bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Timothy 1
2 Timothy 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູໂດຍຄວາມປະສົງຂອງພຣະເຈົ້າຕາມສັນຍາແຫ່ງຊີວິດທີ່ຢູ່ໃນພຣະຄຣິດເຈົ້າເຢຊູ,
2
ເຖິງ ຕີໂມທຽວລູກທີ່ຮັກຂອງເຮົາ: ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈົ່ງມີແກ່ເຈົ້າ.
3
ເຮົາຂອບພຣະຄຸນພຣະເຈົ້າ, ພຣະອົງຜູ້ທີ່ເຮົາຮັບໃຊ້, ເຊັ່ນດຽວກັນກັບບັນພະບຸລຸດຂອງເຮົາໄດ້ກະທຳ ດ້ວຍຈິດສຳນຶກອັນໃສສະອາດ, ທັງກາງເວັນ ແລະ ກາງຄືນເຮົາໄດ້ລະນຶກເຖິງເຈົ້າໃນຄຳອະທິຖານຢູ່ສະເໝີ.
4
ເມື່ອເຮົາລະນຶກເຖິງນ້ຳຕາຂອງເຈົ້າ, ເຮົາກໍປາຖະໜາຈະມາຫາເຈົ້າ ເພື່ອວ່າເຮົາຈະໄດ້ເຕັມດ້ວຍຄວາມຊື່ນຊົມຍິນດີ.
5
ເຮົາໄດ້ຄິດເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ ເຊິ່ງຕອນທຳອິດກໍມີຢູ່ໃນນາງໂລອີ ແມ່ເຖົ້າຂອງເຈົ້າ ແລະ ໃນນາງຢູນີເກ ແມ່ຂອງເຈົ້າ ແລະ ເຮົາເຊື່ອວ່າບັດນີ້ກໍມີຢູ່ໃນເຈົ້າເໝືອນກັນ.
6
ດ້ວຍເຫດນີ້ ເຮົາຈຶ່ງຂໍເຕືອນເຈົ້າວ່າຈົ່ງເຮັດໃຫ້ຂອງປະທານຂອງພຣະເຈົ້າທີ່ມີຢູ່ໃນເຈົ້າຜ່ານທາງການວາງມືຂອງເຮົານັ້ນຈະເລີນຮຸ່ງເຮືອງ ຫລາຍຂຶ້ນ.
7
ເພາະພຣະວິນຍານທີ່ພຣະເຈົ້າໄດ້ໃຫ້ພວກເຮົານັ້ນບໍ່ໄດ້ເຮັດໃຫ້ພວກເຮົາມີໃຈອັນຢ້ານກົວ ແຕ່ມອບລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນໃຫ້ແກ່ພວກເຮົາ.
8
ດັ່ງນັ້ນ ຢ່າລະອາຍທີ່ຈະເປັນພະຍານເລື່ອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຫລື ລະອາຍໃນເລື່ອງເຮົາຜູ້ຖືກຈຳຈອງເພື່ອພຣະອົງ. ແຕ່ຈົ່ງຮ່ວມທົນທຸກກັບເຮົາເພື່ອຂ່າວປະເສີດໂດຍລິດອຳນາດຂອງພຣະເຈົ້າ.
9
ພຣະອົງໄດ້ໄຖ່ພວກເຮົາໃຫ້ພົ້ນ ແລະ ໄດ້ເອີ້ນພວກເຮົາມາສູ່ຊີວິດທີ່ບໍລິສຸດ ບໍ່ແມ່ນເພາະການກະທຳໃດໆທີ່ພວກເຮົາໄດ້ເຮັດ ແຕ່ເພາະປະສົງ ແລະ ພຣະຄຸນຂອງພຣະອົງເອງ. ພຣະຄຸນນີ້ໄດ້ມອບໃຫ້ແກ່ພວກເຮົາໃນພຣະຄຣິດເຈົ້າເຢຊູຕັ້ງແຕ່ກ່ອນຈຸດເລີ່ມຕົ້ນຂອງເວລາ.
