bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Galatians 6
Galatians 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
1
ພີ່ນ້ອງທັງຫລາຍເອີຍ, ຖ້າຜູ້ໃດຖືກຈັບໄດ້ວ່າເຮັດບາບ, ພວກເຈົ້າຜູ້ທີ່ມີຊີວິດໂດຍພຣະວິນຍານຄວນຊ່ວຍຜູ້ນັ້ນໃຫ້ລາວກັບໃຈໃໝ່ຢ່າງອ່ອນສຸພາບ. ແຕ່ຈົ່ງລະວັງຕົວໄວ້ໃຫ້ດີ, ບໍ່ດັ່ງນັ້ນພວກເຈົ້າເອງກໍຈະຫລົງເຮັດບາບເໝືອນກັນ.
2
ຈົ່ງຊ່ວຍຮັບພາລະຂອງກັນແລະກັນ ແລະ ເມື່ອເຮັດວິທີນີ້ແລ້ວ ພວກເຈົ້າກໍຈະປະຕິບັດຕາມກົດບັນຍັດຂອງພຣະຄຣິດເຈົ້າ.
3
ຖ້າຜູ້ໃດຄິດວ່າຕົນເອງເປັນຄົນສຳຄັນທັງທີ່ບໍ່ສຳຄັນ, ພວກເຂົາກໍຫລອກລວງຕົນເອງ.
4
ແຕ່ລະຄົນຄວນສຳຫລວດການກະທຳຂອງຕົນເອງ. ແລ້ວພວກເຂົາຈຶ່ງສາມາດພາກພູມໃຈໃນຕົນເອງພຽງຜູ້ດຽວ, ໂດຍບໍ່ຕ້ອງປຽບທຽບຕົນເອງກັບຄົນອື່ນ.
5
ເພາະແຕ່ລະຄົນຄວນແບກພາລະຂອງຕົນເອງ.
6
ເຖິງຢ່າງໃດກໍຕາມ, ຜູ້ທີ່ຮັບຄຳສັ່ງສອນໃນຖ້ອຍຄຳກໍຄວນແບ່ງປັນສິ່ງທີ່ດີທັງປວງໃຫ້ແກ່ຜູ້ສອນຂອງຕົນ.
7
ຢ່າໄດ້ຖືກຫລອກຄື: ພວກເຈົ້າບໍ່ສາມາດເຢາະເຢີ້ຍພຣະເຈົ້າໄດ້. ມະນຸດເກັບກ່ຽວໃນສິ່ງທີ່ຕົນຫວ່ານ.
8
ຜູ້ໃດກໍຕາມທີ່ຫວ່ານຕາມຄວາມພໍໃຈຂອງເນື້ອໜັງຂອງຕົນ, ກໍຈະເກັບກ່ຽວຄວາມພິນາດຈາກເນື້ອໜັງນັ້ນ, ຜູ້ທີ່ຫວ່ານຕາມຄວາມພໍໃຈຂອງພຣະວິນຍານ ກໍຈະເກັບກ່ຽວຊີວິດນິລັນດອນຈາກພຣະວິນຍານ.
9
ຢ່າໃຫ້ພວກເຮົາເມື່ອຍລ້າໃນການເຮັດດີ, ເພາະຖ້າພວກເຮົາບໍ່ທໍ້ຖອຍ ພວກເຮົາກໍຈະເກັບກ່ຽວຜົນໃນເວລາອັນເໝາະສົມ.
10
ເຫດສະນັ້ນ, ເມື່ອພວກເຮົາມີໂອກາດ ໃຫ້ພວກເຮົາເຮັດດີຕໍ່ທຸກຄົນ ໂດຍສະເພາະຕໍ່ຄົນທີ່ຢູ່ໃນຄອບຄົວແຫ່ງຄວາມເຊື່ອ.
11
ເບິ່ງແມ ເຮົາໃຊ້ຕົວອັກສອນຂະໜາດໃຫຍ່ເທົ່າໃດ ເມື່ອເຮົາຂຽນເຖິງພວກເຈົ້າດ້ວຍມືຂອງເຮົາເອງ!
12
ບັນດາຜູ້ທີ່ຢາກສ້າງຄວາມປະທັບໃຈຕໍ່ຄົນໂດຍທາງເນື້ອໜັງ ກໍກຳລັງພະຍາຍາມບັງຄັບພວກເຈົ້າໃຫ້ຮັບພິທີຕັດ. ເຫດຜົນດຽວທີ່ພວກເຂົາເຮັດຢ່າງນີ້ ກໍເພື່ອຫລີກເວັ້ນບໍ່ໃຫ້ຕົນເອງຖືກຂົ່ມເຫັງເພາະເລື່ອງໄມ້ກາງແຂນຂອງພຣະຄຣິດເຈົ້າ.
13
ແມ່ນແຕ່ຄົນທີ່ຮັບພິທີຕັດແລ້ວກໍຍັງບໍ່ເຊື່ອຟັງກົດບັນຍັດ ແຕ່ພວກເຂົາຕ້ອງການໃຫ້ພວກເຈົ້າຮັບພິທີຕັດເພື່ອພວກເຂົາຈະໄດ້ອວດອ້າງກ່ຽວກັບການຮັບພິທີຕັດໃນເນື້ອໜັງຂອງພວກເຈົ້າ.
14
ຂໍຢ່າໃຫ້ເຮົາອວດອ້າງສິ່ງໃດຍົກເວັ້ນໃນເລື່ອງໄມ້ກາງແຂນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ໂດຍໄມ້ກາງແຂນນັ້ນ ໂລກຖືກຄຶງໄວ້ສຳລັບເຮົາແລ້ວ ແລະ ເຮົາຖືກຄຶງໄວ້ສຳລັບໂລກແລ້ວ.
15
ຮັບພິທີຕັດ ຫລື ບໍ່ຮັບພິທີຕັດກໍບໍ່ມີຄວາມໝາຍຫຍັງ; ສິ່ງສຳຄັນແມ່ນການສ້າງຂຶ້ນໃໝ່.
16
ຂໍໃຫ້ສັນຕິສຸກ ແລະ ຄວາມເມດຕາ ຈົ່ງມີແກ່ທຸກຄົນທີ່ເຮັດຕາມກົດນີ້ ຄືແກ່ອິດສະຣາເອນຂອງພຣະເຈົ້າ.
17
ຈາກນີ້ໄປ, ຢ່າໃຫ້ຜູ້ໃດກໍ່ຄວາມເດືອດຮ້ອນແກ່ເຮົາອີກ, ເພາະເຮົາມີເຄື່ອງໝາຍຂອງພຣະເຢຊູເຈົ້າຢູ່ເທິງຮ່າງກາຍຂອງເຮົາ.
18
ພີ່ນ້ອງທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າທັງຫລາຍ. ອາແມນ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
All chapters:
1
2
3
4
5
6