bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Luke 20
Luke 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 21 →
1
ວັນໜຶ່ງ ເມື່ອພຣະເຢຊູເຈົ້າກຳລັງເທດສະໜາສັ່ງສອນປະຊາຊົນຢູ່ໃນພຣະວິຫານ ແລະປະກາດຂ່າວປະເສີດ ພວກຫົວໜ້າປະໂຣຫິດກັບພວກທຳມະຈານ ພ້ອມທັງພວກເຖົ້າແກ່ໄດ້ມາຫາພຣະອົງ.
2
ພວກເຂົາຖາມພຣະອົງວ່າ, “ບອກພວກເຮົາມາເບິ່ງດູ ເຈົ້າມີສິດຫຍັງຈຶ່ງເຮັດການນີ້? ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?”
3
ພຣະອົງໄດ້ຕອບພວກເຂົາວ່າ, “ຝ່າຍເຮົາຈະຖາມພວກເຈົ້າຂໍ້ດຽວ ຈົ່ງບອກເຮົາມາເບິ່ງດູວ່າ
4
ບັບຕິສະມາຂອງໂຢຮັນນັ້ນ ມາຈາກສະຫວັນ ຫລືມາຈາກມະນຸດ.”
5
ພວກເຂົາຈຶ່ງເລີ່ມຖົກຖຽງກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ, ‘ມາຈາກສະຫວັນ’ ມັນກໍຈະຖາມວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງໂຢຮັນ?’
6
ແຕ່ຖ້າພວກເຮົາຕອບວ່າ, ‘ມາຈາກມະນຸດ’ ປະຊາຊົນທັງໝົດໃນທີ່ນີ້ກໍຈະແກວ່ງກ້ອນຫີນໃສ່ພວກເຮົາ, ເພາະພວກເຂົາເຊື່ອວ່າໂຢຮັນເປັນຜູ້ທຳນວາຍ.”
7
ສະນັ້ນ ພວກເຂົາຈຶ່ງຕອບວ່າ, “ພວກເຮົາບໍ່ຮູ້.”
8
ແລ້ວພຣະອົງກໍໄດ້ຕອບພວກເຂົາວ່າ, “ຝ່າຍເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າ ເຮົາເຮັດການເຫຼົ່ານີ້ດ້ວຍສິດອັນໃດ.”
9
ແລ້ວພຣະອົງກໍຊົງກ່າວຄຳອຸປະມານີ້ສູ່ປະຊາຊົນຟັງວ່າ, “ຍັງມີຊາຍຄົນໜຶ່ງທີ່ເຮັດສວນອະງຸ່ນ ແລະເອົາສວນນັ້ນໃຫ້ຄົນອື່ນເຊົ່າ ແລ້ວເພິ່ນກໍຈາກໄປເປັນເວລາດົນນານ.
10
ພໍເຖິງເວລາເກັບໝາກອະງຸ່ນມາຮອດ ເຈົ້າຂອງສວນນັ້ນກໍໃຫ້ຄົນຮັບໃຊ້ຜູ້ໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຜົນລະປູກຂອງຕົນຈາກພວກເຂົາ, ແຕ່ພວກຄົນເຊົ່າສວນໄດ້ທຸບຕີຄົນຮັບໃຊ້ຜູ້ນັ້ນ ແລະຂັບໄລ່ລາວກັບຄືນເມືອມືເປົ່າ.
11
ດັ່ງນັ້ນ ເພິ່ນຈຶ່ງໃຊ້ຄົນຮັບໃຊ້ຜູ້ອື່ນໄປອີກ, ແຕ່ພວກຄົນເຊົ່າສວນໄດ້ທຸບຕີລາວຄືກັນທັງໄດ້ປ້ອຍດ່າລາວ ແລະທັງຂັບໄລ່ກັບຄືນເມືອມືເປົ່າ.
12
ແລ້ວເພິ່ນກໍໃຊ້ຄົນຮັບໃຊ້ຜູ້ທີສາມໄປອີກ ພວກຄົນເຊົ່າສວນໄດ້ທຸບຕີລາວຈົນບາດເຈັບ ແລະໂຍນລາວຖິ້ມອອກນອກສວນ.
