bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
James 1
James 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ເຖິງຄົນສິບສອງເຜົ່າທີ່ກະຈັດກະຈາຍຢູ່ໃນຊາດຕ່າງໆ:
2
ພີ່ນ້ອງທັງຫລາຍເອີຍ, ເມື່ອໃດທີ່ພວກເຈົ້າປະເຊີນກັບການທົດລອງໃນຫລາຍຮູບແບບຈົ່ງຖືເປັນເລື່ອງທີ່ໜ້າຍິນດີແທ້ໆ,
3
ເພາະພວກເຈົ້າກໍຮູ້ຢູ່ວ່າການທົດລອງຄວາມເຊື່ອຂອງພວກເຈົ້ານັ້ນເຮັດໃຫ້ເກີດມີຄວາມອົດທົນ.
4
ຈົ່ງໃຫ້ຄວາມອົດທົນບັນລຸເຖິງເປົ້າໝາຍເພື່ອວ່າພວກເຈົ້າຈະໄດ້ເປັນຜູ້ໃຫຍ່ຂຶ້ນ ແລະ ຄວບຖ້ວນໂດຍບໍ່ຂາດຫຍັງ.
5
ຖ້າຜູ້ໃດໃນພວກເຈົ້າຂາດສະຕິປັນຍາ ຜູ້ນັ້ນກໍຈົ່ງຂໍຈາກພຣະເຈົ້າ ຜູ້ໃຫ້ແກ່ທຸກຄົນດ້ວຍໃຈກວ້າງຂວາງໂດຍບໍ່ຕຳໜິ ແລ້ວຜູ້ນັ້ນກໍຈະໄດ້ຮັບ.
6
ແຕ່ໃນເວລາທີ່ພວກເຈົ້າຂໍນັ້ນ ພວກເຈົ້າຕ້ອງເຊື່ອ ແລະ ບໍ່ສົງໄສ, ເພາະວ່າຜູ້ໃດທີ່ສົງໄສກໍເປັນເໝືອນຄື້ນໃນທະເລທີ່ຖືກລົມພັດຊັດໄປມາ.
7
ຜູ້ນັ້ນຢ່າຫວັງວ່າຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ.
8
ເຊິ່ງເປັນຄົນສອງໃຈ ແລະ ບໍ່ໝັ້ນຄົງໃນທຸກສິ່ງທີ່ພວກເຂົາກະທຳ.
9
ບັນດາຜູ້ທີ່ເຊື່ອທີ່ຕ່ຳຕ້ອຍນັ້ນຈົ່ງພູມໃຈໃນຖານະອັນສູງສົ່ງຂອງຕົນ.
10
ແຕ່ຄົນຮັ່ງມີນັ້ນຄວນພາກພູມໃຈໃນຄວາມອັບອາຍຂອງຕົນ ເພາະຜູ້ທີ່ຮັ່ງມີນັ້ນຈະລ່ວງລັບໄປເໝືອນດັ່ງດອກໄມ້ປ່າ.
11
ເພາະເມື່ອຕາເວັນຂຶ້ນດ້ວຍຄວາມຮ້ອນກ້າ ແລະ ເຮັດໃຫ້ພືດຫ່ຽວແຫ້ງ, ດອກຂອງມັນກໍຫລົ່ນລົງ ແລະ ຄວາມງາມກໍຖືກທຳລາຍ. ໃນທຳນອງດຽວກັນນີ້ ຄົນຮັ່ງມີກໍຈະເສື່ອມສູນໄປແມ່ນແຕ່ໃນຂະນະທີ່ພວກເຂົາດຳເນີນກິດຈະການຂອງຕົນຢູ່.
12
ຄວາມສຸກມີແກ່ຜູ້ທີ່ອົດທົນຕໍ່ການທົດລອງ ເພາະເມື່ອຜ່ານການທົດສອບແລ້ວຜູ້ນັ້ນກໍຈະໄດ້ຮັບມົງກຸດແຫ່ງຊີວິດທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ກັບບັນດາຜູ້ທີ່ຮັກພຣະອົງ.
13
ເມື່ອຖືກລໍ້ລວງໃຫ້ເຮັດບາບ ຢ່າໃຫ້ຜູ້ໃດເວົ້າວ່າ, “ພຣະເຈົ້າລໍ້ລວງຂ້ານ້ອຍ” ເພາະວ່າຄວາມຊົ່ວບໍ່ສາມາດລໍ້ລວງພຣະເຈົ້າໃຫ້ເຮັດບາບໄດ້ ແລະ ພຣະອົງກໍບໍ່ໄດ້ລໍ້ລວງຜູ້ໃດ,
14
ແຕ່ວ່າແຕ່ລະຄົນຖືກລໍ້ລວງກໍເມື່ອພວກເຂົາຖືກຊັກຈູງໄປໂດຍຄວາມປາຖະໜາຊົ່ວຂອງຕົນ ແລະ ຖືກລໍ້ລວງ.
