bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 John 5
1 John 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
1
ທຸກຄົນທີ່ເຊື່ອວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າກໍເກີດຈາກພຣະເຈົ້າ ແລະ ທຸກຄົນທີ່ຮັກພຣະບິດາເຈົ້າກໍຮັກລູກຂອງພຣະອົງດ້ວຍ.
2
ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າພວກເຮົາຮັກລູກທັງຫລາຍຂອງພຣະເຈົ້າຄື: ໂດຍການຮັກພຣະເຈົ້າ ແລະ ເຮັດຕາມຄຳສັ່ງຂອງພຣະອົງ.
3
ຕາມຄວາມເປັນຈິງແລ້ວ, ນີ້ເປັນຄວາມຮັກຕໍ່ພຣະເຈົ້າຄື: ການຖືຮັກສາຄຳສັ່ງຂອງພຣະອົງ. ແລະ ຄຳສັ່ງຂອງພຣະອົງກໍບໍ່ເປັນພາລະໜັກ,
4
ເພາະທຸກຄົນທີ່ເກີດຈາກພຣະເຈົ້າກໍມີໄຊເໜືອໂລກ. ແມ່ນແຕ່ຄວາມເຊື່ອຂອງພວກເຮົານີ້ແຫລະກໍແມ່ນໄຊຊະນະທີ່ມີໄຊເໜືອໂລກ.
5
ຜູ້ໃດຈະມີໄຊເໜືອໂລກ? ກໍມີແຕ່ຜູ້ທີ່ເຊື່ອວ່າພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າເທົ່ານັ້ນ.
6
ພຣະເຢຊູຄຣິດເຈົ້າຄືຜູ້ທີ່ໄດ້ມາໂດຍນ້ຳ ແລະ ໂດຍໂລຫິດ. ພຣະອົງບໍ່ໄດ້ມາໂດຍນ້ຳພຽງແຕ່ຢ່າງດຽວ, ແຕ່ໂດຍນ້ຳ ແລະ ໂລຫິດ. ແລະ ແມ່ນພຣະວິນຍານບໍລິສຸດເຈົ້າເປັນພະຍານໃຫ້ ເພາະວ່າພຣະວິນຍານບໍລິສຸດເຈົ້າເປັນຄວາມຈິງ.
7
ເພາະມີສາມສິ່ງທີ່ເປັນພະຍານຄື:
8
ພຣະວິນຍານບໍລິສຸດເຈົ້າ, ນ້ຳ ແລະ ໂລຫິດ ແລະ ທັງສາມນີ້ກໍສອດຄ່ອງກັນ.
9
ພວກເຮົາຮັບຄຳພະຍານຂອງມະນຸດ, ແຕ່ຄຳພະຍານຂອງພຣະເຈົ້າກໍຍິ່ງໃຫຍ່ກວ່າເພາະວ່າເປັນຄຳພະຍານຂອງພຣະເຈົ້າ, ເຊິ່ງພຣະອົງໄດ້ໃຫ້ກ່ຽວກັບພຣະບຸດຂອງພຣະອົງ.
10
ຜູ້ໃດກໍຕາມທີ່ເຊື່ອໃນພຣະບຸດຂອງພຣະເຈົ້າກໍຍອມຮັບຄຳພະຍານນີ້. ຜູ້ໃດກໍຕາມທີ່ບໍ່ເຊື່ອພຣະເຈົ້າກໍເຮັດໃຫ້ພຣະອົງເປັນຜູ້ຕົວະ, ເພາະພວກເຂົາບໍ່ເຊື່ອຄຳພະຍານທີ່ພຣະເຈົ້າໄດ້ໃຫ້ກ່ຽວກັບພຣະບຸດຂອງພຣະອົງ.
11
ແລະ ນີ້ແມ່ນຄຳພະຍານຄື: ພຣະເຈົ້າໄດ້ໃຫ້ຊີວິດນິລັນດອນແກ່ພວກເຮົາ ແລະ ຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ.
12
ຜູ້ທີ່ມີພຣະບຸດກໍມີຊີວິດ, ຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າກໍບໍ່ມີຊີວິດ.