13
ຝ່າຍເຈົ້າຂອງສວນກໍກ່າວວ່າ, ‘ເຮົາຈະເຮັດແນວໃດ? ເຮົາຈະໃຊ້ລູກຊາຍຜູ້ເປັນສຸດທີ່ຮັກຂອງເຮົາໄປ ບາງທີພວກເຂົາຈະໃຫ້ຄວາມນັບຖືແກ່ລູກຊາຍຂອງເຮົາ’
14
ແຕ່ເມື່ອຄົນເຊົ່າສວນເຫັນລູກເພິ່ນແລ້ວ ພວກເຂົາກໍປຶກສາກັນ ແລະເວົ້າວ່າ, ‘ຄົນນີ້ແຫຼະ ເປັນຜູ້ສືບມໍຣະດົກ ຈົ່ງຂ້າມັນເສຍ ແລ້ວມໍຣະດົກກໍຈະຕົກເປັນຂອງພວກເຮົາ’
15
ດັ່ງນັ້ນ ພວກເຂົາຈຶ່ງໂຍນລາວຖິ້ມອອກນອກສວນ ແລະຂ້າລາວເສຍ. ເມື່ອເປັນເຊັ່ນນັ້ນ ເຈົ້າຂອງສວນອະງຸ່ນຈະເຮັດຢ່າງໃດ ກັບຄົນເຊົ່າສວນພວກນັ້ນ?
16
ເພິ່ນຈະມາ ແລະຂ້າຄົນເຊົ່າສວນເຫຼົ່ານັ້ນເສຍ ແລະຈະຍົກສວນອະງຸ່ນໃຫ້ຄົນອື່ນເຊົ່າ.” ເມື່ອຄົນເຫຼົ່ານັ້ນໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາກໍເວົ້າວ່າ, “ຂໍຢ່າໃຫ້ເກີດເປັນຢ່າງນັ້ນເທາະ.”
17
ພຣະເຢຊູເຈົ້າໄດ້ເພັ່ງເບິ່ງພວກເຂົາ ແລ້ວກໍຖາມວ່າ, “ເຫດສະນັ້ນ ພຣະຄຳພີຂໍ້ນີ້ໝາຍຄວາມວ່າຢ່າງໃດ ຊຶ່ງວ່າ ‘ຫີນທີ່ນາຍຊ່າງກໍ່ສ້າງໄດ້ໂຍນຖິ້ມແລ້ວ ກໍໄດ້ກາຍເປັນຫີນເສົາເອກແລ້ວ.’
18
ຜູ້ໃດທີ່ລົ້ມທັບຫີນນັ້ນ ຜູ້ນັ້ນຈະແຕກຫັກເປັນປ່ຽງໄປ ແລະຖ້າຫີນນັ້ນຕົກທັບຜູ້ໃດ ຜູ້ນັ້ນກໍຈະແຫລກໝຸ່ນເປັນຂີ້ຝຸ່ນດິນໄປ.”
19
ຝ່າຍພວກທຳມະຈານ ແລະ ພວກຫົວໜ້າປະໂຣຫິດຮູ້ຢູ່ວ່າ, ພຣະອົງຊົງກ່າວຄຳອຸປະມານີ້ຕໍ່ສູ້ພວກເຂົາ ພວກເຂົາຈຶ່ງວາງແຜນຈັບພຣະອົງ ແຕ່ພວກເຂົາຢ້ານປະຊາຊົນ.
20
ພວກເຂົາຈຶ່ງຕິດຕາມເບິ່ງພຣະອົງ ແລະໃຊ້ຄົນສອດແນມໃຫ້ປອມຕົວເໝືອນເປັນຄົນສັດຊື່ ເພື່ອຫວັງຈະຈັບຜິດໃນຖ້ອຍຄຳຂອງພຣະອົງ ເພື່ອຈະມອບພຣະອົງໄວ້ໃນອຳນາດ ແລະ ອາດຍາສິດຂອງຜູ້ປົກຄອງ.
