bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Thessalonians 2
2 Thessalonians 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
1
ກ່ຽວກັບການມາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ການທີ່ຈະຮວບຮວມເອົາພວກເຮົາທັງຫລາຍໄປຢູ່ກັບພຣະອົງນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າ
2
ຢ່າຫວັ່ນໄຫວງ່າຍ ຫລື ຕື່ນຕົກໃຈກັບຄຳສັ່ງສອນທີ່ອ້າງວ່າມາຈາກພວກເຮົາ ບໍ່ວ່າໂດຍຖ້ອຍຄຳເຜີຍພຣະຄຳ ຫລື ໂດຍຄຳເວົ້າທີ່ອອກຈາກປາກ ຫລື ໂດຍຈົດໝາຍທີ່ອ້າງວ່າມາຈາກພວກເຮົາ ເຊິ່ງລະບຸວ່າວັນຂອງອົງພຣະຜູ້ເປັນເຈົ້າມາເຖິງແລ້ວ.
3
ຢ່າໃຫ້ຜູ້ໃດມາຫລອກລວງພວກເຈົ້າໃນທາງໃດທາງໜຶ່ງ ເພາະວັນນັ້ນຍັງຈະບໍ່ມາເຖິງຈົນກວ່າການກະບົດຈະເກີດຂຶ້ນ ແລະ ຄົນລ່ວງລະເມີດ ທີ່ຖືກກຳນົດໃຫ້ເຖິງຄວາມຈິບຫາຍນັ້ນມາປາກົດໂຕ.
4
ມັນຈະຕໍ່ຕ້ານ ແລະ ຍົກຕົນເອງຂຶ້ນຢູ່ເໜືອທຸກສິ່ງທີ່ເອີ້ນຊື່ວ່າພຣະເຈົ້າ ຫລື ເປັນທີ່ເຄົາລົບບູຊາ ເພື່ອວ່າມັນຈະຕັ້ງຕົນເອງຂຶ້ນໃນວິຫານຂອງພຣະເຈົ້າ ແລະ ປະກາດຕົນເອງວ່າເປັນພຣະເຈົ້າ.
5
ພວກເຈົ້າບໍ່ຈື່ບໍວ່າເມື່ອເຮົາຢູ່ກັບພວກເຈົ້ານັ້ນ ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າແລ້ວ?
6
ແລະ ບັດນີ້ພວກເຈົ້າຮູ້ວ່າສິ່ງໃດທີ່ດຶງມັນໄວ້ເພື່ອໃຫ້ມັນມາປາກົດໂຕໃນເວລາທີ່ເໝາະສົມ.
7
ເພາະອຳນາດລັບຂອງຄົນລ່ວງລະເມີດນີ້ກຳລັງທຳງານຢູ່ ແຕ່ຜູ້ທີ່ດຶງມັນໄວ້ໃນຂະນະນີ້ຈະດຶງມັນໄວ້ຕໍ່ໄປຈົນກວ່າມັນຈະຖືກຮັບໄປໃຫ້ພົ້ນທາງ.
8
ເມື່ອນັ້ນຄົນນອກກົດໝາຍນີ້ຈະປາກົດໂຕ ຜູ້ທີ່ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຈະໂຄ່ນລົ້ມມັນດ້ວຍລົມຈາກປາກຂອງພຣະອົງ ແລະ ທຳລາຍມັນດ້ວຍລັດສະໝີແຫ່ງການມາຂອງພຣະອົງ.
9
ການມາຂອງຄົນນອກກົດໝາຍນີ້ຈະມາໂດຍອຳນາດ ຂອງຊາຕານ. ມັນຈະໃຊ້ການສະແດງອຳນາດທຸກຮູບແບບຜ່ານທາງໝາຍສຳຄັນ ແລະ ການອັດສະຈັນ ເຊິ່ງລ້ວນແຕ່ຮັບໃຊ້ຄວາມຕົວະ
10
ແລະ ໃຊ້ຄວາມຊົ່ວຮ້າຍທຸກຢ່າງຫລອກລວງບັນດາຜູ້ທີ່ກຳລັງຈະຈິບຫາຍ. ພວກເຂົາຈິບຫາຍເພາະພວກເຂົາປະຕິເສດທີ່ຈະຮັກຄວາມຈິງທີ່ນຳໄປສູ່ຄວາມພົ້ນ.
11
ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສົ່ງການຫລອກລວງມາຄອບງຳພວກເຂົາເພື່ອວ່າພວກເຂົາຈະເຊື່ອຄວາມຕົວະ
12
ແລະ ເພື່ອວ່າທຸກຄົນທີ່ບໍ່ຍອມເຊື່ອຄວາມຈິງແຕ່ກັບຊົມຊື່ນຄວາມຊົ່ວຮ້າຍຈະຖືກຕັດສິນລົງໂທດ.
13
ແຕ່ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ, ພີ່ນ້ອງທັງຫລາຍຜູ້ທີ່ພຣະເຈົ້າຮັກເອີຍ, ເພາະພຣະເຈົ້າເລືອກພວກເຈົ້າໃນຖານະຜົນທຳອິດ ຂອງພຣະອົງເພື່ອຮັບຄວາມພົ້ນ ໂດຍການຊຳລະໃຫ້ບໍລິສຸດຈາກພຣະວິນຍານ ແລະ ໂດຍການເຊື່ອໃນຄວາມຈິງ.
14
ພຣະອົງໄດ້ເອີ້ນພວກເຈົ້າມາສູ່ສິ່ງນີ້ຜ່ານທາງຂ່າວປະເສີດທີ່ພວກເຮົາປະກາດ ເພື່ອພວກເຈົ້າຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
15
ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງ ແລະ ຢຶດໝັ້ນໃນຄຳສັ່ງສອນ ທີ່ພວກເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້າ ບໍ່ວ່າໂດຍທາງຄຳເວົ້າຈາກປາກຂອງພວກເຮົາ ຫລື ໂດຍທາງຈົດໝາຍ.
16
ຂໍໃຫ້ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າພຣະບິດາຂອງພວກເຮົາ ຜູ້ຮັກພວກເຮົາ ແລະ ໄດ້ໃຫ້ການໜູນໃຈນິລັນດອນ ແລະ ຄວາມຫວັງອັນດີແກ່ພວກເຮົາໂດຍພຣະຄຸນຂອງພຣະອົງ,
17
ຈະໃຫ້ກຳລັງໃຈພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນເພື່ອຈະເຮັດ ແລະ ເວົ້າໃນສິ່ງທີ່ດີທຸກຢ່າງ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 3 →
All chapters:
1
2
3