bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Galatians 5
Galatians 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 6 →
1
ພຣະຄຣິດເຈົ້າປົດປ່ອຍພວກເຮົາໃຫ້ເປັນອິດສະຫລະກໍເພື່ອເສລີພາບ. ດັ່ງນັ້ນ ຈົ່ງຕັ້ງໝັ້ນຢູ່ ແລະ ຢ່າປ່ອຍໃຫ້ຕົນເອງ ຕົກຢູ່ໃຕ້ແອກແຫ່ງຄວາມເປັນຂ້າທາດອີກ.
2
ຈົ່ງຈົດຈຳຄຳເວົ້າຂອງເຮົາ! ເຮົາຄືໂປໂລ ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມໃຫ້ຕົນເອງຮັບພິທີຕັດ, ພຣະຄຣິດເຈົ້າກໍຈະບໍ່ມີຄ່າຫຍັງເລີຍສຳລັບພວກເຈົ້າ.
3
ເຮົາຂໍປະກາດແກ່ຜູ້ຊາຍທຸກຄົນທີ່ຍອມຮັບພິທີຕັດອີກວ່າ ລາວຈຳເປັນຕ້ອງປະຕິບັດຕາມກົດບັນຍັດທັງໝົດ.
4
ພວກເຈົ້າຜູ້ທີ່ພະຍາຍາມເປັນຜູ້ຊອບທຳໂດຍກົດບັນຍັດ ຜູ້ນັ້ນກໍໄດ້ຕັດຂາດຈາກພຣະຄຣິດເຈົ້າ; ພວກເຈົ້າໄດ້ຕົກຈາກພຣະຄຸນເສຍແລ້ວ.
5
ແຕ່ໂດຍຄວາມເຊື່ອພວກເຮົາຈົດຈໍ່ຄອຍຖ້າທີ່ຈະໄດ້ຮັບຄວາມຊອບທຳຜ່ານທາງພຣະວິນຍານຕາມທີ່ພວກເຮົາໄດ້ຫວັງໄວ້.
6
ເພາະວ່າໃນພຣະຄຣິດເຈົ້າເຢຊູການຮັບພິທີຕັດ ຫລື ບໍ່ຮັບພິທີຕັດນັ້ນກໍບໍ່ມີຄ່າອັນໃດ. ສິ່ງດຽວທີ່ສຳຄັນຄືຄວາມເຊື່ອທີ່ສະແດງອອກດ້ວຍຄວາມຮັກ.
7
ພວກເຈົ້າກຳລັງແລ່ນແຂ່ງຂັນດີຢູ່ແລ້ວ. ຜູ້ໃດຂັດຂວາງພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ?
8
ການຊັກຊວນແບບນັ້ນບໍ່ໄດ້ມາຈາກພຣະອົງຜູ້ເອີ້ນພວກເຈົ້າ.
9
“ເຊື້ອແປ້ງພຽງແຕ່ໜ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ”.
10
ເຮົາໝັ້ນໃຈໃນອົງພຣະຜູ້ເປັນເຈົ້າວ່າ ພວກເຈົ້າຈະບໍ່ຍອມຮັບຄວາມຄິດຢ່າງອື່ນ. ຜູ້ທີ່ເຮັດໃຫ້ພວກເຈົ້າສັບສົນວຸ້ນວາຍນັ້ນ ບໍ່ວ່າລາວຈະເປັນຜູ້ໃດກໍຕາມ ຈະຕ້ອງໄດ້ຮັບໂທດ.
11
ພີ່ນ້ອງທັງຫລາຍເອີຍ ຖ້າເຮົາຍັງເທດສະໜາໃຫ້ຮັບພິທີຕັດຢູ່ ເປັນຫຍັງເຮົາຍັງຕ້ອງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ເລື່ອງໄມ້ກາງແຂນກໍບໍ່ຖືກຕໍ່ຕ້ານແລ້ວ.
12
ສ່ວນຜູ້ກໍ່ກວນເຫລົ່ານັ້ນ ເຮົາປາຖະໜາໃຫ້ພວກເຂົາຕອນຕົນເອງສາ!