21
ພວກເຂົາຈຶ່ງຖາມພຣະອົງວ່າ, “ອາຈານເອີຍ ພວກເຮົາຮູ້ວ່າຖ້ອຍຄຳທີ່ທ່ານກ່າວ ແລະສັ່ງສອນນັ້ນຖືກຕ້ອງ ແລະໂດຍບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ສັ່ງສອນຫົນທາງຂອງພຣະເຈົ້າຢ່າງສັດຊື່.
22
ຈົ່ງບອກພວກເຮົາແດ່ວ່າ, ເປັນການຜິດກົດບັນຍັດຂອງພວກເຮົາບໍ ທີ່ເສຍພາສີໃຫ້ກາຍຊາ ຜິດ ຫລືວ່າບໍ່ຜິດ?”
23
ແຕ່ພຣະອົງຊົງຢັ່ງຮູ້ເຖິງກົນອຸບາຍຂອງພວກເຂົາຈຶ່ງກ່າວແກ່ພວກເຂົາວ່າ,
24
“ຈົ່ງເອົາເງິນຫລຽນມາໃຫ້ເບິ່ງດູ ຮູບແລະຊື່ທີ່ຈາລຶກໄວ້ໃນຫລຽນນີ້ ເປັນຂອງຜູ້ໃດ?” ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”
25
ແລ້ວພຣະອົງຊົງກ່າວກັບພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ.”
26
ຕໍ່ໜ້າປະຊາຊົນຢູ່ທີ່ນັ້ນ ພວກເຂົາຈັບຜິດພຣະອົງເລື່ອງໃດໆບໍ່ໄດ້ເລີຍ. ດັ່ງນັ້ນ ພວກເຂົາຈຶ່ງງຶດປະຫລາດໃຈໃນຄຳຕອບຂອງພຣະອົງ ຈຶ່ງມິດງຽບຢູ່.
27
ຍັງມີພວກຊາດູກາຍບາງຄົນມາຫາພຣະອົງ ແມ່ນພວກນີ້ທີ່ຖືວ່າ ຄົນຈະບໍ່ເປັນຄືນມາຈາກຕາຍ ພວກເຂົາຖາມພຣະອົງວ່າ,
28
“ອາຈານເອີຍ, ໂມເຊໄດ້ຂຽນກົດບັນຍັດນີ້ສຳລັບພວກເຮົາວ່າ, ‘ຖ້າອ້າຍຂອງຊາຍຄົນໜຶ່ງຕາຍປະເມຍຂອງຕົນໂດຍບໍ່ມີລູກ ຕ້ອງໃຫ້ນ້ອງຊາຍຂອງຜູ້ຕາຍນັ້ນ ເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ.’
29
ຄັ້ງໜຶ່ງ ຍັງມີອ້າຍນ້ອງເຈັດຄົນນຳກັນ ອ້າຍກົກແຕ່ງງານແລ້ວ ແລະຕາຍໄປໂດຍບໍ່ມີລູກ.
30
ແລະຜູ້ທີສອງ ກໍເອົານາງມາເປັນເມຍ,
31
ແລະຕໍ່ມາຜູ້ທີສາມ ກໍເຮັດເຊັ່ນດຽວກັນ ເຫດການເຊັ່ນດຽວກັນນີ້ ໄດ້ເກີດຂຶ້ນກັບທັງເຈັດຄົນ ຄືພວກເຂົາຕາຍໄປໂດຍບໍ່ມີລູກ.
32
ໃນທີ່ສຸດ ຍິງນັ້ນກໍໄດ້ຕາຍໄປເໝືອນກັນ.
33
ບັດນີ້ ໃນວັນທີ່ຄົນຕາຍເປັນຄືນມາສູ່ຊີວິດນັ້ນ ຍິງນີ້ຈະເປັນເມຍຂອງຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນຕ່າງກໍໄດ້ເປັນຜົວຂອງນາງ.”
34
ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ຊາຍແລະຍິງໃນໂລກນີ້ມີການແຕ່ງງານກັນ,
35
ແຕ່ຊາຍແລະຍິງຜູ້ທີ່ສົມຄວນເປັນຄືນມາຈາກຕາຍ ແລະດຳລົງຊີວິດຢູ່ໃນໂລກໜ້າຈະບໍ່ມີການແຕ່ງງານກັນ ຫລືຍົກໃຫ້ເປັນຜົວເມຍກັນ.
