bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Thessalonians 1
2 Thessalonians 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງຄຣິສຕະຈັກຂອງຊາວເທສະໂລນິກໃນພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ:
2
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ.
3
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ແລະ ເປັນການຖືກຕ້ອງແລ້ວທີ່ເຮັດຢ່າງນັ້ນ ເພາະວ່າຄວາມເຊື່ອຂອງພວກເຈົ້າໄດ້ເພີ່ມຫລາຍຂຶ້ນເລື້ອຍໆ ແລະ ຄວາມຮັກທີ່ພວກເຈົ້າທຸກຄົນມີຕໍ່ກັນກໍເພີ່ມຂຶ້ນ.
4
ເຫດສະນັ້ນ ໃນທ່າມກາງຄຣິສຕະຈັກຕ່າງໆຂອງພຣະເຈົ້າພວກເຮົາໄດ້ອວດເຖິງຄວາມພຽນອົດທົນ ແລະ ຄວາມເຊື່ອຂອງພວກເຈົ້າໃນທ່າມກາງການຂົ່ມເຫັງ ແລະ ການທົດລອງທັງໝົດທີ່ພວກເຈົ້າກຳລັງອົດທົນຢູ່.
5
ທັງໝົດນີ້ເປັນຫລັກຖານວ່າການພິພາກສາຂອງພຣະເຈົ້ານັ້ນຖືກຕ້ອງ ແລະ ຜົນກໍຄືພວກເຈົ້າຈະໄດ້ຖືກນັບວ່າສົມຄວນກັບອານາຈັກຂອງພຣະເຈົ້າ ເຊິ່ງພວກເຈົ້າກຳລັງທົນທຸກຢູ່ເພື່ອອານາຈັກນັ້ນ.
6
ພຣະເຈົ້າຍຸຕິທຳຄື: ພຣະອົງຈະເອົາຄວາມລຳບາກຄືນສະໜອງແກ່ບັນດາຜູ້ທີ່ເຮັດໃຫ້ພວກເຈົ້າລຳບາກ
7
ແລະ ຈະໃຫ້ການບັນເທົາທຸກແກ່ພວກເຈົ້າທີ່ໄດ້ຮັບຄວາມຍາກລຳບາກ ແລະ ໃຫ້ພວກເຮົາດ້ວຍ. ເຫດການນີ້ຈະເກີດຂຶ້ນເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າປາກົດຈາກສະຫວັນໃນແປວໄຟອັນຮ້ອນກ້າພ້ອມກັບບັນດາເທວະດາຜູ້ມີລິດອຳນາດຂອງພຣະອົງ.
8
ພຣະອົງຈະລົງໂທດບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
9
ພວກເຂົາຈະຖືກລົງໂທດດ້ວຍຄວາມຈິບຫາຍຕະຫລອດໄປ ຈະຖືກແຍກອອກຈາກການສະຖິດຂອງອົງພຣະຜູ້ເປັນເຈົ້າ ແລະ ແຍກອອກຈາກສະຫງ່າລາສີແຫ່ງລິດທານຸພາບຂອງພຣະອົງ
10
ໃນວັນນັ້ນພຣະອົງຈະມາເພື່ອຮັບກຽດຕິຍົດໃນທ່າມກາງຄົນບໍລິສຸດຂອງພຣະອົງ ແລະ ເພື່ອເປັນທີ່ປະຫລາດໃຈໃນທ່າມກາງຜູ້ທີ່ເຊື່ອທັງຫລາຍ ເຊິ່ງລວມທັງພວກເຈົ້າດ້ວຍ ເພາະພວກເຈົ້າໄດ້ເຊື່ອໃນຄຳພະຍານຂອງພວກເຮົາທີ່ກ່າວແກ່ພວກເຈົ້າ.
11
ໂດຍຄຳນຶງເຖິງສິ່ງນີ້ ພວກເຮົາຈຶ່ງອະທິຖານເພື່ອພວກເຈົ້າຢູ່ສະເໝີ ຂໍໃຫ້ພຣະເຈົ້າຂອງພວກເຮົານັບວ່າພວກເຈົ້າສົມຄວນກັບການເອີ້ນຂອງພຣະອົງ ແລະ ຂໍໃຫ້ທຸກຄວາມປາຖະໜາອັນດີຂອງພວກເຈົ້າ ແລະ ທຸກການກະທຳທີ່ເກີດຈາກຄວາມເຊື່ອຂອງພວກເຈົ້າບັນລຸຜົນສຳເລັດໂດຍລິດອຳນາດຂອງພຣະອົງ.
12
ພວກເຮົາອະທິຖານເຊັ່ນນີ້ກໍເພື່ອນາມຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈະໄດ້ຮັບກຽດຕິຍົດໃນພວກເຈົ້າທັງຫລາຍ ແລະ ພວກເຈົ້າກໍຈະໄດ້ຮັບກຽດຕິຍົດໃນພຣະອົງຕາມພຣະຄຸນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
Jump to:
Chapter 1
Chapter 2
Chapter 3
Chapter 2 →
All chapters:
1
2
3