄດ້ຍິນເຖິງພຣະກຸມມານນັ້ນ.
18
ທຸກຄົນທີ່ໄດ້ຟັງພວກຜູ້ລ້ຽງແກະເລົ່າ ຕ່າງກໍປະຫລາດໃຈຕໍ່ສິ່ງທີ່ພວກຜູ້ລ້ຽງແກະໄດ້ເລົ່ານັ້ນ.
19
ຝ່າຍມາຣີກໍຈົດຈຳເລື່ອງເຫຼົ່ານີ້ທັງໝົດໄວ້ ແລະຄິດຮໍ່າເພີງຢູ່ໃນໃຈ.
20
ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປ ຮ້ອງເພງສັນລະເສີນພຣະເຈົ້າ ໃນທຸກສິ່ງທີ່ຕົນໄດ້ຍິນແລະໄດ້ເຫັນ ເພາະເຫດການໄດ້ເປັນໄປຕາມທີ່ເທວະດາບອກໄວ້ນັ້ນທຸກປະການ.
21
ອາທິດໜຶ່ງຕໍ່ມາ ເມື່ອເຖິງກຳນົດຕ້ອງຮັບພິທີຕັດ ພວກເພິ່ນຈຶ່ງໃສ່ຊື່ກຸມມານນັ້ນວ່າ ເຢຊູ ຕາມທີ່ເທວະດາໄດ້ບອກໄວ້ ກ່ອນທີ່ນາງມາຣີບໍ່ທັນໄດ້ຕັ້ງທ້ອງເທື່ອນັ້ນ.
22
ແລ້ວເວລາກຳນົດກໍມາເຖິງ ສຳລັບໂຢເຊັບແລະມາຣີ ທີ່ຈະເຮັດພິທີຊຳລະຕົວໃຫ້ສະອາດ ຕາມທີ່ກົດບັນຍັດຂອງໂມເຊໄດ້ກ່າວໄວ້. ພວກເພິ່ນຈຶ່ງໄດ້ນຳເອົາພຣະກຸມມານ ໄປທີ່ນະຄອນເຢຣູຊາເລັມ ເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ,
23
ຕາມທີ່ມີຂຽນໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.”
24
ໂຢເຊັບກັບມາຣີຍັງໄດ້ຖວາຍເຄື່ອງບູຊາ ຕາມທີ່ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ເຊັ່ນກັນ ຄືນົກເຂົາຄູ່ໜຶ່ງ ຫລືນົກກາງແກໜຸ່ມສອງໂຕ.
25
ຂະນະນັ້ນ ຢູ່ໃນນະຄອນເຢຣູຊາເລັມ ໄດ້ມີຊາຍຄົນໜື່ງຊື່ວ່າ ຊີເມໂອນ ເພິ່ນເປັນຄົນສິນທຳ ຢຳເກງພຣະເຈົ້າ ແລະໄດ້ຄອຍຖ້າຜູ້ທີ່ມາໂຜດຊ່ວຍຊາດອິດສະຣາເອນໃຫ້ພົ້ນ, ພຣະວິນຍານບໍຣິສຸດເຈົ້າຊົງສະຖິດຢູ່ກັບເພິ່ນ
26
ພຣະວິນຍານບໍຣິສຸດເຈົ້າ ໄດ້ສຳແດງໃຫ້ເພິ່ນຮູ້ວ່າ ເພິ່ນຈະບໍ່ຕາຍກ່ອນໄດ້ເຫັນພຣະຄຣິດ ຜູ້ມາຈາກອົງພຣະຜູ້ເປັນເຈົ້າ.