15
ຫລັງຈາກທີ່ຄວາມປາຖະໜາຊົ່ວໄດ້ກໍ່ໃຫ້ເກີດຂຶ້ນແລ້ວ, ກໍເຮັດໃຫ້ເກີດມີບາບ ແລະ ເມື່ອບາບຈະເລີນຂຶ້ນຢ່າງເຕັມຂະໜາດແລ້ວກໍກໍ່ໃຫ້ເກີດມີຄວາມຕາຍ.
16
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຢ່າໃຫ້ຜູ້ໃດຖືກລໍ້ລວງເລີຍ.
17
ຂອງປະທານທຸກຢ່າງທີ່ດີ ແລະ ລ້ຳເລີດນັ້ນລ້ວນແຕ່ມາຈາກເບື້ອງເທິງ, ລົງມາຈາກພຣະບິດາແຫ່ງດວງສະຫວ່າງທັງຫລາຍໃນສະຫວັນ ຜູ້ບໍ່ປ່ຽນແປງເໝືອນດັ່ງເງົາທີ່ເຄື່ອນຍ້າຍ.
18
ພຣະອົງເລືອກທີ່ຈະໃຫ້ພວກເຮົາບັງເກີດຜ່ານທາງຖ້ອຍຄຳແຫ່ງຄວາມຈິງເພື່ອພວກເຮົາຈະໄດ້ເປັນຜົນທຳອິດຂອງທຸກສິ່ງທີ່ໄດ້ພຣະອົງສ້າງ.
19
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ໃຫ້ຈົດຈຳຂໍ້ນີ້ຄື: ທຸກຄົນຈະຕ້ອງໄວໃນການຟັງ, ຊ້າໃນການເວົ້າ ແລະ ຊ້າໃນການໃຈຮ້າຍ,
20
ເພາະວ່າຄວາມຄຽດຮ້າຍຂອງມະນຸດບໍ່ໄດ້ກໍ່ໃຫ້ເກີດຄວາມຊອບທຳທີ່ພຣະເຈົ້າປະສົງ.
21
ເຫດສະນັ້ນ ຈົ່ງກຳຈັດຄວາມເປື້ອນເປິທາງສິນທຳທຸກຢ່າງ ແລະ ຄວາມຊົ່ວຊ້າທີ່ແຜ່ຫລາຍ ແລ້ວຖ່ອມໂຕລົງຮັບເອົາພຣະຄຳທີ່ໄດ້ປູກໄວ້ໃນພວກເຈົ້າ ເຊິ່ງສາມາດຊ່ວຍພວກເຈົ້າໃຫ້ພົ້ນໄດ້.
22
ຢ່າພຽງແຕ່ຟັງພຣະຄຳ ແລະ ຫລອກລວງຕົນເອງເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະຄຳນັ້ນ.
23
ຜູ້ໃດທີ່ຟັງພຣະຄຳແຕ່ບໍ່ໄດ້ປະຕິບັດຕາມ, ຜູ້ນັ້ນກໍເປັນເໝືອນຄົນທີ່ແຍງເບິ່ງໜ້າຂອງຕົນເອງໃນແວ່ນ
24
ແລະ ຫລັງຈາກແຍງເບິ່ງແລ້ວກໍໄປ ແລະ ໃນທັນໃດນັ້ນກໍລືມວ່າໜ້າຂອງຕົນເອງເປັນຢ່າງໃດ.
25
ແຕ່ຜູ້ໃດກໍຕາມທີ່ຕັ້ງໃຈເບິ່ງກົດບັນຍັດອັນສົມບູນທີ່ໃຫ້ເສລີພາບ ແລະ ສືບຕໍ່ໃນເສລີພາບນັ້ນ ໂດຍບໍ່ລືມສິ່ງທີ່ພວກເຂົາໄດ້ຍິນ, ແຕ່ປະຕິບັດຕາມ ພວກເຂົາກໍຈະໄດ້ຮັບພອນໃນສິ່ງທີ່ຕົນກະທຳ.
26
ບັນດາຜູ້ທີ່ຄິດວ່າຕົນເອງເຄັ່ງສາສະໜາແຕ່ບໍ່ຄວບຄຸມລີ້ນຂອງຕົນໃຫ້ດີກໍຫລອກລວງຕົນເອງ ແລະ ສາສະໜາຂອງພວກເຂົາກໍໄຮ້ຄ່າ.
27
ສາສະໜາທີ່ພຣະເຈົ້າພຣະບິດາຂອງພວກເຮົາຍອມຮັບວ່າບໍລິສຸດ ແລະ ບໍ່ມີຂໍ້ບົກພ່ອງຄື: ການເບິ່ງແຍງບັນດາເດັກກ່ຳພ້າ ແລະ ແມ່ໝ້າຍທີ່ທຸກຍາກຂອງ ແລະ ໃນການຮັກສາຕົນເອງໃຫ້ພົ້ນຈາກມົນທິນຂອງໂລກ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 2 →
All chapters:
1
2
3
4
5