36
ພວກເຂົາຈະເປັນດັ່ງຝູງເທວະດາທີ່ຕາຍບໍ່ເປັນ ເພາະພວກເຂົາເປັນລູກຂອງພຣະເຈົ້າ ເພາະວ່າພວກເຂົາເປັນຄືນມາຈາກຕາຍແລ້ວ.
37
ແຕ່ວ່າ ຄົນຕາຍຖືກບັນດານໃຫ້ເປັນຄືນມາສູ່ຊີວິດນັ້ນ ໂມເຊໄດ້ສະແດງໃນເລື່ອງພຸ່ມໄມ້ ເພິ່ນໄດ້ເອີ້ນອົງພຣະຜູ້ເປັນເຈົ້າວ່າ, ‘ຊົງເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’
38
ພຣະອົງແມ່ນພຣະເຈົ້າຂອງຄົນເປັນ, ບໍ່ແມ່ນພຣະເຈົ້າຂອງຄົນຕາຍ. ດ້ວຍວ່າ, ສຳລັບພຣະອົງແລ້ວ ທຸກຄົນມີຊີວິດຢູ່.”
39
ແລ້ວທຳມະຈານບາງຄົນກໍເວົ້າຂຶ້ນວ່າ, “ອາຈານເອີຍ ທ່ານເວົ້າໄດ້ດີຫລາຍ.”
40
ເພາະວ່າ ພວກເຂົາບໍ່ກ້າຖາມອັນໃດກັບພຣະອົງອີກຕໍ່ໄປ.
41
ແລ້ວພຣະເຢຊູເຈົ້າຊົງຖາມພວກເຂົາວ່າ, “ເປັນໄປໄດ້ຢ່າງໃດ ທີ່ຄົນເວົ້າວ່າ ພຣະຄຣິດເປັນບຸດຂອງດາວິດ?
42
ດ້ວຍວ່າ, ກະສັດດາວິດໄດ້ຊົງກ່າວໄວ້ ໃນພຣະທຳເພງສັນລະເສີນວ່າ, ‘ອົງພຣະຜູ້ເປັນເຈົ້າຊົງກ່າວກັບ ພຣະອົງເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງເບື້ອງຂວາມືຂອງເຮົາ
43
ຈົນກວ່າເຮົາຈະປາບສັດຕູ ຂອງເຈົ້າທັງຫລາຍ ໃຫ້ຢູ່ໃຕ້ຕີນຂອງເຈົ້າ.’
44
ເມື່ອດາວິດເອີ້ນເພິ່ນວ່າ, ‘ພຣະອົງເຈົ້າ’ ສະນັ້ນ ພຣະຄຣິດເປັນບຸດຂອງດາວິດໄດ້ຢ່າງໃດ?”
45
ຂະນະທີ່ປະຊາຊົນທັງຫລາຍຟັງພຣະເຢຊູເຈົ້າຢູ່ນັ້ນ ພຣະອົງກໍກ່າວແກ່ພວກສາວົກວ່າ,
46
“ຈົ່ງລະວັງພວກທຳມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອລ່າມຍ່າງໄປມາ ແລະມັກໃຫ້ຄົນຄຳນັບດ້ວຍຄວາມນັບຖືຕາມຕະຫລາດ ພວກເຂົາເລືອກນັ່ງບ່ອນທີ່ຄົນເຫັນໃນທຳມະສາລາ ແລະ ໃນງານກິນລ້ຽງ,
47
ນອກຈາກນີ້ ພວກເຂົາຍັງສໍ້ໂກງເອົາສິ່ງຂອງ ຂອງພວກແມ່ໝ້າຍ ແລະເຮັດທຳທ່າພາວັນນາອະທິຖານຢ່າງຍືດຍາວ ໂທດຂອງຄົນເຫຼົ່ານີ້ແມ່ນໜັກທີ່ສຸດ.”
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24