27
ພຣະວິນຍານບໍຣິສຸດເຈົ້າ ໄດ້ນຳພາຊີເມໂອນເຂົ້າໄປໃນພຣະວິຫານ, ເມື່ອພໍ່ແມ່ໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປໃນພຣະວິຫານ ເພື່ອປະຕິບັດຕາມກົດບັນຍັດໄດ້ກ່າວໄວ້ກ່ຽວກັບພຣະກຸມມານນັ້ນ
28
ຊີເມໂອນກໍໄດ້ອູ້ມເອົາພຣະກຸມມານໄວ້ໃນອ້ອມແຂນຂອງຕົນ ແລະສັນລະເສີນພຣະເຈົ້າວ່າ,
29
“ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ໃຫ້ຂ້ອຍໃຊ້ ຂອງພຣະອົງ ໄປເປັນສຸກຕາມພຣະທຳຂອງພຣະອົງ
30
ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມພົ້ນ ທີ່ມາຈາກພຣະອົງແລ້ວ
31
ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ ຕໍ່ໜ້າປະຊາຊົນທັງໝົດ
32
ຄືແສງສະຫວ່າງສ່ອງແຈ້ງ ເປີດເຜີຍພຣະປະສົງ ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ ອິດສະຣາເອນພົນລະເມືອງ ຂອງພຣະເຈົ້າ.”
33
ຝ່າຍພໍ່ແມ່ຂອງພຣະກຸມມານ ກໍປະຫລາດໃຈ ໃນສິ່ງທີ່ຊີເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ.
34
ຊີເມໂອນໄດ້ອວຍພອນພວກເພິ່ນ ແລະກ່າວກັບມາຣີແມ່ຂອງພຣະກຸມມານນັ້ນວ່າ, “ພຣະເຈົ້າໄດ້ເລືອກເດັກຄົນນີ້ໄວ້ ເພື່ອເປັນເຫດໃຫ້ຫລາຍຄົນ ໃນຊາດອິດສະຣາເອນລົ້ມລົງ ແລະລຸກຂຶ້ນໃໝ່ ເປັນໝາຍສຳຄັນທີ່ຫລາຍຄົນຈະເວົ້າຕໍ່ຕ້ານ
35
ເພາະຄວາມຄິດໃນໃຈຂອງຄົນທັງຫລາຍ ຈະໄດ້ປາກົດແຈ້ງ ສ່ວນເຈົ້າຈະເຈັບປວດເໝືອນດັ່ງຖືກດາບແທງຊອດຈິດໃຈ.”
36
ຍັງມີໝໍທຳນວາຍຍິງຄົນໜຶ່ງ ຊື່ອານາ ເປັນລູກສາວຂອງຟານູເອນ ໃນຕະກຸນອາເຊ ນາງເປັນຄົນແກ່ຊະຣາຫລາຍແລ້ວ ມີຜົວຕັ້ງແຕ່ເປັນສາວໜຸ່ມ ແລະຢູ່ນຳຜົວໄດ້ເຈັດປີ,
37
ແລ້ວກໍເປັນໝ້າຍຢູ່ລະຫວ່າງແປດສິບສີ່ປີ ນາງບໍ່ໜີຈາກບໍລິເວນພຣະວິຫານຈັກເທື່ອ, ແຕ່ໄດ້ຢູ່ປະຕິບັດພຣະເຈົ້າ, ຮັກສາສິນດ້ວຍການອົດອາຫານ ແລະພາວັນນາອະທິຖານ ທັງກາງເວັນແລະກາງຄືນ.
38
ໃນເວລານັ້ນ ນາງກໍໄດ້ເຂົ້າມາໂມທະນາຂອບພຣະຄຸນພຣະເຈົ້າ ແລະເວົ້າເຖິງພຣະກຸມມານໃຫ້ແກ່ທຸກຄົນ ໃນນະຄອນເຢຣູຊາເລັມຟັງ ຊຶ່ງພວກເຂົາກຳລັງຄອຍຖ້າການໄຖ່ໃຫ້ພົ້ນນັ້ນ.
39
ເມື່ອໂຢເຊັບແລະມາຣີ ເຮັດທຸກສິ່ງສຳເລັດ ຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າແລ້ວ ພວກເພິ່ນກໍກັບຄືນເມືອບ້ານເມືອງຂອງຕົນ ທີ່ນາຊາເຣັດໃນແຂວງຄາລີເລ.
40
ຝ່າຍພຣະກຸມມານນັ້ນ ກໍໃຫຍ່ຂຶ້ນແລະແຂງແຮງດີ ເຕັມໄປດ້ວຍສະຕິປັນຍາ ແລະພຣະຄຸນຂອງພຣະເຈົ້າກໍຊົງສະຖິດຢູ່ນຳພຣະອົງ.
