bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 John 1
1 John 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
1
ພວກເຮົາໄດ້ປະກາດກ່ຽວກັບພຣະທຳແຫ່ງຊີວິດ ເຊິ່ງດຳລົງຢູ່ຕັ້ງແຕ່ປະຖົມມະການ, ເຊິ່ງພວກເຮົາໄດ້ຍິນ, ເຊິ່ງພວກເຮົາໄດ້ເຫັນກັບຕາ, ເຊິ່ງພວກເຮົາໄດ້ແນມເບິ່ງ ແລະ ໄດ້ສຳພັດດ້ວຍມືຂອງພວກເຮົາ.
2
ຊີວິດນີ້ໄດ້ປາກົດຂຶ້ນແລ້ວ, ພວກເຮົາໄດ້ເຫັນ, ໄດ້ເປັນພະຍານ ແລະ ພວກເຮົາປະກາດໃຫ້ພວກເຈົ້າຮູ້ເຖິງຊີວິດນິລັນດອນ ເຊິ່ງດຳລົງຢູ່ກັບພຣະບິດາເຈົ້າ ແລະ ໄດ້ປາກົດແກ່ພວກເຮົາ.
3
ພວກເຮົາປະກາດໃຫ້ພວກເຈົ້າຮູ້ເຖິງສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນ ເພື່ອພວກເຈົ້າຈະໄດ້ຮ່ວມສາມັກຄີທຳກັບພວກເຮົາ. ແລະ ຄວາມສາມັກຄີທຳຂອງພວກເຮົາກັບພຣະບິດາເຈົ້າ ແລະ ກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າ.
4
ພວກເຮົາຂຽນຂໍ້ຄວາມເຫລົ່ານີ້ມາເພື່ອໃຫ້ຄວາມຊື່ນຊົມຍິນດີຂອງພວກເຮົາ ທັງຫລາຍຄົບເຕັມບໍລິບູນ.
5
ນີ້ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ພວກເຈົ້າຄື: ພຣະເຈົ້າເປັນຄວາມສະຫວ່າງ, ໃນພຣະອົງບໍ່ມີຄວາມມືດເລີຍ.
6
ຖ້າພວກເຮົາອ້າງວ່າມີຄວາມສາມັກຄີທຳກັບພຣະອົງແຕ່ຍັງເດີນຢູ່ໃນຄວາມມືດ ພວກເຮົາກໍຕົວະ ແລະ ບໍ່ໄດ້ດຳເນີນຊີວິດໂດຍຄວາມຈິງ.
7
ແຕ່ຖ້າພວກເຮົາເດີນຢູ່ໃນຄວາມສະຫວ່າງເໝືອນດັ່ງພຣະອົງຢູ່ໃນຄວາມສະຫວ່າງ, ພວກເຮົາກໍຮ່ວມສາມັກຄີທຳດ້ວຍກັນ ແລະ ໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງກໍຊຳລະພວກເຮົາຈາກຄວາມບາບທັງໝົດ.
8
ຖ້າພວກເຮົາອ້າງວ່າບໍ່ມີບາບ, ພວກເຮົາກໍຫລອກລວງຕົນເອງ ແລະ ຄວາມຈິງບໍ່ໄດ້ຢູ່ໃນພວກເຮົາເລີຍ.
9
ຖ້າພວກເຮົາສາລະພາບບາບທັງຫລາຍຂອງພວກເຮົາ, ພຣະອົງສັດຊື່ ແລະ ທ່ຽງທຳຈະອະໄພບາບຂອງພວກເຮົາ ແລະ ຊຳລະພວກເຮົາໃຫ້ພົ້ນຈາກຄວາມອະທຳທັງໝົດ.
10
ຖ້າພວກເຮົາອ້າງວ່າບໍ່ໄດ້ເຮັດບາບ ພວກເຮົາກໍເຮັດໃຫ້ພຣະອົງເປັນຜູ້ຕົວະ ແລະ ພຣະຄຳຂອງພຣະອົງກໍບໍ່ໄດ້ຢູ່ໃນພວກເຮົາເລີຍ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
All chapters:
1
2
3
4
5
Recommended Reading
Commentary
1 John Commentaries
→
Devotional
1 John Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→