bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nahum 1
Nahum 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 2 →
1
ຕໍ່ໄປນີ້ແມ່ນນິມິດທີ່ນາຮູມ ຊາວແອນໂກດ ໄດ້ເຫັນກ່ຽວກັບນະຄອນນີເນເວ.
2
ພຣະເຈົ້າຢາເວເປັນພຣະເຈົ້າ ອົງຫວງແຫນ ແລະຕອບແທນ; ພຣະເຈົ້າຢາເວຕອບແທນ ແລະເຕັມດ້ວຍຄວາມໂກດຮ້າຍ ພຣະເຈົ້າຢາເວລົງໂທດພວກທີ່ຕໍ່ຕ້ານພຣະອົງ; ແລະແກ້ແຄ້ນພວກເຂົາເພາະພຣະອົງໂກດຮ້າຍ.
3
ພຣະເຈົ້າຢາເວບໍ່ຮ້າຍງ່າຍ ແຕ່ຊົງຣິດເຫລືອຫລາຍ ພຣະອົງບໍ່ເຄີຍປ່ອຍຄົນຜິດໜີໄປຢ່າງບໍ່ໄດ້ຮັບໂທດ. ບ່ອນທີ່ພຣະເຈົ້າຢາເວຍ່າງຍ້າຍລົມພະຍຸກໍໂຜ່ຂຶ້ນມາ ເມກໝອກເປັນຂີ້ຝຸ່ນດິນມີຄວັນທີ່ຕີນພຣະອົງ
4
ພຣະອົງສັ່ງທະເລກວ້າງ ແລະກໍເຫືອດແຫ້ງລົງ ທັງເຮັດໃຫ້ແມ່ນໍ້າທັງຫລາຍບົກແຫ້ງໝົດສິ້ນ. ທົ່ງບາຊານກໍແຫ້ງແລ້ງ ພູກາເມນກໍເຫລືອງຫລ່າ ມວນມາລາໃນເລບານອນກໍຫ່ຽວແຫ້ງຕາຍໄປ.
5
ຊ້ອງໜ້າພຣະອົງ ພູເຂົາທັງຫລາຍກໍຫວັ່ນໄຫວ ທັງເນີນພູຕ່າງໆກໍເຈື່ອນລົງໝົດຕໍ່ໜ້າພຣະອົງ; ເມື່ອພຣະອົງປາກົດມາ ແຜ່ນດິນໂລກກໍຫວັ່ນໄຫວ ໂລກທັງຄົນໃນໂລກ ກໍສັ່ນເຊັນດ້ວຍຄວາມຢ້ານ.
6
ເມື່ອພຣະອົງໂກດຮ້າຍແມ່ນຜູ້ໃດແດ່ລອດຊີວິດເດ? ແມ່ນຜູ້ໃດລອດຊີວິດນໍເມື່ອພຣະອົງກິ້ວໂກດ? ພຣະອົງເທຄວາມໂກດຮ້າຍເປັນໄຟທີ່ເຜົາຜານ ໂງ່ນຫີນກໍໝຸ່ນເປັນຝຸ່ນດິນຢູ່ຊ້ອງໜ້າພຣະອົງ.
7
ພຣະເຈົ້າຢາເວດີເລີດ ແລະແສນປະເສີດຫລາຍ ພຣະອົງປົກປ້ອງຄຸ້ມຄອງປະຊາຊົນຂອງພຣະເຈົ້າ ຄືຄຸ້ມຄອງພວກເຂົາເຈົ້າໃນຄາວລຳບາກມາເຖິງ ທັງຫ່ວງໃຍພວກທີ່ຕ່າວຄືນມາຫາພຣະອົງ.
8
ດັ່ງນໍ້າມາກທີ່ໄຫລແຮງ ພຣະອົງທຳລາຍສັດຕູ ຂອງພຣະອົງໃຫ້ດັບສູນສິ້ນ; ພວກແຂງຂໍ້ຕໍ່ພຣະອົງນັ້ນກໍຕົກຖືກຄວາມຕາຍ ທັງຖືກສົ່ງລົງໄປສູ່ແດນມໍຣະນາພຸ້ນ.
9
ພວກເຈົ້າວາງແຜນຮ້າຍຕໍ່ສູ້ພຣະເຈົ້າຢາເວຢູ່ບໍ? ພຣະອົງຈະທຳລາຍຖິ້ມໝົດໂດຍຄັດຄ້ານອີກບໍ່ໄດ້.
10
ພວກເຈົ້າ ນັກດື່ມເຫຼົ້າຈະຖືກເຜົາຜານໝົດ ເໝືອນໄຟໄໝ້ກໍໜາມ ແລະຫຍ້າແຫ້ງ.
11
ນີເນເວເອີຍ ຈາກເຈົ້ານັ້ນໄດ້ມີຄົນໜຶ່ງ ທີ່ເຕັມໄປດ້ວຍແຜນການອັນຊົ່ວຮ້າຍ ຄືຜູ້ທີ່ໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ.
12
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຖິງແມ່ນວ່າຊາວອັດຊີເຣຍແຂງແຮງ ແລະມີຈຳນວນຫລວງຫລາຍກໍຕາມ ພວກເຂົາກໍຈະຖືກທຳລາຍແລະຈະດັບສູນໄປ. ປະຊາຊົນຂອງເຮົາເອີຍ ເຮົາໄດ້ເຮັດໃຫ້ເຈົ້າທົນທຸກທໍລະມານ ແຕ່ເຮົາຈະບໍ່ເຮັດຕໍ່ໄປອີກ.
13
ບັດນີ້ ເຮົາຈະປົດອຳນາດຂອງອັດຊີເຣຍອອກຈາກເຈົ້າ ແລະຈະຫັກໂສ້ທີ່ລ່າມເຈົ້າໄວ້ນັ້ນອອກ.”
14
ພຣະເຈົ້າຢາເວໄດ້ສັ່ງການຕໍ່ເຈົ້າຊາວອັດຊີເຣຍດັ່ງນີ້: “ພວກເຈົ້າຈະບໍ່ມີເຊື້ອສາຍສືບຕໍ່ໃຫ້ຕະກຸນຂອງພວກເຈົ້າ. ເຮົາຈະທຳລາຍຮູບເຄົາຣົບທີ່ວິຫານຂອງບັນດາພະຂອງພວກເຈົ້າ. ເຮົາກຳລັງຕຽມຂຸມຝັງສົບໄວ້ສຳລັບພວກເຈົ້າ. ພວກເຈົ້າບໍ່ສົມຄວນທີ່ຈະມີຊີວິດຢູ່ຕໍ່ໄປ.”
15
ເບິ່ງດູ ຜູ້ສົ່ງຂ່າວກຳລັງນຳຂ່າວດີຂ້າມພູເຂົາທັງຫລາຍມາ ພວກເຂົາກຳລັງເດີນທາງມາ ເພື່ອປະກາດສັນຕິສຸກ ປະຊາຊົນຢູດາເອີຍ ຈົ່ງສະເຫລີມສະຫລອງເທດສະການຕ່າງໆຂອງພວກເຈົ້າສາ ແລະຈົ່ງຖວາຍສິ່ງທີ່ພວກເຈົ້າໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າ. ຄົນຊົ່ວຮ້າຍຈະບໍ່ບຸກລຸກດິນແດນຂອງພວກເຈົ້າອີກຈັກເທື່ອ. ພວກເຂົາໄດ້ຖືກທຳລາຍຢ່າງໝົດກ້ຽງສາແລ້ວ.
Jump to:
Chapter 1
Chapter 2
Chapter 3
Chapter 2 →
All chapters:
1
2
3