41
ທຸກປີໃດ ພໍ່ແມ່ຂອງພຣະກຸມມານເຢຊູ ເຄີຍຂຶ້ນໄປນະຄອນເຢຣູຊາເລັມ ເພື່ອສະຫລອງເທດສະການປັດສະຄາ.
42
ເມື່ອພຣະກຸມມານເຢຊູອາຍຸໄດ້ສິບສອງປີ ພວກເພິ່ນກໍໄດ້ຂຶ້ນໄປສະຫລອງເທດສະການນີ້ ຕາມທຳນຽມທີ່ເຄີຍປະຕິບັດມາ.
43
ເມື່ອເທດສະການສິ້ນສຸດລົງແລ້ວ ພໍ່ແມ່ກໍກັບຄືນເມືອເຮືອນ ສ່ວນພຣະກຸມມານເຢຊູນັ້ນ ຍັງຄ້າງຢູ່ໃນນະຄອນເຢຣູຊາເລັມ ຝ່າຍພໍ່ແມ່ກໍບໍ່ຮູ້ຈັກ.
44
ເພິ່ນທັງສອງຄິດວ່າ ພຣະກຸມມານເຢຊູນັ້ນ ຢູ່ນຳກຸ່ມຄົນທີ່ເດີນທາງກັບດ້ວຍກັນ. ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຕໍ່ໄປໄດ້ໜຶ່ງວັນ ແລ້ວເລີ່ມຕົ້ນຊອກຫາໃນທ່າມກາງຍາດພີ່ນ້ອງແລະໝູ່ເພື່ອນ.
45
ເມື່ອບໍ່ພົບ ພວກເພິ່ນຈຶ່ງກັບຄືນໄປຊອກຫາຢູ່ນະຄອນເຢຣູຊາເລັມ.
46
ເມື່ອຊອກຫາໄດ້ສາມວັນແລ້ວ ພວກເພິ່ນກໍພົບພຣະກຸມມານນັ່ງຢູ່ໃນພຣະວິຫານ ທ່າມກາງກຸ່ມອາຈານຊາວຢິວ ກຳລັງຟັງແລະຊັກຖາມພວກອາຈານເຫຼົ່ານັ້ນຢູ່.
47
ທຸກຄົນທີ່ໄດ້ຍິນພຣະອົງກ່າວ ຕ່າງກໍປະຫລາດໃຈໃນສະຕິປັນຍາ ແລະຄຳຕອບຂອງພຣະກຸມມານນັ້ນ.
48
ຝ່າຍພໍ່ແມ່ກໍປະຫລາດໃຈເມື່ອໄດ້ເຫັນ ແລະແມ່ຈຶ່ງຖາມວ່າ, “ລູກເອີຍ, ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບພວກເຮົາ? ພໍ່ກັບແມ່ເລາະຊອກຫາເຈົ້າດ້ວຍຄວາມກັງວົນໃຈທີ່ສຸດ.”
49
ພຣະກຸມມານຕອບວ່າ, “ເປັນຫຍັງຕ້ອງຊອກຫາເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາເຈົ້າຂອງເຮົາ?”
50
ແຕ່ພວກເພິ່ນບໍ່ເຂົ້າໃຈຄຳຕອບຂອງພຣະກຸມມານນັ້ນ.
51
ແລ້ວພຣະກຸມມານເຢຊູ ຈຶ່ງລົງເມືອກັບພວກເພິ່ນສູ່ເມືອງນາຊາເຣັດ ແລະອ່ອນນ້ອມຍອມຟັງພວກເພິ່ນ ຝ່າຍແມ່ກໍເກັບກຳເລື່ອງທັງໝົດນີ້ໄວ້ໃນໃຈ.
52
ພຣະເຢຊູເຈົ້າໄດ້ຈະເລີນເຕີບໃຫຍ່ຂຶ້ນ ໃນດ້ານສະຕິປັນຍາ ແລະໃນດ້ານຮ່າງກາຍ ເປັນທີ່ພໍພຣະໄທຕໍ່ພຣະເຈົ້າແລະຕໍ່ມະນຸດດ້ວຍ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24