bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Nahum 2
Nahum 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
1
ນະຄອນນີເນເວເອີຍ ເຈົ້າຖືກໂຈມຕີສາແລ້ວ ອຳນາດທີ່ຈະທຳລາຍເຈົ້າໃຫ້ໝຸ່ນມາເຖິງສາແລ້ວ. ຈົ່ງເຝົ້າຍາມກຳແພງ ຈົ່ງເຝົ້າຍາມຫົນທາງ ຈົ່ງພາກັນລະດົມພົນທີ່ພວກເຈົ້າມີນັ້ນໄວ້. (
2
ເພາະວ່າພຣະເຈົ້າຢາເວຈະເອົາຍົດສັກຂອງຢາໂຄບເໝືອນຢ່າງຍົດສັກຂອງອິດສະຣາເອນກັບຄືນມາສູ່ສະພາບເດີມ ເຫດວ່າພວກຜູ້ທຳລາຍໄດ້ປຸ້ນພວກເຂົາແລະໄດ້ທຳລາຍກິ່ງອະງຸ່ນທັງຫລາຍຂອງພວກເຂົາ.)
3
ກອງທັບສັດຕູມີທະຫານຖືໂລ້ ແລະນຸ່ງເຄື່ອງສີແດງ ພວກເຂົາກຳລັງຈັດຕຽມຕົວເຂົ້າສູ່ສະໜາມຮົບ ລົດຮົບຂອງພວກເຂົາເປັນແສງເໝືອນໄຟ ຝູງມ້າ ຂອງພວກເຂົາກໍຍ່າງໄປມາຢ່າງໂອ້ອວດ.
4
ລົດຮົບແລ່ນຕາມທາງກະທົບກະແທກຢ່າງແຮງ ໂດຍແລ່ນຟ້າວຟັ່ງໄປມາໃນກາງເມືອງທີ່ສີ່ແຍກ. ພວກມັນສົ່ງແສງເຍືອງໄປດັ່ງກະບອງ ສ່ອງແສງເຕັ້ນໄປດັ່ງແສງຟ້າແມບເຫລື້ອມ.
5
ກະສັດແຫ່ງນີເນເວເອີ້ນນາຍທະຫານຂອງຕົນອອກມາ ແຕ່ພວກເຂົາຕ່າງກໍເຕະສະດຸດເມື່ອມຸ້ງໜ້າໄປນັ້ນ. ພວກທີ່ບຸກລຸກກໍຟ້າວຟັ່ງໄປທີ່ກຳແພງເມືອງ ແລະພາກັນຕັ້ງທ່າຕຽມໂດຍໃຊ້ໂລ້ກຳບັງໄວ້.
6
ທັນໃດປະຕູທີ່ໃກ້ແມ່ນໍ້າກໍຖືກທະລຸອອກມາ ທີ່ຣາຊວັງກໍເຕັມໄປແຕ່ຄວາມຢ້ານໃຫຍ່.
7
ຣາຊີນີຖືກຈັບໄດ້ສາວໃຊ້ຮ້ອງໄຫ້ດັ່ງນົກເຂົາ ແລະຕ່າງກໍຕີເອິກດ້ວຍຈິດໃຈເສົ້າໂສກ
8
ດັ່ງເຂື່ອນແຕກນໍ້າໄຫລທັ່ງອອກເປັນສາຍທາລາ ປະຊາຊົນກໍຟ້າວຟັ່ງອອກມາແຕ່ນີເນເວ ທັງນັ້ນ ສຽງຮ້ອງດັງອອກມາວ່າ, “ຢຸດ ຢຸດສາກ່ອນ.” ແຕ່ຜູ້ທີ່ປົບໜີໄປບໍ່ມີຜູ້ໃດຫັນຄືນມາຕອບ.
9
ຈົ່ງປຸ້ນເອົາເງິນເຖີດ ຈົ່ງປຸ້ນເອົາຄຳໄປ ເພາະຊັບສົມບັດກໍມີເຕັມທົ່ວໄປໃນເມືອງນີ້.
10
ນີເນເວເອີຍ ເຈົ້າຖືກທຳລາຍສາແລ້ວ ເປັນເມືອງຮ້າງວ່າງຄົນແລະເປັນຖິ່ນເປົ່າປ່ຽວ ທຸກຄົນຕ່າງກໍຢ້ານຈົນອົກສັ່ນຂວັນເສຍ ຈົນຫົວເຂົ່າທຸກຄົນສັ່ນເຊັນດ້ວຍຄວາມຢ້ານ ແລະທຸກຄົນຕ່າງກໍໝົດເຫື່ອໝົດແຮງ ຈົນສີໜ້າມ້ານຫລ່າເຫລືອງໄປທັງນັ້ນ.
11
ບັດນີ້ ນະຄອນນີ້ໄປໃສແລ້ວນໍ? ກໍເປັນຖໍ້າບ່ອນທີ່ຝູງສິງມາອາໄສຢູ່ ເປັນຖໍ້າບ່ອນທີ່ຝູງສິງໜຸ່ມໄດ້ມີເຫຍື່ອກິນ ສິງຜູ້ທັງສິງແມ່ໄດ້ອາໄສຢ່າງປອດໄພກັບລູກໆ.
12
ສິງໄດ້ຂ້າເຫຍື່ອຂອງມັນກິນເປັນອາຫານ ແລ້ວກໍຈີກເຫຍື່ອທີ່ໄດ້ມາເປັນຕ່ອນໆ; ແລ້ວກໍປັນໃຫ້ສິງແມ່ ແລະລູກໆຂອງມັນກິນ ຈົນຖໍ້າເຕັມໄປດ້ວຍຊີ້ນສັດທີ່ມັນຂ້າມາໄດ້.
13
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາເປັນສັດຕູຂອງເຈົ້າ ເຮົາຈະຈູດລົດຮົບຂອງເຈົ້າຖິ້ມໝົດ. ພວກທະຫານຂອງເຈົ້າຈະຖືກຂ້າໃນສະໜາມຮົບ ແລະເຮົາຈະເອົາທຸກສິ່ງທີ່ເຈົ້າໄດ້ມາຈາກຄົນອື່ນນັ້ນຄືນໄປ. ສຽງຮ້ອງຂໍຂອງຜູ້ສົ່ງຂ່າວຂອງເຈົ້າຈະບໍ່ໄດ້ຍິນອີກຕໍ່ໄປ.”
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
All chapters:
1
2
3