13
ເຮົາຂຽນຂໍ້ຄວາມເຫລົ່ານີ້ມາເຖິງພວກເຈົ້າທັງຫລາຍທີ່ເຊື່ອໃນນາມຂອງພຣະບຸດຂອງພຣະເຈົ້າ ເພື່ອວ່າພວກເຈົ້າຈະໄດ້ຮູ້ວ່າພວກເຈົ້າມີຊີວິດນິລັນດອນ.
14
ນີ້ຄືຄວາມໝັ້ນໃຈທີ່ພວກເຮົາມີເມື່ອເຂົ້າເຝົ້າພຣະເຈົ້າຄື: ຖ້າພວກເຮົາຂໍສິ່ງໃດຕາມຄວາມປະສົງຂອງພຣະອົງ, ພຣະອົງກໍຟັງພວກເຮົາ.
15
ແລະ ຖ້າພວກເຮົາຮູ້ວ່າພຣະອົງຟັງພວກເຮົາ ເມື່ອພວກເຮົາຂໍສິ່ງໃດ ພວກເຮົາກໍຮູ້ວ່າພວກເຮົາຈະໄດ້ຮັບສິ່ງທີ່ພວກເຮົາໄດ້ຂໍຈາກພຣະອົງ.
16
ຖ້າພວກເຈົ້າເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ, ພວກເຈົ້າຄວນອະທິຖານຂໍ ແລະ ພຣະເຈົ້າຈະໃຫ້ຊີວິດແກ່ພວກເຂົາ. ເຮົາໝາຍເຖິງບັນດາຄົນທີ່ເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ. ບາບທີ່ນຳໄປສູ່ຄວາມຕາຍກໍມີ. ເຮົາບໍ່ໄດ້ກ່າວວ່າພວກເຈົ້າຄວນອະທິຖານຂໍສຳລັບຄົນທີ່ເຮັດບາບຢ່າງນັ້ນ.
17
ການເຮັດຜິດທຸກຢ່າງລ້ວນແຕ່ເປັນບາບ, ແຕ່ບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີ.
18
ພວກເຮົາຮູ້ວ່າຜູ້ທີ່ເກີດຈາກພຣະເຈົ້າບໍ່ເຮັດບາບຕໍ່ໄປ; ແຕ່ພຣະອົງຜູ້ເກີດຈາກພຣະເຈົ້າຄຸ້ມຄອງພວກເຂົາໄວ້ໃຫ້ປອດໄພ ແລະ ມານຊົ່ວຮ້າຍບໍ່ສາມາດເຮັດອັນຕະລາຍຕໍ່ພວກເຂົາໄດ້.
19
ພວກເຮົາກໍຮູ້ວ່າພວກເຮົາເປັນລູກຂອງພຣະເຈົ້າ ແລະ ທົ່ວໂລກກໍຕົກຢູ່ໃຕ້ການຄວບຄຸມຂອງມານຊົ່ວຮ້າຍ.
20
ພວກເຮົາກໍຮູ້ເໝືອນກັນວ່າພຣະບຸດຂອງພຣະເຈົ້າໄດ້ມາ ແລະ ໄດ້ໃຫ້ຄວາມເຂົ້າໃຈແກ່ພວກເຮົາ, ເພື່ອວ່າພວກເຮົາຈະຮູ້ຈັກພຣະອົງຜູ້ເປັນອົງທ່ຽງແທ້. ແລະ ພວກເຮົາກໍຢູ່ໃນພຣະອົງຜູ້ທ່ຽງແທ້ ຄືຢູ່ໃນພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ. ພຣະອົງເປັນພຣະເຈົ້າອົງທ່ຽງແທ້ ແລະ ເປັນຊີວິດນິລັນດອນ.
21
ລູກທີ່ຮັກທັງຫລາຍເອີຍ, ຈົ່ງຮັກສາຕົນເອງໃຫ້ພົ້ນຈາກຮູບເຄົາລົບ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
All chapters:
1
2
3
4
5