13
ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າໄດ້ຖືກເອີ້ນນັ້ນກໍເພື່ອເສລີພາບ. ແຕ່ຢ່າໃຊ້ເສລີພາບຂອງພວກເຈົ້າເພື່ອເຮັດຕາມເນື້ອໜັງ; ແຕ່ຈົ່ງຮັບໃຊ້ກັນແລະກັນດ້ວຍຄວາມຖ່ອມຕົວໃນຄວາມຮັກ.
14
ເພາະກົດບັນຍັດທັງໝົດກໍສຳເລັດໄດ້ດ້ວຍການຮັກສາຄຳສັ່ງອັນດຽວນີ້ຄື: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ”.
15
ຖ້າພວກເຈົ້າຍັງກັດກິນກັນເອງ, ຈົ່ງລະວັງໃຫ້ດີ ບໍ່ດັ່ງນັ້ນພວກເຈົ້າຈະຖືກທຳລາຍດ້ວຍກັນ.
16
ດັ່ງນັ້ນ ເຮົາຈຶ່ງບອກວ່າ, ຈົ່ງດຳເນີນຊີວິດຕາມພຣະວິນຍານ ແລະ ພວກເຈົ້າຈະບໍ່ເຮັດຕາມຄວາມປາຖະໜາຂອງເນື້ອໜັງ.
17
ເພາະວ່າເນື້ອໜັງປາຖະໜາໃນສິ່ງທີ່ກົງກັນຂ້າມກັບພຣະວິນຍານ ແລະ ພຣະວິນຍານກໍຂັດກັບເນື້ອໜັງ. ທັງສອງຂັດແຍ້ງກັນ, ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ໄດ້ເຮັດໃນສິ່ງທີ່ພວກເຈົ້າຕ້ອງການ.
18
ແຕ່ຖ້າພຣະວິນຍານນຳພາພວກເຈົ້າ ພວກເຈົ້າກໍບໍ່ໄດ້ຢູ່ໃຕ້ກົດບັນຍັດ.
19
ການກະທຳຂອງເນື້ອໜັງແມ່ນເຫັນໄດ້ຊັດເຈນຄື: ການຜິດສິນທຳທາງເພດ, ຄວາມບໍ່ສະອາດ ແລະ ການລາມົກ;
20
ການຂາບໄຫວ້ຮູບເຄົາລົບ ແລະ ການໃຊ້ຄາຖາ; ການກຽດຊັງ, ການແຕກແຍກ, ການຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການຂັດແຍ້ງ, ການແບ່ງພັກແບ່ງພວກ
21
ແລະ ການອິດສາ, ການເມົາເຫລົ້າ, ການຮ່ວມເພດເປັນກຸ່ມ ແລະ ອື່ນໆ. ເຮົາຂໍເຕືອນພວກເຈົ້າເໝືອນທີ່ເຄີຍເຕືອນກ່ອນໜ້ານີ້ແລ້ວວ່າ, ບັນດາຜູ້ທີ່ດໍາເນີນຊີວິດຢ່າງນີ້ຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ.
22
ແຕ່ຜົນຂອງພຣະວິນຍານນັ້ນຄືຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,
23
ຄວາມສຸພາບອ່ອນຫວານ ແລະ ການຄວບຄຸມຕົນເອງ. ສິ່ງເຫລົ່ານີ້ບໍ່ມີກົດບັນຍັດຂໍ້ໃດຫ້າມເລີຍ.
24
ບັນດາຜູ້ທີ່ຢູ່ໃນພຣະຄຣິດເຈົ້າເຢຊູໄດ້ຄຶງເນື້ອໜັງພ້ອມກັບຕັນຫາ ແລະ ຄວາມປາຖະໜາໄວ້ທີ່ໄມ້ກາງແຂນແລ້ວ.
25
ເນື່ອງຈາກພວກເຮົາມີຊີວິດຢູ່ໂດຍພຣະວິນຍານ, ກໍໃຫ້ພວກເຮົາກ້າວໄປຕາມພຣະວິນຍານນັ້ນ.
26
ຢ່າໃຫ້ພວກເຮົາກາຍເປັນຄົນຈອງຫອງ, ທ້າທາຍ ແລະ ອິດສາກັນ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 6 →
All chapters:
1
2
3
4
5
6