bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
2 Timothy 3
2 Timothy 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
1
ແຕ່ຈົ່ງຮູ້ໄວ້ວ່າ: ຈະມີຊ່ວງເວລາທີ່ໂຫດຮ້າຍໃນຍຸກສຸດທ້າຍ.
2
ຄົນທັງຫລາຍຈະເປັນຄົນຮັກຕົນເອງ, ເປັນຄົນຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່ເຊື່ອຟັງພໍ່ແມ່ຂອງຕົນ, ເນລະຄຸນ, ບໍ່ບໍລິສຸດ,
3
ປາດສະຈາກຄວາມຮັກ, ບໍ່ໃຫ້ອະໄພ, ມັກໃສ່ຮ້າຍປ້າຍສີ, ປາດສະຈາກການຄວບຄຸມຕົນເອງ, ຮ້າຍກາດ, ບໍ່ເປັນຄົນຮັກຄວາມດີ,
4
ເປັນຄົນທໍລະຍົດ, ໃຈຮ້ອນ, ອວດດີ, ເປັນຄົນຮັກຄວາມສະໜຸກຫລາຍກວ່າຮັກພຣະເຈົ້າ,
5
ຢຶດຖືທາງຂອງພຣະເຈົ້າພຽງເປືອກນອກ ແຕ່ປະຕິເສດລິດອຳນາດຂອງພຣະເຈົ້າ. ຢ່າໄປຄົບຫາກັບຄົນແບບນີ້.
6
ພວກເຂົາເປັນຄົນທີ່ມັກຈອບເຂົ້າໄປຕາມເຮືອນຕ່າງໆ ແລະ ໄດ້ຄວບຄຸມບັນດາແມ່ຍິງທີ່ເບົາປັນຍາ, ຜູ້ທີ່ເຕັມໄປດ້ວຍຄວາມບາບ ແລະ ຄອບງຳດ້ວຍຕັນຫາຊົ່ວທຸກຊະນິດ,
7
ພວກແມ່ຍິງເຫລົ່ານີ້ຮ່ຳຮຽນຢູ່ເລື້ອຍໆແຕ່ບໍ່ສາມາດຮູ້ເຖິງຄວາມຈິງໄດ້ເລີຍ.
8
ເຊັ່ນດຽວກັນກັບຢາເນ ແລະ ຢຳເບທີ່ຕໍ່ຕ້ານໂມເຊ ດັ່ງນັ້ນພວກຄູສອນເຫລົ່ານີ້ກໍຕໍ່ຕ້ານຄວາມຈິງ. ພວກເຂົາເປັນຄົນທີ່ມີຈິດໃຈຊົ່ວຊ້າ, ຄວາມເຊື່ອຂອງພວກເຂົາກໍບໍ່ເປັນທີ່ຍອມຮັບ
9
ແຕ່ພວກເຂົາຈະໄປໄດ້ບໍ່ໄກເພາະວ່າຄວາມໂງ່ຈ້າຂອງຄົນເຫລົ່ານີ້ຈະປາກົດແຈ້ງແກ່ທຸກຄົນເໝືອນໃນກໍລະນີຂອງສອງຄົນນັ້ນ.
10
ແຕ່ເຖິງຢ່າງໃດກໍຕາມ, ເຈົ້າກໍຮູ້ເຖິງຄຳສອນທັງໝົດຂອງເຮົາ, ວິຖີຊີວິດຂອງເຮົາ, ເປົ້າໝາຍຂອງເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,
11
ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງຕ່າງໆທີ່ເກີດຂຶ້ນກັບເຮົາໃນເມືອງອັນຕີໂອເຂຍ, ເມືອງອີໂກນີອົມ ແລະ ເມືອງລີສະຕຣາ, ການຂົ່ມເຫັງທີ່ເຮົາໄດ້ອົດທົນ. ເຖິງປານນັ້ນອົງພຣະຜູ້ເປັນເຈົ້າກໍຊ່ວຍເຮົາໃຫ້ຫລຸດພົ້ນຈາກສິ່ງທັງປວງເຫລົ່ານີ້
12
ຕາມຄວາມຈິງແລ້ວ, ຜູ້ໃດກໍຕາມທີ່ປາຖະໜາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູນັ້ນກໍຈະຖືກຂົ່ມເຫັງ,
13
ໃນຂະນະທີ່ຄົນຊົ່ວ ແລະ ຄົນຫລອກລວງຈະຊົ່ວຮ້າຍລົງກວ່າເກົ່າ, ກຳລັງລໍ້ລວງ ແລະ ກຳລັງຖືກລໍ້ລວງ.
14
ແຕ່ສຳລັບເຈົ້າ, ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ເຈົ້າໄດ້ຮຽນຮູ້ ແລະ ໄດ້ເຊື່ອໝັ້ນ ເພາະເຈົ້າຮູ້ຈັກຄົນເຫລົ່ານັ້ນທີ່ເຈົ້າຮຽນຮູ້ຈາກພວກເຂົາ,
15
ແລະ ຮູ້ວ່າຕັ້ງແຕ່ເປັນເດັກນ້ອຍມາແລ້ວ ເຈົ້າກໍໄດ້ຮູ້ພຣະຄຳພີສັກສິດ ເຊິ່ງສາມາດເຮັດໃຫ້ເຈົ້າມີປັນຍາທີ່ຈະມາເຖິງຄວາມພົ້ນໄດ້ໂດຍຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ.
16
ພຣະຄຳພີທຸກຕອນ ໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ເປັນປະໂຫຍດໃນການສັ່ງສອນ, ການກ່າວຕັກເຕືອນ, ການແກ້ໄຂຂໍ້ບົກຜ່ອງ ແລະ ການຝຶກຝົນໃນຄວາມຊອບທຳ
17
ເພື່ອວ່າຜູ້ຮັບໃຊ້ຂອງພຣະເຈົ້າ ຈະມີຄວາມພ້ອມຄົບຖ້ວນສຳລັບເຮັດການດີທຸກຢ່າງ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 4 →
All chapters:
1
2
3
4
Recommended Reading
Commentary
2 Timothy Commentaries
→
Devotional
2 Timothy Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→