10
ແຕ່ບັດນີ້ ໄດ້ເປີດເຜີຍຜ່ານທາງການມາປາກົດຂອງພຣະຄຣິດເຈົ້າເຢຊູພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ຜູ້ໄດ້ທຳລາຍຄວາມຕາຍ ແລະ ໄດ້ນຳຊີວິດ ແລະ ຄວາມເປັນອະມະຕະມາສູ່ຄວາມສະຫວ່າງຜ່ານທາງຂ່າວປະເສີດ
11
ແລະ ໄດ້ແຕ່ງຕັ້ງເຮົາໃຫ້ເປັນຜູ້ປະກາດ, ເປັນອັກຄະສາວົກ ແລະ ເປັນຄູສອນຂ່າວປະເສີດນີ້.
12
ດ້ວຍເຫດນີ້ ເຮົາກຳລັງທົນທຸກເໝືອນທີ່ເຮົາເປັນຢູ່. ແຕ່ເຮົາກໍບໍ່ອາຍ ເພາະວ່າເຮົາຮູ້ຈັກພຣະອົງຜູ້ທີ່ເຮົາໄດ້ເຊື່ອ ແລະ ເຮົາໝັ້ນໃຈວ່າພຣະອົງສາມາດເບິ່ງແຍງຮັກສາສິ່ງທີ່ເຮົາໄດ້ມອບໄວ້ກັບພຣະອົງຈົນເຖິງວັນນັ້ນໄດ້.
13
ຈົ່ງຢຶດຖືແບບຢ່າງຂອງຄຳສອນອັນມີຫລັກທີ່ເຈົ້າໄດ້ຍິນຈາກເຮົາດ້ວຍຄວາມເຊື່ອ ແລະ ຄວາມຮັກໃນພຣະຄຣິດເຈົ້າເຢຊູ.
14
ຈົ່ງປົກປ້ອງຮັກສາຂໍ້ແນະນຳອັນດີທີ່ໄດ້ມອບໝາຍໃຫ້ແກ່ເຈົ້ານັ້ນ ຈົ່ງຮັກສາໄວ້ໂດຍການຊ່ວຍເຫລືອຈາກພຣະວິນຍານບໍລິສຸດເຈົ້າຜູ້ຢູ່ໃນພວກເຮົາທັງຫລາຍ.
15
ເຈົ້າກໍຮູ້ວ່າ ທຸກຄົນໃນແຂວງເອເຊຍກໍໄດ້ປະຖິ້ມເຮົາ ລວມທັງຟູເຄໂລ ແລະ ເຮຣະໂມເກນ.
16
ຂໍໃຫ້ອົງພຣະຜູ້ເປັນເຈົ້າສະແດງຄວາມເມດຕາແກ່ຄອບຄົວຂອງໂອເນຊີໂຟໂຣ ເພາະລາວເຮັດໃຫ້ເຮົາຊື່ນໃຈເລື້ອຍໆ ແລະ ບໍ່ລະອາຍທີ່ເຮົາຖືກລ່າມໂສ້ຢູ່.
17
ກົງກັນຂ້າມ, ເມື່ອລາວຢູ່ໃນນະຄອນໂຣມ ລາວກໍພະຍາຍາມຊອກຫາເຮົາຈົນພົບ.
18
ຂໍໃຫ້ອົງພຣະຜູ້ເປັນເຈົ້າຊ່ວຍໃຫ້ລາວໄດ້ພົບຄວາມເມດຕາຈາກອົງພຣະຜູ້ເປັນເຈົ້າໃນວັນນັ້ນດ້ວຍ! ເຈົ້າກໍຮູ້ດີແລ້ວວ່າເມື່ອຢູ່ທີ່ເມືອງເອເຟໂຊ ລາວໄດ້ຊ່ວຍເຫລືອເຮົາໃນຫລາຍໆດ້ານ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 2 →
All chapters:
1
2
3
4